ລົດແທັກຊີໄຟຟ້າ Xanh SM ກຳລັງຈະອອກແລ່ນໃນປະເທດລາວ


ຂະບວນລົດແທັກຊີໄຟຟ້າ Xanh SM ທີ່ກຳລັງຈະອອກແລ່ນໃນປະເທດລາວ ຂອງບໍລິສັດຮຸ້ນສ່ວນ Green and Smart Mobility (GSM) ໄດ້ສຳເລັດຂັ້ນຕອນການກະກຽມຂັ້ນສຸດທ້າຍ ແລະ ພ້ອມແລ້ວທີ່ຈະໃຫ້ບໍລິການໃນປະເທດລາວ.

ໃນທ້າຍເດືອນຕຸລາ ປີ 2023, ລົດແທັກຊີໄຟຟ້າ Xanh SM ຊຸດທຳອິດຂອງ GSM ໄດ້ມາຮອດນະຄອນຫຼວງວຽງຈັນ (ປະເທດລາວ) ຢ່າງເປັນທາງການ, ເຊິ່ງເປັນຂີດໝາຍສຳຄັນອັນທຳອິດຂອງແຜນການທີ່ຈະເຂົ້າສູ່ຕະຫຼາດຕ່າງປະເທດຂອງ GSM.

ຂະບວນລົດໄຟຟ້າ VinFast VF 5 Plus ໄດ້ຈອດທີ່ “ສໍານັກງານໃຫຍ່” ຂອງ GSM ທີ່ຖະໜົນໄກສອນພົມວິຫານ, ບ້ານພະຂາວ, ເມືອງໄຊທານີ, ນະຄອນວງຫຼວຽງຈັນ. ອີງຕາມການປະກາດດັ່ງກ່າວ, GSM ໄດ້ນໍາເຂົ້າລົດໄຟຟ້າ VinFast ຈຳນວນ 152 ຄັນທໍາອິດເຂົ້າມາໃນຕະຫຼາດລາວ ຢ່າງເປັນທາງການ ເພື່ອໃຫ້ບໍລິການແທັກຊີໄຟຟ້າ Xanh SM.

ລົດໄຟຟ້າ VinFast ກໍາລັງສໍາເລັດການກະກຽມຄວາມພ້ອມກ່ອນທີ່ຈະອອກມາໃຫ້ບໍລິການ. ໃນຮູບແມ່ນຂັ້ນຕອນການຕິດສະຕິກເກີສອງພາສາ ທີ່ມີຂໍ້ມູນກ່ຽວກັບສູນບໍລິການລູກຄ້າຂອງ ແທັກຊີ Xanh SM ຢູ່ປະເທດລາວ.

ຂັ້ນຕອນການຂຶ້ນປ້າຍທະບຽນລົດ ເພື່ອໃຫ້ລົດແທັກຊີໄຟຟ້າ Xanh SM ເຄື່ອນໄຫວຢູ່ໃນປະເທດລາວ ແມ່ນສຳເລັດແລ້ວ. ລະບົບຈຸດສາກໄຟກໍໄດ້ຮັບການຕິດຕັ້ງ ແລະ ກໍສາມາດນໍາໃຊ້ໄດ້. ເຖິງແມ່ນວ່າຈະເຂົ້າສູ່ຕະຫຼາດລາວໃໝ່, GSM ກໍເປັນບໍລິສັດທີ່ມີຈຸດສາກໄຟ ແລະ ຫົວສາກໄຟສຳລັບ ລົດໄຟຟ້າຫຼາຍທີ່ສຸດໃນນະຄອນຫຼວງວຽງຈັນ.

