ໂລກຂອງຄວາມໂດດດ່ຽວໃນການເປັນຜູ້ສູງອາຍຸ ທີ່ຢາກໃຫ້ລູກຫຼານເຂົ້າໃຈ


ຂຶ້ນຊື່ວ່າຄວາມໂດດດ່ຽວ ຄົງບໍ່ມີໃຜຢາກໃຫ້ເກີດຂຶ້ນກັບຕົນເອງ. ແຕ່ໃນໂລກຂອງຜູ້ສູງອາຍຸແລ້ວ ຄວາມໂດດດ່ຽວນັບວ່າເປັນເລື່ອງທີ່ຫຼີກເວັ້ນບໍ່ໄດ້ ອາດຍ້ອນຄວາມຈຳເປັນທີ່ລູກຫຼານໃນຄອບຄົວ ຕ່າງຄົນຕ່າງຕ້ອງແຍກຍ້າຍໄປເຮັດໜ້າທີ່ຂອງຕົນໃນແຕ່ລະມື້ ເຮັດໃຫ້ໃນບາງເວລາ ຜູ້ສູງອາຍຸຕ້ອງອາໄສຢູ່ເຮືອນຕາມລໍາພັງ. ຍິ່ງໄປກວ່ານັ້ນ, ບາງຄອບຄົວ ລູກຫຼານອາດຕ້ອງຍົກຍ້າຍໄປເຮັດວຽກຢູ່ຕ່າງແຂວງ ຫຼື ຕ່າງປະເທດ ຍິ່ງເຮັດໃຫ້ໂອກາດການມາພົບພໍ້ກັນຍິ່ງໜ້ອຍລົງ ຜູ້ສູງອາຍຸຈຶ່ງຮູ້ສຶກໂດດດ່ຽວເປັນພິເສດ. ຖ້າຫາກເຮົາມີຜູ້ສູງອາຍຸຢູ່ໃນຄອບຄົວ ເຮົາມາເບິ່ງນໍາກັນວ່າ ສິ່ງໃດແດ່ທີ່ເຮັດໃຫ້ເຂົາເຈົ້າຮູ້ສຶກໂດດດ່ຽວທີ່ສຸດ? ແລະ ຈະມີວິທີໃດທີ່ຊ່ວຍໃຫ້ຮັດແໜ້ນສາຍສຳພັນລະຫວ່າງລູກຫຼານ ແລະ ຜູ້ສູງອາຍຸ ພາຍໃນຄອບຄົວບໍ່ຈືດຈາງຫ່າງເຫີນ.

ປັດໄຈທີ່ພາໃຫ້ຜູ້ສູງອາຍຸໃນຄອບຄົວ ຮູ້ສຶກໂດດດ່ຽວ

  1. ສະມາຊິກໃນຄອບຄົວບໍ່ມີເວລາໃຫ້

ໃນຊີວິດບັ້ນປາຍ ສິ່ງໜຶ່ງທີ່ຜູ້ສູງອາຍຸຕ້ອງການກໍຄືການທີ່ລູກຫຼານສະມາຊິກພາຍໃນຄອບຄົວມີເວລາໃຫ້. ແຕ່ດ້ວຍຄວາມຈໍາເປັນຂອງພາລະໜ້າທີ່ການງານຂອງລູກຫຼານ ຈຶ່ງບໍ່ສາມາດທີ່ຈະຢູ່ນໍາໄດ້ຕະຫຼອດເວລາ ເຊິ່ງຜູ້ສູງອາຍຸໃນຫຼາຍຄອບຄົວກໍເຂົ້າໃຈເຫດຜົນຂໍ້ນີ້ດີ ແຕ່ເລິກໆແລ້ວ ກໍຍັງຢາກໄດ້ຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໃຍ, ຢາກໄດ້ຮັບການຕິດຕໍ່ຈາກຜູ້ເປັນລູກຫຼານ.

