Microsoft ກຽມປະກາດປົດພະນັກງານເພີ່ມ ຫຼັງຍອດຂາຍລິຂະສິດ Windows ໃນຄອມພິວເຕີລົດລົງ

Microsoft

ໃນໄລຍະເດືອນ ກໍລະກົດ ທີ່ຜ່ານມາ Microsoft ບໍລິສັດຜູ້ນຳດ້ານເທັກໂນໂລຢີຈາກຫະຫະລັດອາເມຣິກາ ໄດ້ມີການປະກາດປົດພະນັກງານ 1% ຂອງບໍລິສັດອອກ ເນື່ອງຈາກວ່າອັດຕາການເຕີບໂຕຂອງບໍລິສັດ ຊ້າທີ່ສຸດໃນຮອບ 5 ປີ ຈຶ່ງເຮັດໃຫ້ທາງບໍລິສັດຕັດສິນໃຈຕັດພະນັກງານອອກ ເພື່ອລົດຕົ້ນທຶນ.

Microsoft

ຫຼ້າສຸດ Microsoft ກໍໄດ້ມີການປະກາດວ່າກໍາລັງຈະລົດພະນັກງານລົງອີກຄັ້ງ ຫຼັງຈາກຄາດວ່າຍອດຂາຍລິຂະສິດ ລະບົບປະຕິບັດການ Windows ໃນເຄື່ອງ PC ທີ່ຖືເປັນແຫຼ່ງລາຍໄດ້ຫຼັກໆຂອງບໍລິສັດກຳລັງລົດລົງ.

Microsoft

ໂດຍທາງ Microsoft ໄດ້ບອກວ່າ ການປົດພະນັກງານເພີ່ມໃນຄັ້ງນີ້ເປັນໄປຕາມການປັບໂຄງສ້າງຂອງອົງກອນໃຫ້ມີຄວາມສົມເຫດສົມຜົນຫຼາຍຂຶ້ນ ແລະ ທາງບໍລິສັດໄດ້ປະເມີນຂໍ້ດີຂໍ້ເສຍຂອງການປັບຕົວຄັ້ງນີ້ໄວ້ເປັນທີ່ຮຽບຮ້ອຍແລ້ວ ແລະ ໃນອະນາຄົດ ທາງບໍລິສັດ ອາດຈະກັບມາຈ້າງພະນັກງານເພີ່ມ ໃນສ່ວນທຸລະກິດຂອງບໍລິສັດທີ່ມີທ່າອ່ຽງທີ່ຈະເຕີບໂຕໄດ້.

Microsoft

ທີ່ໜ້າສົນໃຈກໍຄືວ່າ ກ່ອນໜ້ານີ້ຫຼາຍໆບໍລິສັດເທັກໂນໂລຢີລາຍໃຫຍ່ ຕ່າງກໍມີຜົນປະກອບການທີ່ບໍ່ຄ່ອຍຈະດີປານໃດ ແລະ ຫຼາຍໆບໍລິສັດກໍເລືອກການລົດຕົ້ນທຶນໂດຍການປົດພະນັກງານອອກ.

ນັບຕັ້ງແຕ່ເຂົ້າປີ 2022 ມາບໍ່ວ່າຈະເປັນ Netflix, Coinbase ຫຼື ແມ່ນແຕ່ Meta ກໍມີຂ່າວວ່າປົດພະນັກງານຢູ່ຕະຫຼອດ ເຊິ່ງມັນສະທ້ອນໃຫ້ເຮົາເຫັນວ່າວິກິດການທາງເສດຖະກິດ ແລະ ເງິນເຟີ້ທີ່ເຮັດໃຫ້ຕົ້ນທຶນທຸກຢ່າງລາຄາເພີ່ມສູງຂຶ້ນ ຈົນເຮັດໃຫ້ຫຼາຍໆບໍລິສັດ ຕ້ອງມີມາດຕະການຕ່າງໆອອກມານັ້ນ ອາດຈະຍັງບໍ່ຈົບງ່າຍໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply