ຢາກຊື້ລົດຈັກໄຟຟ້າ ຈະຕ້ອງຮູ້ຫຍັງແດ່ ?


ທ່າມກາງລາຄານ້ຳມັນທີ່ຍັງຜັນຜວນ ບວກກັບຄ່າຄອງຊີບທີ່ສູງຂຶ້ນ ແລະ ບັນຫາມົນລະພິດທາງອາກາດ ເຮັດໃຫ້ລົດຈັກໄຟຟ້າອາດເປັນອີກທາງເລືອກໜຶ່ງທີ່ຫຼາຍທ່ານພວມໃຫ້ຄວາມສົນໃຈ. ຖ້າທ່ານກຳລັງຄິດຢາກຊື້ລົດຈັກໄຟຟ້າເພື່ອມາໃຊ້ໃນຄອບຄົວ ແຕ່ຍັງບໍ່ຮູ້ຂໍ້ມູນພື້ນຖານວ່າຄວນພິຈາລະນາຫຍັງແດ່ກ່ອນການຕັດສິນໃຈຊື້. ສະນັ້ນ, ມື້ນີ້ພວກເຮົາມີຄຳຕອບເພື່ອຊ່ວຍເປັນຂໍ້ມູນໃນການຕັດສິນໃຈໃຫ້ແກ່ທ່ານ.

ໂດຍສ່ວນໃຫຍ່ແລ້ວ ລົດຈັກໄຟຟ້າມີຫຼາກຫຼາຍຊະນິດແຕກຕ່າງກັນອອກໄປຕາມຄວາມຕ້ອງການຂອງຜູ້ຊົມໃຊ້ ເຊັ່ນ: ຄວາມໄວຂອງລົດ, ໄລຍະທາງ, ປະເພດຂອງແບັດເຕີຣີ, ຮູບຮ່າງພາຍນອກ, ໄລຍະເວລາໃນການສາກລົດ, ຍີ່ຫໍ້ຂອງລົດ ເປັນຕົ້ນ. ສະນັ້ນ, ກ່ອນທີ່ຈະເລືອກຊື້ລົດຈັກໄຟຟ້າ ແມ່ນພິຈາລະນາຈາກພື້ນຖານດັ່ງຕໍ່ໄປນີ້:

  1. ຈຸດປະສົງຂອງການນຳໃຊ້

ເນື່ອງຈາກລົດຈັກໄຟຟ້າມີຫຼາກຫຼາຍປະເພດຂຶ້ນກັບຈຸດປະສົງຂອງການນຳໃຊ້ເປັນຫຼັກ. ຖ້າຫາກເຮົາຕ້ອງການນຳໃຊ້ເພື່ອເດີນທາງໄລຍະໃກ້ໆ ເຊັ່ນ: ຮັບ-ສົ່ງລູກໄປໂຮງຮຽນ ຫຼື ໄປຕະຫຼາດໃກ້ໆເຮືອນ ເຮົາອາດພິຈາລະນາຊື້ຮູບແບບທີ່ລາຄາບໍ່ສູງຫຼາຍ; ແຕ່ຖ້າຕ້ອງການຕອບໂຈດໃນການເດີນທາງໄລຍະໄກ ເຊັ່ນ: ເພື່ອທຽວໄປວຽກທີ່ມີໄລຍະທາງໄກຈາກເຮືອນຫຼາຍກິໂລແມັດ, ເພື່ອຂົນສົ່ງເຄື່ອງ ຫຼື Rider ຈະຕ້ອງພິຈາລະນາທາງດ້ານໄລຍະທາງ ແລະ ໄລຍະເວລາໃນການສາກໄຟ ເປັນຕົ້ນ.