  1. ຮູ້ສຶກບໍ່ມີຄຸນຄ່າ ບໍ່ມີສ່ວນຮ່ວມໃນຄອບຄົວ

ການມີສ່ວນຮ່ວມໃນກິດຈະກໍາຕ່າງໆຂອງທຸກຄົນພາຍໃນຄອບຄົວເປັນສິ່ງທີ່ດີ, ແຕ່ໃນຫຼາຍຄັ້ງເຮົາອາດຫຼົງລືມ ປ່ອຍປະລະເລີຍຄວາມຮູ້ສຶກຂອງຜູ້ສູງອາຍຸພາຍໃນຄອບຄົວ ໂດຍບໍ່ຮູ້ຕົວ. ຄວາມຈິງແລ້ວ, ໃນກິດຈະວັດປະຈໍາວັນຂອງຜູ້ສູງອາຍຸ ຂໍພຽງແຕ່ພື້ນທີ່ນ້ອຍໆໃຫ້ໄດ້ມີສ່ວນຮ່ວມນໍາ, ໄດ້ແບ່ງປັນແລກປ່ຽນ, ໄດ້ໂອ້ລົມ ແລະ ປະກອບສ່ວນເລັກໆນ້ອຍໆໃນທຸກໆກິດຈະກໍາທີ່ລູກຫຼານເຮັດ ພໍໃຫ້ຮູ້ສຶກວ່າຍັງມີຄຸນຄ່າສໍາລັບຄອບຄົວ ກໍເປັນຄວາມສຸກແລ້ວ. ນອກຈາກນັ້ນ, ໃນຍຸກທີ່ເຄື່ອງມືເຕັກໂນໂລຊີທັນສະໄໝ ເວລາວ່າງຂອງລູກຫຼານສ່ວນໃຫຍ່ຖືກໃຊ້ໄປກັບການເລື່ອນໜ້າຈໍ ຈຶ່ງເຮັດໃຫ້ຜູ້ສູງອາຍຸຍິ່ງຮູ້ສຶກໂດດດ່ຽວ ແລະ ບໍ່ຮູ້ຈະແລກປ່ຽນໂອ້ລົມຫຍັງກັບລູກຫຼານ ກາຍເປັນຊ່ອງວ່າງໃນຄວາມສຳພັນ.

  1. ບໍ່ມີລາຍຮັບ ໄວ້ໃຊ້ສອຍຍາມຈໍາເປັນ

ບໍ່ແມ່ນຜູ້ສູງອາຍຸທຸກໆຄົນ ຈະມີລາຍຮັບກຸ້ມຕົນເອງໃນໄລຍະບັັ້ນປາຍຊີວິດ ແລະ ສ່ວນໃຫຍ່ແລ້ວ ຜູ້ສູງອາຍຸມັກຈະພະຍາຍາມຈະບໍ່ຂໍເງິນໂດຍກົງກັບລູກຫຼານ ຍ້ອນຢ້ານຈະເປັນການເພີ່ມພາລະ. ດັ່ງນັ້ນ, ເມື່ອກ້າວເຂົ້າສູ່ໄວຜູ້ສູງອາຍຸທີ່ບໍ່ສາມາດຫາລາຍຮັບໄດ້ອີກແລ້ວ ຈຶ່ງມັກພົບກັບບັນຫາບໍ່ມີລາຍຮັບເລັກໆນ້ອຍໆໄວ້ໃຊ້ສອຍຍາມຈໍາເປັນ ເຊັ່ນ: ຊື້ຢາກິນ, ຊື້ເຄື່ອງໃຊ້ສອຍ, ໄປວັດ ເປັນຕົ້ນ.

  1. ບໍ່ມີກິດຈະກໍາ ແລະ ບໍ່ມີສັງຄົມພາຍນອກ

ໂດຍທົ່ວໄປແລ້ວ ຜູ້ສູງອາຍຸ ອາດບໍ່ຄ່ອຍໄດ້ເຮັດກິດຈະກໍາຫຍັງພິເສດໃນມື້ປົກກະຕິ, ບໍ່ຄ່ອຍໄດ້ອອກໄປນອກ ຫຼື ອາດລໍຖ້າລູກຫຼານເປັນຄົນພາໄປ. ດັ່ງນັ້ນ, ເວລາສ່ວນໃຫຍ່ຈຶ່ງໝົດໄປກັບການຢູ່ແຕ່ພາຍໃນເຮືອນ. ເມື່ອບໍ່ມີລາຍຮັບ, ບໍ່ມີກິດຈະກໍາໃໝ່, ບໍ່ມີເພື່ອນຝູງ, ບໍ່ມີສັງຄົມພາຍນອກ ຈຶ່ງບໍ່ແປກທີ່ຈະເຮັດໃຫ້ຜູ້ສູງອາຍຸຫຼາຍຄົນຮູ້ສຶກໂດດດ່ຽວ.

