ປາກົດການ “ຊວນກັນຍ້າຍປະເທດ” ຢູ່ປະເທດໄທ ກຳລັງມາແຮງ ມີຜູ້ເຂົ້າຮ່ວມກຸ່ມ ເກືອບ 8 ແສນຄົນ ພາຍໃນ 4 ວັນ


ຢູ່ປະເທດໄທ ປາກົດການ “ຊວນກັນຍ້າຍປະເທດ” ກຳລັງມາແຮງ ມີຜູ້ເຂົ້າຮ່ວມກຸ່ມ ເກືອບ 8 ແສນຄົນ ພາຍໃນ 4 ວັນ ເປັນຜົນກະທົບເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຄັ້ງທີ 3 ລວມທັງເຫດການບ້ານເມືອງຕ່າງໆໃນ 1-2 ປີທີ່ຜ່ານມາ ຢູ່ປະເທດໄທ.

ອີງຕາມການສະຫຼຸບຂອງເພດຈ໌ຂ່າວ The Standard ປາກົດການນີ້ເກີດຂຶ້ນ ໂດຍສະທ້ອນໃຫ້ເຫັນເຖິງຄວາມສິ້ນຫວັງຂອງໄວໜຸ່ມກັບອະນາຄົດຂອງປະເທດ ໂດຍມີປັດໄຈຫຼາຍໆຢ່າງພາຍໃນປະເທດທີ່ເຂົາເຈົ້າໄດ້ພົບເຫັນ.

ປາກົດການນີ້ ເບິ່ງຢ່າງໜຶ່ງກໍຄືວ່າ ບໍ່ໜ້າເປັນຫ່ວງປານໃດ ເພາະເປັນພຽງກຸ່ມໜຶ່ງທີ່ສ້າງຕັ້ງຂຶ້ນໃນເຟສບຸກ ຍັງບໍ່ໄດ້ສົ່ງຜົນກະທົບຫຍັງທີ່ຊັດເຈນຕໍ່ສັງຄົມ ແຕ່ເບິ່ງອີກແງ່ມຸມໜຶ່ງ ມັນກໍເປັນເລື່ອງທີ່ໜ້າເປັນຫ່ວງ ເພາະມີຄົນຈຳນວນຫຼາຍສົນໃຈສະໝັກເຂົ້າເປັນສະມາຊິກກຸ່ມດັ່ງກ່າວ ດ້ວຍຄວາມສົນໃຈແບບຈິງຈັງ ເຊິ່ງມັນອາດຊີ້ໃຫ້ເຫັນວ່າໄວໜຸ່ມມີຄວາມຢາກອອກໄປອາໄສຢູ່ນອກປະເທດແທ້ໆ.

#ย้ายประเทศกันเถอะ
ກຸ່ມເຟສບຸກນີ້ ຊື່ເດີມ ໃນພາສາໄທແມ່ນ “ย้ายประเทศกันเถอะ” (ຍ້າຍປະເທດກັນເທາະ) ຖືກສ້າງຕັ້ງຂຶ້ນໃນກາງຄືນຂອງວັນທີ 1 ພຶດສະພາ 2021 ແຕ່ມີຜູ້ສະໝັກເຂົ້າຮ່ວມເປັນສະມາຊິກຫຼາຍກວ່າ 5 ແສນຄົນ ພາຍໃນ 3 ມື້ ແລະ ຮອດປັດຈຸບັນ ແມ່ນມີສະມາຊິກເກືອບ 8 ແສນຄົນແລ້ວ ແລະ ໄດ້ປ່ຽນຊື່ກຸ່ມມາເປັນ “โยกย้าย มาส่ายสะโพก โยกย้าย”.

