ຢູ່ປະເທດໄທ ປາກົດການ “ຊວນກັນຍ້າຍປະເທດ” ກຳລັງມາແຮງ ມີຜູ້ເຂົ້າຮ່ວມກຸ່ມ ເກືອບ 8 ແສນຄົນ ພາຍໃນ 4 ວັນ ເປັນຜົນກະທົບເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຄັ້ງທີ 3 ລວມທັງເຫດການບ້ານເມືອງຕ່າງໆໃນ 1-2 ປີທີ່ຜ່ານມາ ຢູ່ປະເທດໄທ.
ອີງຕາມການສະຫຼຸບຂອງເພດຈ໌ຂ່າວ The Standard ປາກົດການນີ້ເກີດຂຶ້ນ ໂດຍສະທ້ອນໃຫ້ເຫັນເຖິງຄວາມສິ້ນຫວັງຂອງໄວໜຸ່ມກັບອະນາຄົດຂອງປະເທດ ໂດຍມີປັດໄຈຫຼາຍໆຢ່າງພາຍໃນປະເທດທີ່ເຂົາເຈົ້າໄດ້ພົບເຫັນ.
ປາກົດການນີ້ ເບິ່ງຢ່າງໜຶ່ງກໍຄືວ່າ ບໍ່ໜ້າເປັນຫ່ວງປານໃດ ເພາະເປັນພຽງກຸ່ມໜຶ່ງທີ່ສ້າງຕັ້ງຂຶ້ນໃນເຟສບຸກ ຍັງບໍ່ໄດ້ສົ່ງຜົນກະທົບຫຍັງທີ່ຊັດເຈນຕໍ່ສັງຄົມ ແຕ່ເບິ່ງອີກແງ່ມຸມໜຶ່ງ ມັນກໍເປັນເລື່ອງທີ່ໜ້າເປັນຫ່ວງ ເພາະມີຄົນຈຳນວນຫຼາຍສົນໃຈສະໝັກເຂົ້າເປັນສະມາຊິກກຸ່ມດັ່ງກ່າວ ດ້ວຍຄວາມສົນໃຈແບບຈິງຈັງ ເຊິ່ງມັນອາດຊີ້ໃຫ້ເຫັນວ່າໄວໜຸ່ມມີຄວາມຢາກອອກໄປອາໄສຢູ່ນອກປະເທດແທ້ໆ.

#ย้ายประเทศกันเถอะ
ກຸ່ມເຟສບຸກນີ້ ຊື່ເດີມ ໃນພາສາໄທແມ່ນ “ย้ายประเทศกันเถอะ” (ຍ້າຍປະເທດກັນເທາະ) ຖືກສ້າງຕັ້ງຂຶ້ນໃນກາງຄືນຂອງວັນທີ 1 ພຶດສະພາ 2021 ແຕ່ມີຜູ້ສະໝັກເຂົ້າຮ່ວມເປັນສະມາຊິກຫຼາຍກວ່າ 5 ແສນຄົນ ພາຍໃນ 3 ມື້ ແລະ ຮອດປັດຈຸບັນ ແມ່ນມີສະມາຊິກເກືອບ 8 ແສນຄົນແລ້ວ ແລະ ໄດ້ປ່ຽນຊື່ກຸ່ມມາເປັນ “โยกย้าย มาส่ายสะโพก โยกย้าย”.
ຫົວຂໍ້ສົນທະນາແລກປ່ຽນຂໍ້ມູນໃນກຸ່ມດັ່ງກ່າວ ຫຼັກໆແລ້ວ ແມ່ນກ່ຽວກັບການຍ້າຍໄປຢູ່ຕ່າງປະເທດ ໂດຍມີການແຊຣ໌ຂໍ້ມູນ ແລະ ຂໍ້ແນະນຳຕ່າງໆ ເຊັ່ນ: ຖ້າຈະໄປ ຈະໄປແນວໃດ?, ຮູບແບບໃດ?, ກຽມຕົວແນວໃດ?, ການອາໄສຢູ່ປະເທດນັ້ນໆ ມີຂໍ້ດີ ຂໍ້ເສຍແນວໃດ?