ວິທີເພີ່ມສາຍສຳພັນລະຫວ່າງ ຜູ້ສູງອາຍຸ ແລະ ສະມາຊິກພາຍໃນຄອບຄົວ

  1. ສ້າງກິດຈະກໍາທີ່ໃຫ້ໄດ້ໃຊ້ເວລາຮ່ວມກັນ

ຖ້າເຮົາເປັນລູກຫຼານພາຍໃນຄອບຄົວ ໃຫ້ໝັ່ນຫາກິດຈະກໍາທີ່ສາມາດເຮັດຮ່ວມກັນ ເພື່ອໃຫ້ໄດ້ໃຊ້ເວລາດີໆຮ່ວມກັນ, ຊ່ວຍເພີ່ມຄວາມສຳພັນທີ່ດີລະຫວ່າງຜູ້ສູງອາຍຸ ແລະ ສະມາຊິກທຸກຄົນພາຍໃນຄອບຄົວ. ຕົວຢ່າງເຊັ່ນ: ຖ້າວ່າແມ່ຕູ້ຂອງເຮົາເພິ່ນມັກຫໍ່ເຂົ້າຕົ້ມ ເຮົາອາດສ້າງກິດຈະກໍາທີ່ເຮັດໃຫ້ລູກຫຼານໄດ້ມາເຝິກຫໍ່ເຂົ້າຕົ້ມຮ່ວມກັນພາຍໃນຄອບຄົວ ເພື່ອເປັນການຮັດແໜ້ນຄວາມສຳພັນ ແລະ ຍັງຊ່ວຍໃຫ້ຜູ້ສູງອາຍຸພາຍໃນເຮືອນ ຮູ້ສຶກຍັງມີຄຸນຄ່າ ແລະ ຍັງມີຄວາມສຳຄັນຕໍ່ສະມາຊິກຄອບຄົວ.

  1. ໝັ່ນໂອ້ລົມ, ປຶກສາຫາລື, ຖ້າຢູ່ໄກໃຫ້ຕິດຕໍ່ຫາເລື້ອຍໆ

ການໂອ້ລົມກັນພາຍໃນຄອບຄົວ ນອກຈາກຈະຊ່ວຍຮັດແໜ້ນສາຍສຳພັນແລ້ວ ຍັງເປັນການຊ່ວຍປ້ອງກັນພາວະຄວາມຈໍາເສື່ອມທີ່ມັກເກີດກັບຜູ້ສູງອາຍຸ ແລະ ຊ່ວຍໃຫ້ຜູ້ສູງອາຍຸບໍ່ຮູ້ສຶກເຫງົາໂດດດ່ຽວອີກດ້ວຍ. ເຖິງແມ່ນວ່າຫຼາຍຄອບຄົວອາດຕ້ອງແຍກຍ້າຍໄປດຳລົງຊີວິດຢູ່ຕ່າງຖິ່ນຕ່າງແດນ ແຕ່ດ້ວຍເຕັກໂນໂລຊີປັດຈຸບັນ ຈະຊ່ວຍໃຫ້ທຸກຄົນຕິດຕໍ່ຫາກັນໄດ້ງ່າຍຂຶ້ນ. ດັ່ງນັ້ນ, ການໝັ່ນຕິດຕໍ່ຫາ, ໝັ່ນມາຢ້ຽມຢາມຖາມຂ່າວ ເປັນອີກຊ່ອງທາງໜຶ່ງທີ່ຊ່ວຍຫຼຸດຄວາມຮູ້ສຶກໂດດດ່ຽວຂອງຜູ້ສູງອາຍຸໄດ້ເປັນຢ່າງດີ.  

  1. ສອນໃຫ້ຜູ້ສູງອາຍຸຮູ້ວິທີການນໍາໃຊ້ເຕັກໂນໂລຊີໃໝ່

ການສອນໃຫ້ຜູ້ສູງອາຍຸຮູ້ຈັກວິທີນໍາໃຊ້ເຄື່ອງມືສື່ສານໃໝ່ໆ ຈະຊ່ວຍໃຫ້ໃນເວລາທີ່ລູກຫຼານບໍ່ໄດ້ຢູ່ໃກ້ຊິດ ຍັງສາມາດຕິດຕໍ່ຫາໄດ້ສະດວກ ແລະ ຊ່ວຍໃຫ້ຜູ້ສູງອາຍຸບໍ່ຮູ້ສຶກໂດດດ່ຽວຈົນເກີນໄປ ເພາະຢ່າງໜ້ອຍຍັງສາມາດໃຊ້ເວລາໄປກັບການອ່ານ ແລະ ຕິດຕາມຂ່າວສານບ້ານເມືອງຕ່າງໆ ອີກດ້ວຍ.