ຫົວຂໍ້ສົນທະນາແລກປ່ຽນຂໍ້ມູນໃນກຸ່ມດັ່ງກ່າວ ຫຼັກໆແລ້ວ ແມ່ນກ່ຽວກັບການຍ້າຍໄປຢູ່ຕ່າງປະເທດ ໂດຍມີການແຊຣ໌ຂໍ້ມູນ ແລະ ຂໍ້ແນະນຳຕ່າງໆ ເຊັ່ນ: ຖ້າຈະໄປ ຈະໄປແນວໃດ?, ຮູບແບບໃດ?, ກຽມຕົວແນວໃດ?, ການອາໄສຢູ່ປະເທດນັ້ນໆ ມີຂໍ້ດີ ຂໍ້ເສຍແນວໃດ?

ຜູ້ກໍ່ຕັ້ງກຸ່ມເຟສບຸກດັ່ງກ່າວ ໂດຍໃສ່ນາມແຝງວ່າ ທ້າວ ພູ ແມ່ນຜູ້ປະກອບການຮ້ານອາຫານຄົນໜຶ່ງ ມີຮ້ານອາຫານປະມານ 6-7 ຮ້ານ ຢູ່ປະເທດໄທ ຮ້ານຂອງລາວໄດ້ຮັບຜົນກະທົບຈາກໂຄວິດຫຼາຍ ເລີຍຮູ້ສຶກວ່າ ການລົງທຶນໃນປະເທດໄທປະເທດດຽວນີ້ບໍ່ໝັ້ນຄົງແລ້ວ ຢາກຫາວິທີລົງທຶນ ຫຼື ເຮັດຮ້ານອາຫານຢູ່ປະເທດອື່ນນຳ ເພື່ອເປັນທາງເລືອກເສີມ ເຜື່ອໄວ້ ບວກກັບ ຢາກກະຈາຍຄວາມສ່ຽງທາງທຸລະກິດ ເພາະບໍ່ຄ່ອຍເຊື່ອໝັ້ນກັບການບໍລິຫານປະເທດໃນຍຸກປັດຈຸບັນ.

ທຳອິດທີ່ຕັ້ງກຸ່ມຂຶ້ນມາ ແມ່ນບໍ່ໄດ້ຕ້ອງການຍ້າຍອອກນອກປະເທດໄປເລີຍ ພຽງແຕ່ຢາກລົງທຶນຢູ່ຕ່າງປະເທດ.

ຕອນສ້າງຕັ້ງກຸ່ມໃໝ່ໆ ໃນຄືນທຳອິດ ແມ່ນມີສະມາຊິກພຽງ 50 ຄົນ ແລະ ກໍບໍ່ຄິດວ່າຈະມີຄົນເຂົ້າມາຕື່ມ ເພາະບໍ່ໄດ້ມີການໂຄສະນາຫຍັງ. ເມື່ອຮຸ່ງເຊົ້າມາ ກໍມີສະມາຊິກເພີ່ມເປັນ 60.000 ຄົນ. ຫຼັງຈາກນັ້ນ ກໍມີຄົນເພີ່ມເຂົ້າມາຕະຫຼອດ.

ຂໍ້ມູນສ່ວນໃຫຍ່ ພາຍໃນກຸ່ມ ແມ່ນກ່ຽວຂ້ອງກັບການຍ້າຍປະເທດ ເຊິ່ງລວມມີ ການແຊຣ໌ປະສົບການຂອງຄົນທີ່ອາໄສຢູ່ຕ່າງປະເທດ ໂດຍບໍ່ໄດ້ເນັ້ນເຖິງການໂຈມຕີໃນທາງການເມືອງ ແລະ ພະຍາຍາມຫຼີກເວັ້ນຄົນທີ່ຈະເຂົ້າມາສ້າງຄວາມບໍ່ສະຫງົບ ໂດຍການຄັດກອງໂພສຕ໌ ກ່ອນທີ່ຈະໂຊໃນກຸ່ມ.

