ອາລະບ້ຳ 1989 (Taylor’s Version) ເຮັດຍອດຂາຍແຜ່ນສຽງໄວນິວໃນອາທິດທຳອິດສູງເປັນປະຫວັດສາດ


Taylor Swift ນັກຮ້ອງສາວປາກແດງຄົນນີ້ຍັງຄົງສ້າງສະຖິຕິໃໝ່ຢູ່ເລື້ອຍໆ ຫຼັງບໍລິສັດ Luminate ໄດ້ອອກມາເປີດເຜີຍເຖິງຍອດຂາຍອາລະບ້ຳ 1989 (Taylor’s Version) ທີ່ຕອນນີ້ມີຍອດຂາຍ 1.1 ລ້ານຊຸດໃນສະຫະລັດອາເມຣິກາໃນ 6 ມື້ທຳອິດທີ່ເປີດຕົວ.

ໂດຍຫາກລວມຍອດຂາຍແຜ່ນສຽງໄວນິວນີ້ຖືກຄິດເປັນ 580,000 ແຜ່ນ ຖືວ່າເປັນອາທິດທີ່ມີຍອດຂາຍແຜ່ນສຽງໄວນິວທີ່ຍິ່ງໃຫຍ່ທີ່ສຸດນັບຕັ້ງແຕ່ Luminate ໄດ້ຕິດຕາມຍອດຂາຍທາງອອນລາຍ ໂດຍທາງ Taylor ສາມາດລົ້ມສະຖິຕິຍອດຂາຍແຜ່ນສຽງໄວນິວຂອງຕົນເອງເມື່ອປີກ່ອນກັບອາລະບ້ຳ  Midnights ທີ່ຂາຍໄດ້ 575,000 ແຜ່ນນັ້ນເອງ.

ຢ່າງໃດກໍຕາມຊາວ Swifties ທັງຫຼາຍກໍຕ້ອງລໍຖ້າຜົນຈາກການປະກາດຢ່າງເປັນທາງການອີກຄັ້ງຈາກທາງ Luminate ກ່ຽວກັບຍອດຂາຍໃນອາທິດທຳອິດຂອງ ອາລະບ້ຳ 1989 (Taylor’s Version) ທີ່ຈະປະກາດອອກມາໃນວັນທີ 5 ພະຈິກ 2023 ເຊິ່ງຫາກອາລະບ້ຳນີ້ເປີດຕົວຂຶ້ນອັນດັບ 1 ໃນ Billboard 200 ກໍຈະຖືວ່າເປັນອາລະບ້ຳທີ 13 ຂອງ Taylor Swift.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/