  1. ໄລຍະທາງໃນການນຳໃຊ້

ລົດຈັກໄຟຟ້າມີໄລຍະທາງຂອງການຂັບຂີ່ສູງສຸດຕໍ່ການສາກຮອບໜຶ່ງແຕກຕ່າງກັນຕາມແຕ່ລະຮຸ່ນ ໂດຍມີຕັ້ງແຕ່ 45Km-200Km. ດັ່ງນັ້ນ, ກ່ອນຕັດສິນໃຈຊື້ ເຮົາຄວນພິຈາລະນາກ່ຽວກັບໄລຍະທາງໄປໄດ້ໄກສຸດຂອງລົດ ຍິ່ງຖ້າຫາກເຮົາມີຄວາມຈຳເປັນຕ້ອງໄດ້ເດີນທາງດ້ວຍໄລຍະທາງໄກເປັນປະຈຳ ເຮົາຈຶ່ງຄວນເລືອກຮຸ່ນທີ່ສາມາດໄປໄດ້ໄກ ເປັນຫຼັກ. ທັງນີ້, ເຮົາອາດຄຳນວນເບື້ອງຕົ້ນຈາກໄລຍະທາງໄປ-ກັບປະຈຳວັນຂອງເຮົາ ເພື່ອເປັນບ່ອນອີງໃນການເລືອກຊື້.

  1. ປະເພດຂອງແບັດເຕີຣີ

ປັດຈຸບັນ ແບັດເຕີຣີຂອງລົດຈັກໄຟຟ້າໄດ້ຮັບການພັດທະນາຫຼາກຫຼາຍຊະນິດ, ມີລາຄາ ແລະ ອາຍຸການໃຊ້ງານທີ່ແຕກຕ່າງກັນ. ແຕ່ໂດຍພື້ນຖານແລ້ວ ແບັດເຕີຣີລົດຈັກໄຟຟ້າແບ່ງອອກເປັນ 2 ຊະນິດຄື: ອາຊິດ (Lead Acid) ແລະ ລີທຽມ (Lithium). ແບັດເຕີຣີອາຊິດ (Lead Acid) ແມ່ນມີລາຄາຖືກກວ່າ, ອາຍຸການໃຊ້ງານສັ້ນກວ່າ, ບໍ່ສາມາດຖອດອອກໄປສາກຢູ່ພາຍນອກໄດ້ ແລະ ມີໄລຍະເວລາໃນການສາກທີ່ດົນກວ່າ ໂດຍສະເລ່ຍປະມານ 5-10 ຊົ່ວໂມງ; ສ່ວນແບັດເຕີຣີລີທຽມ (Lithium) ແມ່ນມີລາຄາສູງກວ່າ, ອາຍຸການໃຊ້ງານຍາວນານກວ່າ, ສາມາດຖອດໄປສາກຢູ່ນອກໄດ້ ແລະ ມີໄລຍະເວລາການສາກທີ່ໄວກວ່າ ສະເລ່ຍປະມານ 2-4 ຊົ່ວໂມງ. ທັງນີ້, ການເລືອກປະເພດຂອງແບັດເຕີຣີຈະມີຜົນຕໍ່ລາຄາຂອງລົດ ຖ້າຫາກເຮົາມີເງື່ອນໄຂທາງດ້ານງົບປະມານພຽງພໍ ກໍສາມາດເລືອກຊື້ຮູບແບບທີ່ເປັນລີທຽມ (Lithium) ໄດ້ ເພາະຈະຊ່ວຍປະຢັດເວລາໃນການສາກ ແລະ ມີອາຍຸການໃຊ້ງານທີ່ກຸ້ມຄ່າຍາວນານກວ່າ.

  1. ຄວາມໄວຂອງລົດ

ລົດຈັກໄຟຟ້າມີການພັດທະນາແຂ່ງຂັນກັນສູງໃນຕະຫຼາດອຸດສາຫະກຳລົດຈັກ EV ເຊິ່ງເຮັດໃຫ້ຄວາມໄວຂອງຕົວລົດມີການພັດທະນາແຕກຕ່າງກັນອອກໄປ. ແຕ່ໂດຍທົ່ວໄປແລ້ວ ສ່ວນໃຫຍ່ຈະມີຄວາມໄວເລີ່ມຕົ້ນຢູ່ທີ່ 25Km/h – 100Km/h ເປັນຕົ້ນ. ນອກນັ້ນ, ແຕ່ລະຮຸ່ນຍັງສາມາດປັບເກຍໄດ້ຫຼາກຫຼາຍລະດັບ ເຊັ່ນ: Eco Mode, Sport Mode.

