World Gold Council ເຜີຍລາຍງານຫຼ້າສຸດ ທະນາຄານທົ່ວໂລກແຫ່ຊື້ຄຳເພື່ອກັກຕຸນ ເຮັດໃຫ້ຄວາມຕ້ອງການຄຳສູງກວ່າຄ່າສະເລ່ຍໃນຮອບ 5 ປີ


World Gold Council ສະພາຄຳໂລກ ໄດ້ເປີດເຜີຍລາຍງານ Gold Demand Trends ໃນໄຕມາດທີ 3 ຂອງປີ 2023 ໂດຍລະບຸວ່າ ມີຄໍາທັງໝົດຈໍານວນ 1,147 ໂຕນຖືກຊື້ໄປໃນໄຕມາດທີ 3 ຂອງປີນີ້ (ບໍ່ລວມການຊື້-ຂາຍນອກຕະຫຼາດຫຼັກຊັບ) ເຊິ່ງສູງກວ່າລະດັບສະເລ່ຍ 5 ປີເຖິງ 8%. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມຕ້ອງການຄຳທີ່ເພີ່ມຫຼາຍຂຶ້ນ ໂດຍຜູ້ຊື້ລາຍໃຫຍ່ທີ່ສຸດສໍາລັບໄຕມາດນີ້ກໍຄືທະນາຄານກາງຕ່າງໆໃນທົ່ວໂລກ ທີ່ມີການຊື້ໄປແລ້ວຫຼາຍກວ່າ 337 ໂຕນ. ເນື່ອງຈາກສະຖານະການທາງດ້ານພູມສາດທາງດ້ານການເມືອງທີ່ບໍ່ແນ່ນອນ ແລະ ໃນສ່ວນຂອງຄໍາເອງກໍຖືໄດ້ວ່າເປັນສິນຊັບທີ່ມີຄວາມປອດໄພເພື່ອປ້ອງກັນຄວາມສ່ຽງໃນເວລານີ້. ນອກຈາກນີ້ຍັງໄດ້ມີການຄາດການວ່າ ການແຫ່ຊື້ຄຳເພື່ອເກັບຕຸນຢ່າງຕໍ່ເນື່ອງຂອງທະນາຄານຈະຍັງຄົງບໍ່ຫຼຸດລົງໄປຈົນຮອດທ້າຍປີ ເຊິ່ງນີ້ສະແດງໃຫ້ເຫັນວ່າຍອດລວມປະຈຳປີຈະແຂງແຮງຂຶ້ນອີກຄັ້ງໃນປີ 2023.

ຄວາມຕ້ອງການໃນການລົງທຶນຄຳຕະຫຼອດໄຕມາດຢູ່ທີ່ 157 ໂຕນໂດຍເພີ່ມຂຶ້ນ 56% ເມື່ອປຽບທຽບໃສ່ປີກາຍ, ແຕ່ນີ້ຍັງຖືວ່າໜ້ອຍເມື່ອທຽບກັບຄ່າສະເລ່ຍໃນໄລຍະ 5 ປີທີ່ຜ່ານມາ. ເຖິງແມ່ນວ່າຄວາມຕ້ອງການທີ່ຫຼຸດລົງໃນຕະຫຼາດຢູໂຣບໄດ້ດຶງການລົງທຶນໃນຄຳແທ່ງ ແລະ ຫຼຽນຄຳໃນໄຕມາດທີ 3 ຢູ່ທີ່ 296 ໂຕນ, ແຕ່ນີ້ກໍຖືໄດ້ວ່າຢູ່ໃນລະດັບສູງກວ່າໄຕມາດກ່ອນໜ້ານີ້ ແລະ ລະດັບຄ່າສະເລ່ຍໃນ 5 ປີຢ່າງຊັດເຈນ. ທັງນີ້ເງິນທຶນໃນ ETF ຄໍາໄດ້ໄຫຼອອກຢ່າງຕໍ່ເນື່ອງໃນໄຕມາດທີ 3 ສ່ວນໃຫຍ່ແມ່ນຍ້ອນແຮງຊຸກຍູ້ຈາກຄວາມເຊື່ອໝັ້ນຂອງນັກລົງທຶນທີ່ເຊື່ອວ່າອັດຕາດອກເບ້ຍຈະຍັງຄົງຢູ່ໃນລະດັບສູງ, ແຕ່ລາຄາຄໍາກໍຍັງຊົງຕົວໄດ້ຈາກແຮງຊຸກຍູ້ຂອງການຊື້ຂາຍນອກຕະຫຼາດຫຼັກຊັບ.

ຢ່າງໃດກໍຕາມ, ຄວາມເຂັ້ມແຂງຢ່າງຕໍ່ເນື່ອງໃນການຊື້ຂາຍນອກຕະຫຼາດຫຼັກຊັບ (OTC)  ໄດ້ເພີ່ມຂຶ້ນເປັນ 120 ໂຕນໃນໄຕມາດທີສາມ. ສ່ວນໜຶ່ງແມ່ນຍ້ອນຄວາມຕ້ອງການຈາກນັກລົງທຶນຂະໜາດໃຫຍ່ໃນຕຸຣເຄຍ ແລະ ການເກັບຕຸນສິນຄ້າໃນຕະຫຼາດອື່ນໆ.

ຄວາມຕ້ອງການເຄື່ອງປະດັບຍັງສືບຕໍ່ຟື້ນຕົວຍ້ອນລາຄາຄໍາເພີ່ມຂຶ້ນ ແຕ່ການບໍລິໂພກເຄື່ອງປະດັບໄດ້ຫຼຸດລົງພຽງເລັກນ້ອຍທີ່ 2%, ເມື່ອທຽບໃສ່ປີເປັນລາຍປີແມ່ນຢູ່ທີ່ 516 ໂຕນ ໂດຍສາເຫດແມ່ນຍ້ອນຄວາມກົດດັນຕໍ່ຄ່າໃຊ້ຈ່າຍດໍາລົງຊີວິດຂອງຜູ້ບໍລິໂພກໃນຫຼາຍຕະຫຼາດທົ່ວໂລກ.

ສຳລັບອຸປະທານຄຳທັງໝົດແມ່ນເພີ່ມຂຶ້ນ 6% ເມື່ອທຽບໃສ່ລາຍປີໃນໄຕມາດທີ 3, ໂດຍອັດຕາການຜະລິດຈາກການຂຸດຄົ້ນບໍ່ແຮ່ຕັ້ງແຕ່ຕົ້ນປີຈົນຮອດປັດຈຸໄດ້ແຕະຍອດສູງສຸດເປັນປະຫວັດສາດຢູ່ທີ່ 2,744 ໂຕນ. ລາຄາຄໍາທີ່ສູງຂຶ້ນຢ່າງຕໍ່ເນື່ອງຊ່ວຍເຮັດໃຫ້ການນໍາຄຳກັບມາໃຊ້ໃໝ່ເປັນ 289 ໂຕນ, ເຊິ່ງເພີ່ມຂຶ້ນ 8% ເມື່ອທຽບເປັນລາຍປີ.

ທີ່ມາ:

thestandard

livemint

infoquest

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/