ຜູ້ກໍ່ຕັ້ງກຸ່ມເຟສບຸກດັ່ງກ່າວ ໂດຍໃສ່ນາມແຝງວ່າ ທ້າວ ພູ ແມ່ນຜູ້ປະກອບການຮ້ານອາຫານຄົນໜຶ່ງ ມີຮ້ານອາຫານປະມານ 6-7 ຮ້ານ ຢູ່ປະເທດໄທ ຮ້ານຂອງລາວໄດ້ຮັບຜົນກະທົບຈາກໂຄວິດຫຼາຍ ເລີຍຮູ້ສຶກວ່າ ການລົງທຶນໃນປະເທດໄທປະເທດດຽວນີ້ບໍ່ໝັ້ນຄົງແລ້ວ ຢາກຫາວິທີລົງທຶນ ຫຼື ເຮັດຮ້ານອາຫານຢູ່ປະເທດອື່ນນຳ ເພື່ອເປັນທາງເລືອກເສີມ ເຜື່ອໄວ້ ບວກກັບ ຢາກກະຈາຍຄວາມສ່ຽງທາງທຸລະກິດ ເພາະບໍ່ຄ່ອຍເຊື່ອໝັ້ນກັບການບໍລິຫານປະເທດໃນຍຸກປັດຈຸບັນ.
ທຳອິດທີ່ຕັ້ງກຸ່ມຂຶ້ນມາ ແມ່ນບໍ່ໄດ້ຕ້ອງການຍ້າຍອອກນອກປະເທດໄປເລີຍ ພຽງແຕ່ຢາກລົງທຶນຢູ່ຕ່າງປະເທດ.
ຕອນສ້າງຕັ້ງກຸ່ມໃໝ່ໆ ໃນຄືນທຳອິດ ແມ່ນມີສະມາຊິກພຽງ 50 ຄົນ ແລະ ກໍບໍ່ຄິດວ່າຈະມີຄົນເຂົ້າມາຕື່ມ ເພາະບໍ່ໄດ້ມີການໂຄສະນາຫຍັງ. ເມື່ອຮຸ່ງເຊົ້າມາ ກໍມີສະມາຊິກເພີ່ມເປັນ 60.000 ຄົນ. ຫຼັງຈາກນັ້ນ ກໍມີຄົນເພີ່ມເຂົ້າມາຕະຫຼອດ.
ຂໍ້ມູນສ່ວນໃຫຍ່ ພາຍໃນກຸ່ມ ແມ່ນກ່ຽວຂ້ອງກັບການຍ້າຍປະເທດ ເຊິ່ງລວມມີ ການແຊຣ໌ປະສົບການຂອງຄົນທີ່ອາໄສຢູ່ຕ່າງປະເທດ ໂດຍບໍ່ໄດ້ເນັ້ນເຖິງການໂຈມຕີໃນທາງການເມືອງ ແລະ ພະຍາຍາມຫຼີກເວັ້ນຄົນທີ່ຈະເຂົ້າມາສ້າງຄວາມບໍ່ສະຫງົບ ໂດຍການຄັດກອງໂພສຕ໌ ກ່ອນທີ່ຈະໂຊໃນກຸ່ມ.
ຂໍ້ມູນຫຼັກໆໃນກຸ່ມແມ່ນຖືກຈັດແບ່ງເປັນ 3 ກຸ່ມໃຫຍ່ ດັ່ງນີ້:
- ກຸ່ມແນະນຳປະເທດ ຈະຣີວິວປະເທດ ໂດຍຈະໃສ່ແຮັດຊ໌ແທັກປະເທດທີ່ໂຕໃຫ້ຂໍ້ມູນ ເພື່ອໃຫ້ງ່າຍໃນການຊອກຫາ ໂດຍບໍ່ຈຳເປັນຕ້ອງເລື່ອນໜ້າຂ່າວຫຼາຍ ແຕ່ສາມາດ search ໄດ້.
- ກຸ່ມເລື່ອງການກະກຽມຕົວ ເຊັ່ນ ດ້ານພາສາ, ການເສັງ, ການແລ່ນວີຊ້າ, ອາຫານການກິນ, ສະຫວັດດີການສັງຄົມໃນປະເທດນັ້ນໆ…
- ກຸ່ມສາຍອາຊີບ ແນະນຳວ່າ ສາຍວຽກໃດທີ່ຕະຫຼາດແຮງງານປະເທດໃດມີຄວາມຕ້ອງການ ເຊັ່ນ: ວຽກສາຍວິສະວະກອນໃນສະຫະລັດອາເມລິກາ ກຳລັງເປັນທີ່ຕ້ອງການ ໂດຍເພິ່ນຈະບໍ່ເຄັ່ງເລື່ອງພາສາອັງກິດຫຼາຍ ພຽງແຕ່ສື່ສານໄດ້ກໍຜ່ານແລ້ວ.