  1. ກຳລັງແຮງມໍເຕີຂອງລົດຈັກໄຟຟ້າ

ກຳລັງແຮງຂອງມໍເຕີລົດຈັກໄຟຟ້າ ມີໜ້າທີ່ໃນການນຳສົ່ງພະລັງງານໄຟຟ້າໄປຫາລໍ້ລົດເພື່ອໃຫ້ເກີດການຂັບເຄື່ອນເຕັມປະສິດທິພາບ. ໂດຍທົ່ວໄປແລ້ວ ຄວາມແຮງຂອງມໍເຕີລົດຈັກໄຟຟ້າມີຄວາມແຕກຕ່າງກັນ ເຊັ່ນ: 1000W, 1200W, 1500W, 2000W ແລະ 3000W ເປັນຕົ້ນ. ດັ່ງນັ້ນ, ເມື່ອຈະຕັດສິນໃຈຊື້ລົດຈັກໄຟຟ້າມາໃຊ້ ຢ່າລືມເລືອກກຳລັງຄວາມແຮງມໍເຕີີທີ່ມີຄວາມເໝາະສົມຕໍ່ຈຸດປະສົງຂອງການໃຊ້ງານ ຄວນຫຼີກເວັ້ນການຊື້ລົດຈັກໄຟຟ້າທີ່ມີກຳລັງຄວາມແຮງມໍເຕີຕ່ຳເກີນໄປ ເພາະອາດຈະເຮັດໃຫ້ການນໍາໃຊ້ລົດຈັກໄຟຟ້າບໍ່ຕອບໂຈດຄວາມຕ້ອງການ.

  1. ໄລຍະເວລາໃນການສາກໄຟ

ການສາກລົດຈັກໄຟຟ້າ ສາມາດສາກໂດຍໃຊ້ໄຟບ້ານໂດຍກົງ ແລະ ບໍ່ຈຳເປັນຕ້ອງຕິດຕັ້ງເຄື່ອງສາກຄືກັບລົດໃຫຍ່ໄຟຟ້າ. ໄລຍະເວລາໃນການສາກໄຟລົດ ຂຶ້ນກັບຊະນິດຂອງແບັດເຕີຣີເປັນຫຼັກ, ແບັດເຕີຣີທີ່ເປັນອາຊິດ  (Lead Acid) ໃຊ້ເວລາໃນການສາກເຕັມຕໍ່ໜຶ່ງຮອບປະມານ 5-10 ຊົ່ວໂມງ ແລະ ບໍ່ສາມາດຖອດແບັດເຕີຣີອອກຈາກຕົວລົດເພື່ອໄປສາກຢູ່ບ່ອນອື່ນໄດ້. ເຖິງຢ່າງໃດກໍຕາມ, ປັດຈຸບັນໄດ້ຖືກພັດທະນາຈາກຮູບແບບອາຊິດທຳມະດາ (Lead Acid) ໂດຍເພີ່ມເທັກໂນໂລຊີກຼາຟິນ (Graphene Technology) ທີ່ເນັ້ນການຈ່າຍໄຟທີ່ດີກວ່າ ແລະ ສາກໄຟໄດ້ໄວຂຶ້ນກວ່າເດີມ.

ສຳລັບແບັດເຕີຣີລີທຽມ ອາດໃຊ້ຮອບເວລາໃນການສາກທີ່ສັ້ນກວ່າປະມານ 2-4 ຊົ່ວໂມງ ແລະ ສາມາດຖອດອອກເພື່ອເອົາໄປສາກຢູ່ບ່ອນອື່ນໄດ້. ປັດຈຸບັນຢູ່ຕ່າງປະເທດ ໄດ້ມີຈຸດບໍລິການຖອດປ່ຽນແບັດເຕີຣີສຳລັບລົດຈັກໄຟຟ້າໄວ້ຮອງຮັບ ເຊິ່ງກໍເປັນຮຸ່ນແບັດເຕີຣີລີທຽມເຊັ່ນດຽວກັນ ແລະ ໃນອະນາຄົດເຮົາອາດຈະເຫັນຈຸດປ່ຽນຖ່າຍແບັດເຕີຣີສຳລັບລົດຈັກໄຟຟ້າເປີດໃຫ້ບໍລິການຢູ່ບ້ານເຮົາກໍເປັນໄດ້.  