ຂໍ້ມູນຫຼັກໆໃນກຸ່ມແມ່ນຖືກຈັດແບ່ງເປັນ 3 ກຸ່ມໃຫຍ່ ດັ່ງນີ້:

  1. ກຸ່ມແນະນຳປະເທດ ຈະຣີວິວປະເທດ ໂດຍຈະໃສ່ແຮັດຊ໌ແທັກປະເທດທີ່ໂຕໃຫ້ຂໍ້ມູນ ເພື່ອໃຫ້ງ່າຍໃນການຊອກຫາ ໂດຍບໍ່ຈຳເປັນຕ້ອງເລື່ອນໜ້າຂ່າວຫຼາຍ ແຕ່ສາມາດ search ໄດ້.
  2. ກຸ່ມເລື່ອງການກະກຽມຕົວ ເຊັ່ນ ດ້ານພາສາ, ການເສັງ, ການແລ່ນວີຊ້າ, ອາຫານການກິນ, ສະຫວັດດີການສັງຄົມໃນປະເທດນັ້ນໆ…
  3. ກຸ່ມສາຍອາຊີບ ແນະນຳວ່າ ສາຍວຽກໃດທີ່ຕະຫຼາດແຮງງານປະເທດໃດມີຄວາມຕ້ອງການ ເຊັ່ນ: ວຽກສາຍວິສະວະກອນໃນສະຫະລັດອາເມລິກາ ກຳລັງເປັນທີ່ຕ້ອງການ ໂດຍເພິ່ນຈະບໍ່ເຄັ່ງເລື່ອງພາສາອັງກິດຫຼາຍ ພຽງແຕ່ສື່ສານໄດ້ກໍຜ່ານແລ້ວ.

ທັງໝົດນີ້ ແມ່ນສະມາຊິກເປັນຄົນຄິດຄົ້ນມາເອງ. ຂໍ້ມູນແມ່ນຖືກປ້ອນເຂົ້າໂດຍສະມາຊິກຂອງກຸ່ມ. ເຈົ້າຂອງກຸ່ມ ເປັນພຽງຜູ້ແນະນຳ ເຮັດແນວໃດຈະສະດວກສຳລັບສະມາຊິກກຸ່ມ ພ້ອມທັງຄັດກອງເນື້ອຫາເບື້ອງຕົ້ນ.

ສະມາຊິກຂອງກຸ່ມ
ສ່ວນໃຫຍ່ແລ້ວ ແມ່ນ ຄົນຮຽນຈົບໃໝ່ ຈົນຮອດຄົນອາຍຸ 35 ປີ ເຊິ່ງກວມເອົາ 60-70%. ກຸ່ມຮອງລົງມາ ແມ່ນນັກຮຽນຕັ້ງແຕ່ອາຍຸ 13 – 20 ປີ ກວມເອົາ 15%. ນອກນີ້ ພວກກຸ່ມເດັກນັກຮຽນ ທີ່ມີຄວາມສົນໃຈຫຼາຍ ກໍຍັງໄດ້ຕັ້ງກຸ່ມຍ່ອຍຂອງຕົວເອງຂຶ້ນມາອີກ.

ທັດສະນະຂອງຜູ້ໃຫຍ່ຄົນໜຶ່ງຕໍ່ກັບປາກົດການດັ່ງກ່າວ
ອາຈານ ກະນົກຣັດ ເລີດຊູສະກຸນ, ອາຈານປະຈຳຄະນະລັດຖະສາດ, ມະຫາວິທະຍາໄລຈຸລາລົງກອນ ໃຫ້ທັດສະນະວ່າ ທີ່ເກີດປາກົດການນີ້ຂຶ້ນ ເຫດຜົນໜຶ່ງ ແມ່ນຕິດພັນກັບຄວາມແຕກຕ່າງຂອງຮຸ່ນຄົນ ຄົນຮຸ່ນໃໝ່ ໂດຍສະເພາະຄົນ Gen Y ຍ່ອມຄິດແຕກຕ່າງກັບຄົນຮຸ່ນກ່ອນ ເຊິ່ງແມ່ນຄົນທີ່ມີອຳນາດໃນການບໍລິຫານປະເທດ.