ທັງໝົດນີ້ ແມ່ນສະມາຊິກເປັນຄົນຄິດຄົ້ນມາເອງ. ຂໍ້ມູນແມ່ນຖືກປ້ອນເຂົ້າໂດຍສະມາຊິກຂອງກຸ່ມ. ເຈົ້າຂອງກຸ່ມ ເປັນພຽງຜູ້ແນະນຳ ເຮັດແນວໃດຈະສະດວກສຳລັບສະມາຊິກກຸ່ມ ພ້ອມທັງຄັດກອງເນື້ອຫາເບື້ອງຕົ້ນ.

ສະມາຊິກຂອງກຸ່ມ
ສ່ວນໃຫຍ່ແລ້ວ ແມ່ນ ຄົນຮຽນຈົບໃໝ່ ຈົນຮອດຄົນອາຍຸ 35 ປີ ເຊິ່ງກວມເອົາ 60-70%. ກຸ່ມຮອງລົງມາ ແມ່ນນັກຮຽນຕັ້ງແຕ່ອາຍຸ 13 – 20 ປີ ກວມເອົາ 15%. ນອກນີ້ ພວກກຸ່ມເດັກນັກຮຽນ ທີ່ມີຄວາມສົນໃຈຫຼາຍ ກໍຍັງໄດ້ຕັ້ງກຸ່ມຍ່ອຍຂອງຕົວເອງຂຶ້ນມາອີກ.
ທັດສະນະຂອງຜູ້ໃຫຍ່ຄົນໜຶ່ງຕໍ່ກັບປາກົດການດັ່ງກ່າວ
ອາຈານ ກະນົກຣັດ ເລີດຊູສະກຸນ, ອາຈານປະຈຳຄະນະລັດຖະສາດ, ມະຫາວິທະຍາໄລຈຸລາລົງກອນ ໃຫ້ທັດສະນະວ່າ ທີ່ເກີດປາກົດການນີ້ຂຶ້ນ ເຫດຜົນໜຶ່ງ ແມ່ນຕິດພັນກັບຄວາມແຕກຕ່າງຂອງຮຸ່ນຄົນ ຄົນຮຸ່ນໃໝ່ ໂດຍສະເພາະຄົນ Gen Y ຍ່ອມຄິດແຕກຕ່າງກັບຄົນຮຸ່ນກ່ອນ ເຊິ່ງແມ່ນຄົນທີ່ມີອຳນາດໃນການບໍລິຫານປະເທດ.
ສ່ວນປັດໄຈ ທີ່ເຮັດໃຫ້ກຸ່ມນີ້ ໄດ້ຮັບຄວາມສົນໃຈຫຼາຍແມ່ນມີ 3 ປັດໄຈຫຼັກ ຄື:
- ບັນຫາເສດຖະກິດ
- ບັນຫານະໂຍບາຍໃນໄລຍະໂຄວິດ-19
- ບັນຫາການຂາດ ແລະ ການກະຈາຍວັກຊີນ-19
ແນວຄວາມຄິດຂອງຄົນ Gen Y
ໂດຍສະເພາະ ຄົນທີ່ມີອາຍຸ ຕັ້ງແຕ່ 35 ປີ ລົງມາ ມາດຕະຖານຊີວິດການເປັນຢູ່ຈະແຕກຕ່າງຈາກມາດຕະຖານຂອງຄົນຮຸ່ນກ່ອນໜ້ານີ້ ທີ່ເປັນພໍ່ແມ່ ປູ່ຍ່າຕາຍາຍ ທີ່ມີຄວາມພໍໃຈກັບການມີວຽກເຮັດ, ມີເງິນ, ເຮືອນ ຫຼື ລົດ. ສ່ວນຄົນ Gen Y ຫຼື ຄົນຍຸກຫຼັງອຸດສາຫະກຳ ແນວຄວາມຄິດຂອງເຂົາເຈົ້າແມ່ນຕອນທີ່ພົ້ນຍຸກອຸດສາຫະກຳແລ້ວ ຄວາມຕ້ອງການໃນສັງຄົມແມ່ນ ການໄດ້ຮັບສະຫວັດດີການທີ່ດີ ຄຸນະພາບຊີວິດທີ່ດີ ຕ້ອງການມີສ່ວນຮ່ວມໃນການພັດທະນາສັງຄົມ ມີສິດເສລີພາບ ສິ່ງເຫຼົ່ານີ້ແມ່ນຄຸນຄ່າທີ່ສຳຄັນຂອງຄົນຮຸ່ນນີ້.