ຕາມແຜນການ, GSM ຈະນໍາລົດເຂົ້າລາວ ຮອດ 1.000 ຄັນ ໂດຍຈະມີຮຸ່ນ VF 5 Plus ແລະ VF e34. ໃນເບື້ອງຕົ້ນ, ຢູ່ໃນຕະຫຼາດລາວ GSM ຈະພັດທະນາ ການບໍລິການລົດແທັກຊີໄຟຟ້າ, ບາດກ້າວຕໍ່ໄປໜ້າແມ່ນຈະພັດທະນາ ລະບົບນິເວດການບໍລິການຢ່າງຄົບຖ້ວນເຊັ່ນ: ການໃຫ້ບໍລິຫານເຊົ່າລົດໄຟຟ້າ, ບໍລິການຈອງລົດຄົບວົງຈອນ, ບໍລິການລົດທ່ອງທ່ຽວ, ບໍລິການຈອງລົດສ່ວນບຸກຄົນຄ້າຍຄືຢູ່ຫວຽດນາມ.

ຜູ້ຊົມໃຊ້ໃນລາວນິຍົມໃຊ້ຍານພາຫະນະໄຟຟ້າ, ປັດຈຸບັນຍັງບໍ່ມີບໍລິສັດ ແທັກຊີໄຟຟ້າ ທີ່ມີມາດຕະຖານສາກົນ, ເຊິ່ງ GSM ຈະມີຫຼາຍໂອກາດໃນການເປັນບໍລິສັດຊັ້ນນໍາໃນຕະຫຼາດສາກົນທໍາອິດຂອງຕົນ.

ບັນດາຜູ້ຊ່ຽວຊານເຊື່ອວ່າ ດ້ວຍການຜະລິດລົດທີ່ມີຄຸນະພາບ, ບໍ່ມີສຽງລົບກວນ ບໍ່ປ່ອຍອາຍພິດ ແລະ ການບໍລິການທີ່ດີ Xanh SM ຈະຄ່ອຍໆສ້າງຄວາມລຶ້ງເຄີຍໃນການເດີນທາງດ້ວຍພາຫະນະສີຂຽວ, ອັດສະລິຍະ ແລະ ເປັນມິດກັບສິ່ງແວດລ້ອມໃນຊີວິດປະຈຳວັນຢູ່ໃນລາວ. ກ່ອນໜ້ານີ້, ຢູ່ຫວຽດນາມ, Xanh SM ກໍປະສົບຜົນສຳເລັດໃນການສ້າງ ການປ່ຽນແປງອັນໃຫຍ່ຫຼວງໃຫ້ແກ່ຜູ້ຊົມໃຊ້ຫວຽດນາມ. ໃນເວລາ 6 ເດືອນກວ່ານັບແຕ່ມື້ເປີດນຳໃຊ້, ປັດຈຸບັນ Xanh SM ໄດ້ເປີດບໍລິການໃນ 20 ແຂວງ, ເຄື່ອນໄຫວຫຼາຍກວ່າ 35 ລ້ານກິໂລແມັດ ໂດຍບໍ່ມີການປ່ອຍອາຍພິດ CO2 – ເທົ່າກັບ 1 ລ້ານຕົ້ນໄມ້ທີ່ສັງເຄາະແສງໃນ 100 ວັນ ແລະ ປະກອບສ່ວນ 4 ຕື້ດົງ ເຂົ້າໃນກອງທຶນ “ເພື່ອອະນາຄົດສີຂຽວ” ຂອງ Vingroup.

ຄຽງຄູ່ກັບຕະຫຼາດລາວແລ້ວ, ໃນອະນາຄົດໄວໆນີ້, ລົດແທັກຊີ Xanh SM ຄາດວ່າຈະມີໜ້າຢູ່ໃນບັນດາປະເທດ ຢູ່ທະວີບອາຊີຕາເວັນອອກສຽງໃຕ້ອື່ນໆ, ຊ່ວຍພັດທະນາລະບົບການສັນຈອນແບບຍືນຍົງ ພ້ອມທັງສ້າງ ລະບົບນິເວດສີຂຽວໃຫ້ແກ່ຜູ້ຊົມໃຊ້ຂອງບັນດາປະເທດໃນພາກພື້ນ.

ຂໍ້ມູນຈາກ:

ປະເທດລາວ Pathedlao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/