ສ່ວນປັດໄຈ ທີ່ເຮັດໃຫ້ກຸ່ມນີ້ ໄດ້ຮັບຄວາມສົນໃຈຫຼາຍແມ່ນມີ 3 ປັດໄຈຫຼັກ ຄື:

  1. ບັນຫາເສດຖະກິດ
  2. ບັນຫານະໂຍບາຍໃນໄລຍະໂຄວິດ-19
  3. ບັນຫາການຂາດ ແລະ ການກະຈາຍວັກຊີນ-19

ແນວຄວາມຄິດຂອງຄົນ Gen Y
ໂດຍສະເພາະ ຄົນທີ່ມີອາຍຸ ຕັ້ງແຕ່ 35 ປີ ລົງມາ ມາດຕະຖານຊີວິດການເປັນຢູ່ຈະແຕກຕ່າງຈາກມາດຕະຖານຂອງຄົນຮຸ່ນກ່ອນໜ້ານີ້ ທີ່ເປັນພໍ່ແມ່ ປູ່ຍ່າຕາຍາຍ ທີ່ມີຄວາມພໍໃຈກັບການມີວຽກເຮັດ, ມີເງິນ, ເຮືອນ ຫຼື ລົດ. ສ່ວນຄົນ Gen Y ຫຼື ຄົນຍຸກຫຼັງອຸດສາຫະກຳ ແນວຄວາມຄິດຂອງເຂົາເຈົ້າແມ່ນຕອນທີ່ພົ້ນຍຸກອຸດສາຫະກຳແລ້ວ ຄວາມຕ້ອງການໃນສັງຄົມແມ່ນ ການໄດ້ຮັບສະຫວັດດີການທີ່ດີ ຄຸນະພາບຊີວິດທີ່ດີ ຕ້ອງການມີສ່ວນຮ່ວມໃນການພັດທະນາສັງຄົມ ມີສິດເສລີພາບ ສິ່ງເຫຼົ່ານີ້ແມ່ນຄຸນຄ່າທີ່ສຳຄັນຂອງຄົນຮຸ່ນນີ້.

ອີກເຫດຜົນໜຶ່ງກໍແມ່ນເລື່ອງຄວາມຂັດແຍ້ງທາງການເມືອງໃນຫຼາຍປີທີ່ຜ່ານມາ. ໄວໜຸ່ມພະຍາຍາມສະເໜີວິທີການປ່ຽນແປງຫຼື ປະຕິຮູບປະເທດ ແຕ່ກໍບໍ່ຖືກຍອມຮັບ ສະນັ້ນພວກເຂົາຈຶ່ງເຫັນວ່າ ການຍ້າຍຕົວເອງອອກໄປນອກປະເທດ ອາດຈະເປັນເລື່ອງງ່າຍກວ່າການຕໍ່ສູ້ເພື່ອກໍ່ໃຫ້ເກີດການປ່ຽງແປງໃນສັງຄົມ.

ໃນຄວາມເປັນຈິງແລ້ວ ແນວຄວາມຄິດ ການຍ້າຍໄປຢູ່ປະເທດອື່ນ ກໍມີຄົນເວົ້າເຖິງມາຕະຫຼອດ.