ອີກເຫດຜົນໜຶ່ງກໍແມ່ນເລື່ອງຄວາມຂັດແຍ້ງທາງການເມືອງໃນຫຼາຍປີທີ່ຜ່ານມາ. ໄວໜຸ່ມພະຍາຍາມສະເໜີວິທີການປ່ຽນແປງຫຼື ປະຕິຮູບປະເທດ ແຕ່ກໍບໍ່ຖືກຍອມຮັບ ສະນັ້ນພວກເຂົາຈຶ່ງເຫັນວ່າ ການຍ້າຍຕົວເອງອອກໄປນອກປະເທດ ອາດຈະເປັນເລື່ອງງ່າຍກວ່າການຕໍ່ສູ້ເພື່ອກໍ່ໃຫ້ເກີດການປ່ຽງແປງໃນສັງຄົມ.
ໃນຄວາມເປັນຈິງແລ້ວ ແນວຄວາມຄິດ ການຍ້າຍໄປຢູ່ປະເທດອື່ນ ກໍມີຄົນເວົ້າເຖິງມາຕະຫຼອດ.
ໃນເມື່ອກ່ອນ ຄົນອາດໜີເຂົ້າປ່າ ແຕ່ສຳລັບຄົນຮຸ່ນນີ້ແມ່ນ ເມື່ອໝົດຫວັງແລ້ວ ຈະໜີອອກນອກປະເທດ. ຄົນຮຸ່ນໃຫຍ່ ອາດເບິ່ງເລື່ອງນີ້ຄືເລື່ອງຕະຫຼົກ ເພາະບໍ່ແມ່ນເລື່ອງງ່າຍ ທີ່ເຮົາຈະອອກໄປອາໄສຢູ່ນອກປະເທດໄດ້. ແນ່ນອນ ມັນບໍ່ແມ່ນເລື່ອງງ່າຍ ແຕ່ດ້ວຍເງື່ອນໄຂຂອງຍຸກປັດຈຸບັນ ເງື່ອນໄຂທາງດ້ານເສດຖະກິດ ແລະ ການເມືອງ ທີ່ແຕກຕ່າງຈາກເມື່ອກ່ອນ ປະເທດທີ່ລວຍແລ້ວ ທີ່ຕ້ອງການແຮງງານ ເພື່ອຊ່ວຍປັບຕົວຜ່ານ disruptive economy (ເສດຖະກິດທີ່ມີການພັດທະນາສິ່ງໃໝ່ໆ) ປະເທດເຫຼົ່ານັ້ນ ຍ່ອມຕ້ອງການຄົນທີ່ມີທັກສະສູງ, ສະນັ້ນ ປະເທດເຫຼົ່ານັ້ນຈຶ່ງມີຄວາມຍິນດີທີ່ຈະນຳເຂົ້າແຮງງານທີ່ມີທັກສະສູງ. ແນ່ນອນວ່າ ບໍ່ແມ່ນສະມາຊິກທຸກຄົນໃນກຸ່ມດັ່ງກ່າວຈະສາມາດຍ້າຍອອກໄປໄດ້, ແຕ່ສ່ວນໃຫຍ່ ຄົນທີ່ສົນໃຈແມ່ນຄົນທີ່ເປັນຫົວກະທິ ມີຄວາມສາມາດລະດັບໜຶ່ງ ຈຶ່ງມີແນວຄວາມຄິດນີ້.
ປະເທດທີ່ກຳລັງເປີດໃຫ້ມີການນຳເຂົ້າແຮງງານທັກສະສູງ ມີຫຼາຍປະເທດ ເຊັ່ນ: ສິງກະໂປ ມີໂຄງການ ເທັກພາສ (Tech pass) ເພື່ອລະດົມຫົວກະທິ ໂດຍມີເງື່ອນໄຂຕ້ອງເປັນຄົນທີ່ມີຄຸນວຸດທິສູງ, ນິວຊີແລນມີ long-term skills shortage list ເພື່ອເບິ່ງວ່າ ປະເທດຂາດແຄນແຮງງານດ້ານໃດແດ່ ເຊັ່ນ: ວິສະວະກອນ, ການເງິນ, ການທ່ອງທ່ຽວ, ສຸຂະພາບ, ສັນທະນາການ, ການຄ້າ, ການລົງທຶນ ແລະ ອື່ນໆ.
