ຄຳແທ່ງ ແລະ ຄຳປະສົມ ເປັນສິນຄ້າສົ່ງອອກອັນດັບ 1 ຂອງ ສປປ ລາວ ໃນເດືອນກັນຍາ


ຄຳແທ່ງ, ຄຳປະສົມ ເປັນສິນຄ້າ ສົ່ງອອກອັນດັບ 1 ຂອງ ສປປ ລາວ ປະຈຳເດືອນກັນຍາ ໂດຍມີການສົ່ງອອກ ຄຳແທ່ງ, ຄຳປະສົມ ທັງໝົດ 53 ລ້ານໂດລາ ຈາກ ມູນຄ່າການສົ່ງອອກທັງໝົດ 394 ລ້ານໂດລາ ໃນເດືອນ ກັນຍາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2023 ບັນລຸໄດ້ ປະມານ 1.006 ລ້ານໂດລາ. ໃນນີ້, ມູນຄ່າການສົ່ງອອກ ປະມານ 394 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 612 ລ້ານໂດລາ ແລະ ຂາດດຸນການຄ້າ ປະມານ 218 ລ້ານໂດລາ.

ສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບ 

ສິນຄ້າສົ່ງອອກທັງໝົດ ປະມານ 394 ລ້ານໂດລາ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່:  ຄໍາປະສົມ, ຄຳແທ່ງ ປະມານ 53 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ປະມານ 39 ລ້ານໂດລາ, ແຮ່ທອງ ປະມານ 37 ລ້ານໂດລາ, ເກືອກາລີ ປະມານ 25 ລ້ານໂດລາ, ຢາງພາລາປະມານ 23 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 22 ລ້ານໂດລາ, ແຮ່ເຫຼັກ ປະມານ 20 ລ້ານໂດລາ, ນໍ້າຕານ ປະມານ 20 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ປະມານ 20 ລ້ານໂດລາ ແລະ ໝາກກ້ວຍ ປະມານ 18 ລ້ານໂດລາ.

ສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບ 

ສິນຄ້ານຳເຂົ້າທັງໝົດ ປະມານ 612 ລ້ານໂດລາ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 69 ລ້ານໂດລາ, ອຸປະກອນກົນຈັກ ປະມານ 64  ລ້ານໂດລາ, ພາຫະນະທາງບົກ ປະມານ 53 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ ປະມານ 40 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 34 ລ້ານໂດລາ, ເຄື່ອງດື່ມ ປະມານ 24 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 21 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ ປະມານ 20 ລ້ານໂດລາ, ນໍ້າມັນແອັດຊັງ ປະມານ 20 ລ້ານໂດລາ ແລະ ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 18 ລ້ານໂດລາ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ໄດ້ແກ່: ຈີນ ປະມານ 177 ລ້ານໂດລາ, ຫວຽດນາມ ປະມານ 74 ລ້ານໂດລາ, ໄທ ປະມານ 51 ລ້ານໂດລາ, ອອສເຕຣເລຍ ປະມານ 34 ລ້ານໂດລາ ແລະ ອິນເດຍ ປະມານ 12 ລ້ານໂດລາ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ໄດ້ແກ່: ໄທ ປະມານ 264 ລ້ານໂດລາ, ຈີນ ປະມານ 223 ລ້ານໂດລາ, ຫວຽດນາມ ປະມານ 25 ລ້ານໂດລາ, ສະຫະລັດອາເມຣິກາ ປະມານ 20 ລ້ານໂດລາ ແລະ ອອສເຕຣເລຍ ປະມານ 14 ລ້ານໂດລາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ ກັນຍາ ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ 

https://www.facebook.com/share/p/sihFh82DnuWVq67w/?mibextid=WC7FNe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/