  1. ຄວາມທັນສະໄໝຂອງລະບົບ

ລົດຈັກໄຟຟ້າມີການພັດທະນາລະບົບຄວບຄຸມພາຍໃນລົດໃຫ້ມີຄວາມທັນສະໄໝ ເຊັ່ນ: ລະບົບໜ້າຈໍເປັນຮູບແບບດິຈິຕອລ LCD, ລະບົບໄຟລ້ຽວທີ່ທັນສະໄໝ, ສາມາດສາກມືຖືຈາກຕົວລົດໄດ້, ມີລະບົບສັນຍານກັນຖືກລັກ, ສາມາດສັ່ງເປີດ-ປິດເຄື່ອງຈາກລີໂໝດໄດ້, ມີລະບົບຊອກຫາລົດເມື່ອກໍລະນີລືມບ່ອນຈອດ, ລະບົບຄວາມປອດໄພຂອງການເບຣກໜ້າ-ຫຼັງ, ມີລະບົບຕັດສັນຍານໄຟອັດຕະໂນມັດເມື່ອສາກເຕັມ ເປັນຕົ້ນ, ເຊິ່ງຂໍ້ມູນເຫຼົ່ານີ້ ສາມາດສອບຖາມຈາກຜູ້ໃຫ້ຂາຍ ແລະ ສຶກສາຂໍ້ມູນເພີ່ມເຕີມກ່ອນທີ່ຈະຕັດສິນໃຈຊື້.

  1. ລັກສະນະຮູບຊົງພາຍນອກ ແລະ ຄວາມຖະໜັດຂອງການຂັບຂີ່

ໂດຍທົ່ວໄປແລ້ວ ຈະເຫັນໄດ້ວ່າລົດຈັກໄຟຟ້າສ່ວນໃຫຍ່ມີຫຼາກຫຼາຍຮູບຊົງ ແຕ່ທີ່ເຮົາສາມາດພົບເຫັນໄດ້ຫຼາຍທີ່ສຸດໃນບ້ານເຮົາຈະເປັນຮູບແບບສະກູ໊ດເຕີ້. ນອກນັ້ນ, ກໍຍັງມີຫຼາກຫຼາຍຮຸ່ນທີ່ພັດທະນາອອກໃໝ່ໃຫ້ມີຮູບຊົງຄ້າຍຄືລົດຈັກນ້ຳມັນທົ່ວໄປ, ແຕ່ສິ່ງທີ່ແຕກຕ່າງກັນກໍຄືຄວາມງຽບຂອງຕົວລົດ, ຖ້າທ່ານເປັນຄົນທີ່ມັກຂັບຂີ່ລົດແບບມີສຽງ ການໃຊ້ລົດຈັກໄຟຟ້າອາດບໍ່ຕອບໂຈດທ່ານໄດ້ໃນຂໍ້ນີ້.

ນອກນັ້ນ, ກ່ອນຈະຕັດສິນໃຈຊື້ລົດຈັກໄຟຟ້າ ອາດພິຈາລະນາເຖິງຄວາມສາມາດໃນການຮັບນ້ຳໜັກຂອງລົດ, ຄວາມສູງຂອງລົດ, ອັດຕາຄວາມກວ້າງຂອງເບາະລົດ, ຄວາມກວ້າງລະຫວ່າງບ່ອນວາງຂາ ແລະ ບໍລິເວນດ້ານໜ້າຂອງລົດ, ສະຖານທີ່ເກັບເຄື່ອງກ້ອງເບາະລົດ ເປັນຕົ້ນ.