ເມື່ອມີເງື່ອນໄຂຕາມທີ່ປະເທດນຳເຂົ້າແຮງງານຕ້ອງການ ກໍສາມາດອອກໄປອອກແຮງງານຢູ່ປະເທດນັ້ນໆໄດ້.

ປາກົດການນີ້ ເອີ້ນວ່າ ສະໝອງໄຫຼ ໄດ້ບໍ່?
ອາຈານ ກະນົກຣັດ ເລີດຊູສະກຸນ ໄດ້ຍົກກໍລະນີສຶກສາໃຫ້ເຫັນ 3 ກໍລະນີ ດັ່ງນີ້:
- ການຂ້າລ້າງເຜົ່າພັນ ຢູ່ປະເທດກຳປູເຈຍ ອັນນີ້ບໍ່ແມ່ນປາກົດການຄົນຍ້າຍຖິ່ນຖານ ແຕ່ມັນແມ່ນການກຳຈັດຄົນຮຸ່ນໜຸ່ມສາວ ທີ່ມີຄວາມຄິດແຕກຕ່າງ ຫຼື ຕໍ່ຕ້ານລັດຖະບານ ເຊິ່ງຄົນເຫຼົ່ານັ້ນແມ່ນພວກປັນຍາຊົນ, ແພດ, ໝໍ, ພະຍາບານ ຜົນຕາມມາ ແມ່ນກຳປູເຈຍບໍ່ເຫຼືອຊົນຊັ້ນປັນຍາຊົນພາຍຫຼັງສິ້ນສຸດສົງຄາມ. ເມື່ອທຽບໃສ່ກັບໄທ ຖ້າຫາກຄົນຮຸ່ນໜຸ່ມສາວຫຼັ່ງໄຫຼອອກນອກປະເທດ ຫຼັງຈາກຟື້ນໂຄວິດ ຄົນທີ່ເປັນທ່າແຮງຂອງປະເທດທີ່ຈະມາຊ່ວຍໃຫ້ປະເທດຜ່ານ Disruptive phase ກໍຈະຫາຍໄປແລ້ວ.
- ຢູ່ປະເທດຟິລິບປີນ ອາດບໍ່ແມ່ນປາກົດການສະໝອງໄຫຼ ເພາະບໍ່ແມ່ນຊົນຊັ້ນປັນຍາຊົນທີ່ອອກນອກປະເທດ ແຕ່ແມ່ນການເຄື່ອນຍ້າຍຂອງແຮງງານໜຸ່ມສາວອອກຈາກປະເທດ ແລະ ປະເທດກໍຈະຂາດແຄນແຮງງານໄວໜຸ່ມ ເພາະສົ່ງອອກໝົດແລ້ວ.
- ອີກກໍລະນີໜຶ່ງ ແມ່ນຂອງ ສປ ຈີນ ເຊິ່ງມີໄລຍະໜຶ່ງທີ່ມີປາກົດການສະໝອງໄຫຼ ເພາະໜຸ່ມສາວຖືກບັງຄັບໃຫ້ຢູ່ພາຍໃນປະເທດ ພວກເຂົາຈຶ່ງພາກັນຫຼົບໜີ ເພາະບໍ່ຢາກຢູ່ໃນລະບອບທີ່ບໍ່ມີໂອກາດທາງດ້ານເສດຖະກິດ ແຕ່ໃນປັດຈຸບັນທີ່ພວກເຂົາເບິ່ງເຫັນໂອກາດແລ້ວ ພວກເຂົາກໍກັບຄືນປະເທດ.