ໃນເມື່ອກ່ອນ ຄົນອາດໜີເຂົ້າປ່າ ແຕ່ສຳລັບຄົນຮຸ່ນນີ້ແມ່ນ ເມື່ອໝົດຫວັງແລ້ວ ຈະໜີອອກນອກປະເທດ. ຄົນຮຸ່ນໃຫຍ່ ອາດເບິ່ງເລື່ອງນີ້ຄືເລື່ອງຕະຫຼົກ ເພາະບໍ່ແມ່ນເລື່ອງງ່າຍ ທີ່ເຮົາຈະອອກໄປອາໄສຢູ່ນອກປະເທດໄດ້. ແນ່ນອນ ມັນບໍ່ແມ່ນເລື່ອງງ່າຍ ແຕ່ດ້ວຍເງື່ອນໄຂຂອງຍຸກປັດຈຸບັນ ເງື່ອນໄຂທາງດ້ານເສດຖະກິດ ແລະ ການເມືອງ ທີ່ແຕກຕ່າງຈາກເມື່ອກ່ອນ ປະເທດທີ່ລວຍແລ້ວ ທີ່ຕ້ອງການແຮງງານ ເພື່ອຊ່ວຍປັບຕົວຜ່ານ disruptive economy (ເສດຖະກິດທີ່ມີການພັດທະນາສິ່ງໃໝ່ໆ) ປະເທດເຫຼົ່ານັ້ນ ຍ່ອມຕ້ອງການຄົນທີ່ມີທັກສະສູງ, ສະນັ້ນ ປະເທດເຫຼົ່ານັ້ນຈຶ່ງມີຄວາມຍິນດີທີ່ຈະນຳເຂົ້າແຮງງານທີ່ມີທັກສະສູງ. ແນ່ນອນວ່າ ບໍ່ແມ່ນສະມາຊິກທຸກຄົນໃນກຸ່ມດັ່ງກ່າວຈະສາມາດຍ້າຍອອກໄປໄດ້, ແຕ່ສ່ວນໃຫຍ່ ຄົນທີ່ສົນໃຈແມ່ນຄົນທີ່ເປັນຫົວກະທິ ມີຄວາມສາມາດລະດັບໜຶ່ງ ຈຶ່ງມີແນວຄວາມຄິດນີ້.

ປະເທດທີ່ກຳລັງເປີດໃຫ້ມີການນຳເຂົ້າແຮງງານທັກສະສູງ ມີຫຼາຍປະເທດ ເຊັ່ນ: ສິງກະໂປ ມີໂຄງການ ເທັກພາສ (Tech pass) ເພື່ອລະດົມຫົວກະທິ ໂດຍມີເງື່ອນໄຂຕ້ອງເປັນຄົນທີ່ມີຄຸນວຸດທິສູງ, ນິວຊີແລນມີ long-term skills shortage list ເພື່ອເບິ່ງວ່າ ປະເທດຂາດແຄນແຮງງານດ້ານໃດແດ່ ເຊັ່ນ: ວິສະວະກອນ, ການເງິນ, ການທ່ອງທ່ຽວ, ສຸຂະພາບ, ສັນທະນາການ, ການຄ້າ, ການລົງທຶນ ແລະ ອື່ນໆ.

ເມື່ອມີເງື່ອນໄຂຕາມທີ່ປະເທດນຳເຂົ້າແຮງງານຕ້ອງການ ກໍສາມາດອອກໄປອອກແຮງງານຢູ່ປະເທດນັ້ນໆໄດ້.

ປາກົດການນີ້ ເອີ້ນວ່າ ສະໝອງໄຫຼ ໄດ້ບໍ່?
ອາຈານ ກະນົກຣັດ ເລີດຊູສະກຸນ ໄດ້ຍົກກໍລະນີສຶກສາໃຫ້ເຫັນ 3 ກໍລະນີ ດັ່ງນີ້:

  1. ການຂ້າລ້າງເຜົ່າພັນ ຢູ່ປະເທດກຳປູເຈຍ ອັນນີ້ບໍ່ແມ່ນປາກົດການຄົນຍ້າຍຖິ່ນຖານ ແຕ່ມັນແມ່ນການກຳຈັດຄົນຮຸ່ນໜຸ່ມສາວ ທີ່ມີຄວາມຄິດແຕກຕ່າງ ຫຼື ຕໍ່ຕ້ານລັດຖະບານ ເຊິ່ງຄົນເຫຼົ່ານັ້ນແມ່ນພວກປັນຍາຊົນ, ແພດ, ໝໍ, ພະຍາບານ ຜົນຕາມມາ ແມ່ນກຳປູເຈຍບໍ່ເຫຼືອຊົນຊັ້ນປັນຍາຊົນພາຍຫຼັງສິ້ນສຸດສົງຄາມ. ເມື່ອທຽບໃສ່ກັບໄທ ຖ້າຫາກຄົນຮຸ່ນໜຸ່ມສາວຫຼັ່ງໄຫຼອອກນອກປະເທດ ຫຼັງຈາກຟື້ນໂຄວິດ ຄົນທີ່ເປັນທ່າແຮງຂອງປະເທດທີ່ຈະມາຊ່ວຍໃຫ້ປະເທດຜ່ານ Disruptive phase ກໍຈະຫາຍໄປແລ້ວ.
  2. ຢູ່ປະເທດຟິລິບປີນ ອາດບໍ່ແມ່ນປາກົດການສະໝອງໄຫຼ ເພາະບໍ່ແມ່ນຊົນຊັ້ນປັນຍາຊົນທີ່ອອກນອກປະເທດ ແຕ່ແມ່ນການເຄື່ອນຍ້າຍຂອງແຮງງານໜຸ່ມສາວອອກຈາກປະເທດ  ແລະ ປະເທດກໍຈະຂາດແຄນແຮງງານໄວໜຸ່ມ ເພາະສົ່ງອອກໝົດແລ້ວ.
  3. ອີກກໍລະນີໜຶ່ງ ແມ່ນຂອງ ສປ ຈີນ ເຊິ່ງມີໄລຍະໜຶ່ງທີ່ມີປາກົດການສະໝອງໄຫຼ ເພາະໜຸ່ມສາວຖືກບັງຄັບໃຫ້ຢູ່ພາຍໃນປະເທດ ພວກເຂົາຈຶ່ງພາກັນຫຼົບໜີ ເພາະບໍ່ຢາກຢູ່ໃນລະບອບທີ່ບໍ່ມີໂອກາດທາງດ້ານເສດຖະກິດ ແຕ່ໃນປັດຈຸບັນທີ່ພວກເຂົາເບິ່ງເຫັນໂອກາດແລ້ວ ພວກເຂົາກໍກັບຄືນປະເທດ.

ເຖິງແນວໃດກໍຕາມ ສິ່ງທີ່ໜ້າຄິດແມ່ນ ປາກົດການຍ້າຍອອກນອກປະເທດຂອງຄົນທົດສະວັດ 50 ປີກ່ອນນັ້ນ ບໍ່ຄືກັບປາກົດການຂອງຄົນຍຸກປັດຈຸບັນ ເພາະຍຸກນັ້ນແມ່ນຍຸກ ເບບີ້ບູມເມີ້ ແຮງງານຍ້າຍຖິ່ນຖານໄປດ້ວຍຊີວິດທີ່ລຳບາກ ມັນແມ່ນຍຸກທີ່ປະຊາກອນຄົນໜຸ່ມສາວໃນທົ່ວໂລກມີຫຼາຍ ຄົນຍ້າຍໄປກໍໄປແບບທີ່ບໍ່ໄດ້ຮັບການຍອມຮັບເທົ່າທີ່ຄວນ, ເປັນປະຊາຊົນຊົນຊັ້ນທີສາມ, ເປັນແຮງງານຂັ້ນຕໍ່າ ທີ່ຖືກກີດກັນ ແຕ່ໃນຍຸກປັດຈຸບັນບໍ່ແມ່ນແນວນັ້ນແລ້ວ. ໃນອາເມລິກາ, ບັນດາປະເທດໃນເອີຣົບ ປັດຈຸບັນ ແມ່ນກຳລັງຢູ່ໃນຍຸກສັງຄົມສູງອາຍຸ ການຍ້າຍໄປຂອງໄວໜຸ່ມແມ່ນຖືກຍອມຮັບຈາກປະເທດນຳເຂົ້າແຮງງານ ເພາະເຂົາຈະເລືອກເຟັ້ນເອົາຄົນທີ່ມີທັກສະສູງ. ເລື່ອງການຖືກຢຽດ ກໍມີໜ້ອຍລົງ. ສະນັ້ນ ຫາກຈະບອກວ່າປະເທດແຜ່ນດິນເກີດເປັນປະເທດທີ່ດີສຸດແລ້ວ ໄປຢູ່ບ່ອນອື່ນບໍ່ດີເທົ່າປະເທດຕົນເອງ ຈຶ່ງເປັນເລື່ອງທີ່ບໍ່ໜ້າຈູງໃຈເທົ່າທີ່ຄວນ.