  1. ການບໍລິການຫຼັງການຂາຍ ແລະ ເງື່ອນໄຂການຮັບປະກັນ

ກ່ອນຈະຕັດສິນໃຈຊື້ ຄວນພິຈາລະນາເຖິງປັດໄຈທາງດ້ານການບໍລິການຫຼັງການຂາຍ ເນື່ອງຈາກຢູ່ບ້ານເຮົາຍັງເປັນເທັກໂນໂລຢີທີ່ໃໝ່. ດັ່ງນັ້ນ, ຄວນສອບຖາມຮ້ານ ຫຼື ຕົວແທນທີ່ບໍລິການຂາຍລົດຈັກໄຟຟ້າກ່ຽວກັບເງື່ອນໄຂຂອງການຮັບປະກັນ, ປະເພດຂອງການຮັບປະກັນ (ຮັບປະກັນມໍເຕີ, ແບັດເຕີຣີ, ລະບົບໄຟຟ້າ), ການຊອກຊື້ອາໄຫຼ່ ແລະ ການບໍລິການຈາກຊ່າງສ້ອມແປງລົດຈັກໄຟຟ້າສະເພາະ ເປັນຕົ້ນ.

  1. ຂໍ້ຄວນຮູ້ເພີ່ມເຕີມກ່ຽວກັບລົດຈັກໄຟຟ້າ
  • ເນື່ອງຈາກຢູ່ບ້ານເຮົາຍັງບໍ່ມີຈຸດໃຫ້ບໍລິການສາກ ຫຼື ຖອດປ່ຽນແບັດເຕີຣີສຳລັບລົດຈັກໄຟຟ້າເທື່ອ. ດັ່ງນັ້ນ, ທ່ານຄວນຄຳນຶງເຖິງໄລຍະທາງໃນການເດີນທາງປະຈຳວັນຂອງທ່ານ ໃນກໍລະນີທີ່ແບັດໝົດກາງທາງ ແລະ ບໍ່ສາມາດຫາສະຖານທີ່ສາກແບັດໄດ້.
  • ປະເພດຢາງລົດຈັກໄຟຟ້າ ສ່ວນໃຫຍ່ແມ່ນຈະເປັນຢາງທີ່ບໍ່ມີໄສ້ໃນ ທ່ານອາດຕ້ອງຊອກຫາຂໍ້ມູນຮ້ານທີ່ສາມາດຈອດຢາງລົດປະເພດດັ່ງກ່າວກຽມໄວ້ ແລະ ຄຳນຶງເຖິງປັດໄຈນີ້ເພື່ອປະກອບການຕັດສິນໃຈ.
  • ລົດຈັກໄຟຟ້າສາມາດລ້າງນ້ຳໄດ້ ແຕ່ໃຫ້ຫຼີກເວັ້ນການອັດສີດນ້ຳດ້ວຍແຮງດັນສູງ ເພາະຈະເຮັດໃຫ້ລະບົບພາຍໃນຕົວລົດມີຄວາມສ່ຽງທີ່ຈະເປ່ເພ.
  • ທ່ານສາມາດຂີ່ລົດຈັກໄຟຟ້າໃນຍາມທີ່ມີຝົນຕົກ ແລະ ລຸຍນ້ຳທີ່ບໍ່ເລິກໄດ້ ແຕ່ໃຫ້ຫຼີກເວັ້ນການຂີ່ລຸຍນ້ຳຖ້ວມຕາມຖະໜົນຫົນທາງທີ່ມີຄວາມສູງຖ້ວມກາຍເຄິ່ງຂອງລໍ້ລົດຈັກໄຟຟ້າ. ຍົກເວັ້ນບາງຮຸ່ນໃໝ່ໆທີ່ຮັບປະກັນຈາກຜູ້ຜະລິດວ່າສາມາດຂີ່ລຸຍນ້ຳຖ້ວມໄດ້ ເຊິ່ງທ່ານອາດຂໍຄຳແນະນຳສຶກສາຂໍ້ມູນເພີ່ມເຕີມຈາກຈຸດບໍລິການຂາຍ ເພື່ອປະກອບການຕັດສິນໃຈ.

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/