ເຖິງແນວໃດກໍຕາມ ສິ່ງທີ່ໜ້າຄິດແມ່ນ ປາກົດການຍ້າຍອອກນອກປະເທດຂອງຄົນທົດສະວັດ 50 ປີກ່ອນນັ້ນ ບໍ່ຄືກັບປາກົດການຂອງຄົນຍຸກປັດຈຸບັນ ເພາະຍຸກນັ້ນແມ່ນຍຸກ ເບບີ້ບູມເມີ້ ແຮງງານຍ້າຍຖິ່ນຖານໄປດ້ວຍຊີວິດທີ່ລຳບາກ ມັນແມ່ນຍຸກທີ່ປະຊາກອນຄົນໜຸ່ມສາວໃນທົ່ວໂລກມີຫຼາຍ ຄົນຍ້າຍໄປກໍໄປແບບທີ່ບໍ່ໄດ້ຮັບການຍອມຮັບເທົ່າທີ່ຄວນ, ເປັນປະຊາຊົນຊົນຊັ້ນທີສາມ, ເປັນແຮງງານຂັ້ນຕໍ່າ ທີ່ຖືກກີດກັນ ແຕ່ໃນຍຸກປັດຈຸບັນບໍ່ແມ່ນແນວນັ້ນແລ້ວ. ໃນອາເມລິກາ, ບັນດາປະເທດໃນເອີຣົບ ປັດຈຸບັນ ແມ່ນກຳລັງຢູ່ໃນຍຸກສັງຄົມສູງອາຍຸ ການຍ້າຍໄປຂອງໄວໜຸ່ມແມ່ນຖືກຍອມຮັບຈາກປະເທດນຳເຂົ້າແຮງງານ ເພາະເຂົາຈະເລືອກເຟັ້ນເອົາຄົນທີ່ມີທັກສະສູງ. ເລື່ອງການຖືກຢຽດ ກໍມີໜ້ອຍລົງ. ສະນັ້ນ ຫາກຈະບອກວ່າປະເທດແຜ່ນດິນເກີດເປັນປະເທດທີ່ດີສຸດແລ້ວ ໄປຢູ່ບ່ອນອື່ນບໍ່ດີເທົ່າປະເທດຕົນເອງ ຈຶ່ງເປັນເລື່ອງທີ່ບໍ່ໜ້າຈູງໃຈເທົ່າທີ່ຄວນ.
ທິດທາງໃນການແກ້ໄຂ
ອີງຕາມຂໍ້ມູນທີ່ສັງລວມໄດ້ໃນກຸ່ມເຟດສ໌ບຸກ ย้ายประเทศกันเถอะ ແລະ ອີງຕາມທັດສະນະຂອງອາຈານ ກະນົກຣັດ ເລີດຊູສະກຸນ ເພື່ອແກ້ໄຂປາກົດການທີ່ເກີດຂຶ້ນນີ້ ຜູ້ທີ່ມີອຳນາດໃນການຕັດສິນໃຈຄວນຄຳນຶງເຖິງເລື່ອງດັ່ງຕໍ່ໄປນີ້:
- ໃຫ້ໂອກາດ ຫຼື ສ້າງພື້ນທີ່ ໃຫ້ສັງຄົມມີສ່ວນຮ່ວມໃນການບໍລິຫານປະເທດ, ຮັບຟັງຄຳຄິດຄຳເຫັນ ໂດຍບໍ່ຕັດສິນຈາກອາຍຸຂອງຜຸ້ອອກຄຳເຫັນ ເຖິງແມ່ນວ່າແນວຄວາມຄິດຂອງຄົນຍຸກຕ່າງໆຈະແຕກຕ່າງກັນ ແຕ່ ຄວນມີການໂອ້ລົມກັນດ້ວຍເຫດ ແລະ ຜົນ ເພາະໄວໜຸ່ມແມ່ນອະນາຄົດຂອງຊາດ ພວກເຂົາມີສິດສະເໜີວ່າຕ້ອງການສັງຄົມແບບໃດ.
- ຄວນມີການປະຕິຮູບການສຶກສາ ເພາະເຫັນໄດ້ວ່າຄົນເກັ່ງໆໃນປັດຈຸບັນມີທ່າອ່ຽງອອກນອກປະເທດຫຼັງຈາກຈົບຊັ້ນມັດທະຍົມປາຍ.
- ຄວນທົບທວນການບໍລິຫານປະເທດ ເປັນຫຍັງຈຶ່ງເກີດປາກົດການນີ້ຂຶ້ນ ມັນຕ້ອງມີຂໍ້ດ້ອຍຢູ່ຈຸດໃດຈຸດໜຶ່ງ ທີ່ຄວນໄດ້ຮັບການແກ້ໄຂ.
ນັ້ນແມ່ນປາກົດການທີ່ເກີດຂຶ້ນຢູ່ປະເທດບ້ານໃກ້ເຮືອນຄຽງຂອງພວກເຮົາ ສຳລັບບັນດາທ່ານເດ ທ່ານມີຄວາມຄິດແນວໃດຕໍ່ກັບປາກົດການນີ້, ທ່ານມີຄວາມຕ້ອງການອອກໄປອາໄສຢູ່ປະເທດອື່ນຫຼືບໍ່? ຖ້າມີ, ເປັນຫຍັງ ຈຶ່ງຢາກໄປ?
ທີ່ມາ:
– https://bit.ly/2QTgjmE
– https://bit.ly/3tgd2uN
– https://thestandard.co/lets-move-abroad-thai-facebook-group/
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/