ລັດຖະບານ ເລັ່ງແກ້ໄຂໜີ້ສິນ ຮັບປະກັນບໍ່ໃຫ້ ສປປ ລາວ ຕົກເປັນປະເທດທີ່ບໍ່ສາມາດຊຳລະໜີ້ສິນໄດ້


ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ດຣ. ສອນໄຊ ສີພັນດອນ ໄດ້ລາຍງານຕໍ່ສະພາແຫ່ງຊາດ ວ່າລັດຖະບານ ກຳລັງເລັ່ງໃຊ້ມາດຕະການຕ່າງໆ ເພື່ອແກ້ໄຂບັນຫາໜີ້ສິນ ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກເປັນປະເທດທີ່ບໍ່ສາມາດຊຳລະໜີ້ສິນໄດ້.

ການລາຍງານດັ່ງກ່າວ ມີຂຶ້ນໃນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ມື້ທຳອິດ ໃນວັນທີ 10 ມິຖຸນາ 2024 ໂດຍການເປັນ ປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມມີບັນດາຈາກພັກ-ລັດ ແລະ ບັນດາສະມາຊິກສະພາເຂົ້າຮ່ວມ.

ໂດຍ ທ່ານ ສອນໄຊສີພັນດອນກ່າວວ່າ: ລັດຖະບານໄດ້ສືບຕໍ່ແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ດ້ວຍຮູບການຕ່າງໆ ທັງຈາກງົບປະມານລັດ ແລະ ຈາກການລະດົມທຶນຈາກພາຍໃນ ເພື່ອຊຳລະຕົ້ນທຶນ ແລະ ດອກເບ້ຍ ໄດ້ຕາມສັນຍາ; ການແກ້ໄຂ ໜີ້ໂຄງການລົງທຶນຂອງລັດ ດ້ວຍຮູບແບບອວ່າຍໜີ້ 3 ແຈ ບ້ວງ 8.000 ຕື້ກີບ ເຊິ່ງມາຮອດປັດຈຸບັນ ໄດ້ ສໍາເລັດການອອກພັນທະບັດຈຳນວນ 7.390 ຕື້ກີບ ເທົ່າກັບ 92% ຂອງແຜນການ.

ທ່ານນາຍົກກ່າວອີກວ່າ: “ລັດຖະບານໄດ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆໃນການລະດົມທຶນ ເພື່ອຊຳລະໜີ້ສິນໃຫ້ຕ່າງປະເທດທັນຕາມກຳນົດເວລາ ເພື່ອຮັບປະກັນໃຫ້ບໍ່ໃຫ້ປະເທດເຮົາຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້”.

ໂດຍທາງ ລັດຖະບານ ໄດ້ເຈລະຈາກັບບັນດາບໍລິສັດຈຳນວນໜຶ່ງທີ່ກູ້ຢືມເງິນກັບ ທະນາຄານແຫ່ງ ສປປ ລາວ ໃນເມື່ອກ່ອນໃຫ້ຊໍາລະເງິນກູ້ກ່ອນກຳນົດໃນສັນຍາເງິນກູ້, ເຊິ່ງຜ່ານການ ເຈລະຈາບັນດາບໍລິສັດເຫຼົ່ານັ້ນ ກໍເຫັນດີຊໍາລະໃຫ້ແລ້ວເກືອບ 30% ຂອງມູນຄ່າເງິນກູ້ທັງໝົດ. ນອກນັ້ນ ກໍໄດ້ສຸມໃສ່ແກ້ໄຂໜີ້ເງິນກູ້ຂອງລັດວິສາຫະກິດຈຳນວນໜຶ່ງ ແລະ ໜີ້ສິນຄ່າກະແສໄຟຟ້າ.

ນອກຈາກນີ້ ລັດຖະບານ ຍັງໄດ້ສືບຕໍ່ສຸມໃສ່ການຈັດເກັບລາຍຮັບງົບປະມານແຫ່ງລັດດ້ວຍມາດຕະການຕ່າງໆ ເປັນຕົ້ນແມ່ນ ສຸມໃສ່ປະຕິບັດບັນດາ ມາດຕະການ ແລະ ນິຕິກຳ ທີ່ເປັນການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂທາງດ້ານເສດຖະກິດ-ການເງິນ ແລະ ເງິນຕາ; ມາດຕະການອັດຊ່ອງວ່າງການຮົ່ວໄຫຼໃນການ ເກັບລາຍຮັບຈາກຖານທີ່ມີແລ້ວ; ມາດຕະການປັບປຸງນິຕິກຳ ທີ່ຕິດພັນກັບການເກັບລາຍຮັບຈາກຄ່າ ຊັບພະຍາກອນທຳມະຊາດ ແລະ ສິນຄ້າຟຸມເຟືອຍ; ມາດຕະການ ບັງຄັບໃຊ້ກົດໝາຍ ແລະ ການຄຸ້ມຄອງການເກັບລາຍຮັບ ດ້ວຍລະບົບທັນສະໄໝ; ມາດຕະການແບ່ງຄວາມຮັບຜິດຊອບໃນການເກັບລາຍຮັບໃຫ້ທ້ອງຖິ່ນຫຼາຍຂຶ້ນ ແລະອື່ນໆ.

ຜ່ານການຈັດຕັ້ງປະຕິບັດບັນດາມາດຕະການດັ່ງກ່າວ ເຫັນວ່າ ສາມາດເຮັດໃຫ້ການຈັດເກັບລາຍຮັບໄດ້ເພີ່ມຂຶ້ນ, ເຊິ່ງມາຮອດວັນທີ 07 ມິຖຸນາ 2024 ປະຕິບັດໄດ້ 25.957 ຕື້ກີບ ເທົ່າກັບ 52% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 64% ເທົ່າກັບ 10,165 ຕື້ກີບ ໃນນັ້ນ: ລາຍຮັບພາຍໃນ ປະຕິບັດໄດ້ 24,104 ຕື້ກີບ ເທົ່າກັບ 54% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 56% ເທົ່າກັບ 8,700 ຕື້ກີບ. ສໍາລັບຂັ້ນທ້ອງຖິ່ນ ໂດຍສະເລ່ຍ ປະຕິບັດໄດ້ 70%.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/