  1. ພາຜູ້ສູງອາຍູອອກໄປນອກເຮືອນ ເພື່ອປ່ຽນບັນຍາກາດ

ບໍ່ວ່າຈະເປັນໄວໜຸ່ມ ຫຼື ຜູ້ສູງອາຍຸ ຕ່າງກໍມີຄວາມຮູ້ສຶກເບື່ອເກີດຂຶ້ນໄດ້ເຊັ່ນກັນ ເມື່ອຕ້ອງຢູ່ກັບສະຖານທີ່ເດີມໆ, ບັນຍາກາດເດີມໆ​, ກິດຈະວັດປະຈຳວັນແບບເດີມໆ ບໍ່ໄດ້ອອກໄປພົບປະຜູ້ຄົນພາຍນອກເລີຍ. ດັ່ງນັ້ນ, ຖ້າຫາກພໍມີເວລາ ແລະ ຜູ້ສູງອາຍຸພາຍໃນຄອບຄົວຍັງສາມາດເຄື່ອນໄຫວໄປມາໄດ້ ແນະນຳໃຫ້ໝັ່ນພາຜູ້ສູງອາຍຸອອກໄປປ່ຽນບັນຍາກາດເຊັ່ນ: ພາອອກງານສັງຄົມ, ພາໄປເບິ່ງຮູບເງົາ, ພາໄປກິນອາຫານແຊບໆນອກເຮືອນ, ພາໄປຍ່າງຫຼິ້ນສວນສາທາລະນະ, ໄປສູນອອກກຳລັງກາຍ ເປັນຕົ້ນ. ຖ້າກໍລະນີຜູ້ສູງອາຍຸ ບໍ່ສາມາດອອກໄປເຄື່ອນໄຫວຂ້າງນອກໄດ້ ດ້ວຍບັນຫາສຸຂະພາບ ອາດລອງປ່ຽນບັນຍາກາດການປະດັບປະດາຕົບແຕ່ງເຮືອນໃຫ້ເບິ່ງມີຊີວິດຊີວາຂຶ້ນ ແລະ ອາດປ່ຽນມຸມນັ່ງກິນເຂົ້າຮ່ວມກັນພາຍໃນເຮືອນ ມາກິນຢູ່ສວນໜ້າເຮືອນແທນ.

  1. ໃຫ້ເງິນແຮຈຳນວນໜຶ່ງ ເພື່ອໄວ້ໃຊ້ໃນຍາມຈໍາເປັນ

ສະເພາະບາງຄອບຄົວທີ່ຜູ້ສູງອາຍຸບໍ່ໄດ້ມີລາຍຮັບອີກແລ້ວ ການແບ່ງເງິນແຮຈໍານວນໜຶ່ງເພື່ອເປັນເງິນຂວັນຖົງໃຫ້ຜູ້ສູງອາຍຸໄວ້ໃຊ້ຈ່າຍຍາມຈໍາເປັນ ຈະຊ່ວຍໃຫ້ຜູ້ສູງອາຍຸໄດ້ມີໂອກາດໃຊ້ຊີວິດອິດສະຫຼະໃນແບບຂອງຕົນເອງ ໂດຍບໍ່ຈໍາເປັນຕ້ອງລໍຖ້າແຕ່ລູກຫຼານເປັນຄົນພາໄປ ຫຼື ເປັນຄົນຊື້ໃຫ້.

ສະຫຼຸບແລ້ວ, ຄວາມໂດດດ່ຽວທີ່ເກີດຂຶ້ນກັບຜູ້ສູງອາຍຸ ອາດຟັງເບິ່ງເປັນເລື່ອງໄກຕົວສຳລັບລູກຫຼານ ແຕ່ຖ້າເຮົາລອງຄິດໃນມຸມກັບກັນ ເຮົາທຸກຄົນມີໂອກາດທີ່ຈະກາຍເປັນຜູ້ສູງອາຍຸໄດ້ ເຮົາຈະເຂົ້າໃຈທັນທີວ່າ ຄວາມໂດດດ່ຽວໃນໄລຍະບັ້ນປາຍຊີວິດ ມັນເປັນຄວາມໂດດດ່ຽວທີ່ຕ້ອງການຄົນຮັບຟັງ ແລະ ເຂົ້າໃຈທີ່ສຸດ. ສະນັ້ນ, ໃນຕອນນີ້ທີ່ຍັງມີໂອກາດ ຢ່າໄດ້ປະຖິ້ມໃຫ້ຜູ້ສູງອາຍຸໃນຄອບຄົວເຮົາ ຕ້ອງແບກຄວາມຮູ້ສຶກໂດດດ່ຽວຢູ່ຕາມລຳພັງ ການໝັ່ນເຕີມພະລັງໃຈໃຫ້ກັນແລະກັນ ຈະຊ່ວຍໃຫ້ສາຍພົວພັນຄອບຄົວຮັດແໜ້ນຍິ່ງຂຶ້ນ.

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/46jtxs6s

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/