ທິດທາງໃນການແກ້ໄຂ
ອີງຕາມຂໍ້ມູນທີ່ສັງລວມໄດ້ໃນກຸ່ມເຟດສ໌ບຸກ ย้ายประเทศกันเถอะ ແລະ ອີງຕາມທັດສະນະຂອງອາຈານ ກະນົກຣັດ ເລີດຊູສະກຸນ ເພື່ອແກ້ໄຂປາກົດການທີ່ເກີດຂຶ້ນນີ້ ຜູ້ທີ່ມີອຳນາດໃນການຕັດສິນໃຈຄວນຄຳນຶງເຖິງເລື່ອງດັ່ງຕໍ່ໄປນີ້:

  • ໃຫ້ໂອກາດ ຫຼື ສ້າງພື້ນທີ່ ໃຫ້ສັງຄົມມີສ່ວນຮ່ວມໃນການບໍລິຫານປະເທດ, ຮັບຟັງຄຳຄິດຄຳເຫັນ ໂດຍບໍ່ຕັດສິນຈາກອາຍຸຂອງຜຸ້ອອກຄຳເຫັນ ເຖິງແມ່ນວ່າແນວຄວາມຄິດຂອງຄົນຍຸກຕ່າງໆຈະແຕກຕ່າງກັນ ແຕ່ ຄວນມີການໂອ້ລົມກັນດ້ວຍເຫດ ແລະ ຜົນ ເພາະໄວໜຸ່ມແມ່ນອະນາຄົດຂອງຊາດ ພວກເຂົາມີສິດສະເໜີວ່າຕ້ອງການສັງຄົມແບບໃດ.
  • ຄວນມີການປະຕິຮູບການສຶກສາ ເພາະເຫັນໄດ້ວ່າຄົນເກັ່ງໆໃນປັດຈຸບັນມີທ່າອ່ຽງອອກນອກປະເທດຫຼັງຈາກຈົບຊັ້ນມັດທະຍົມປາຍ.
  • ຄວນທົບທວນການບໍລິຫານປະເທດ ເປັນຫຍັງຈຶ່ງເກີດປາກົດການນີ້ຂຶ້ນ ມັນຕ້ອງມີຂໍ້ດ້ອຍຢູ່ຈຸດໃດຈຸດໜຶ່ງ ທີ່ຄວນໄດ້ຮັບການແກ້ໄຂ.

ນັ້ນແມ່ນປາກົດການທີ່ເກີດຂຶ້ນຢູ່ປະເທດບ້ານໃກ້ເຮືອນຄຽງຂອງພວກເຮົາ ສຳລັບບັນດາທ່ານເດ ທ່ານມີຄວາມຄິດແນວໃດຕໍ່ກັບປາກົດການນີ້, ທ່ານມີຄວາມຕ້ອງການອອກໄປອາໄສຢູ່ປະເທດອື່ນຫຼືບໍ່? ຖ້າມີ, ເປັນຫຍັງ ຈຶ່ງຢາກໄປ?

ທີ່ມາ:
https://bit.ly/2QTgjmE
https://bit.ly/3tgd2uN
https://thestandard.co/lets-move-abroad-thai-facebook-group/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/