ນິວຊີແລນ  ຜ່ານກົດໝາຍຫ້າມຄົນທີ່ເກີດຫຼັງວັນທີ 1 ມັງກອນ 2009 ຊື້ຢາສູບຕະຫຼອດຊີວິດ

ນິວຊີແລນ

ວັນທີ 13 ​ທັນວາ ປະເທດນິວຊີແລນ ໄດ້ຜ່ານກົດໝາຍໃໝ່ ຫ້າມປະຊາຊົນທີ່ເກີດຫຼັງວັນທີ 1 ມັງກອນ 2009 ເປັນຕົ້ນໄປ ຊື້ຢາສູບ ໂດຍມີຜົນບັງຄັບຕະຫຼອດຊີວິດ ເພື່ອຈໍາກັດບໍ່ໃຫ້ຄົນຮຸ່ນໃໝ່ເລີ່ມຕົ້ນສູບຢາ ແລະ ເປັນສ່ວນໜຶ່ງຂອງການເຮັດໃຫ້ ນິວຊີແລນ ກາຍເປັນປະເທດທີ່ປາສະຈາກຢາສູບ ໃນປີ 2025

ຈາກກົດໝາຍດັ່ງກ່າວ ຈະເຮັດໃຫ້ອາຍຸຂັ້ນຕໍ່າຂອງຄົນທີ່ຈະມາຊື້ຢາສູບໄດ້ຢ່າງຖືກຕ້ອງຕາມກົດໝາຍນັ້ນ ຈະເພີ່ມຂຶ້ນເລື້ອຍໆ. ໂດຍຮຸ່ນສຸດທ້າຍທີ່ຈະສາມາດຊື້ຢາສູບໄດ້ນັ້ນແມ່ນຄົນທີ່ເກີດໃນປີ 2008 ເຊິ່ງຕອນນີ້ຈະມີອາຍຸ 14 ປີ ແປວ່າ ໃນອີກ 50 ປີ ຄົນທີ່ຈະມີສິດຊື້ຢາສູບໃນປະເທດນິວຊີແລນນັ້ນ ຈະເປັນຄົນທີ່ມີອາຍຸ 64 ປີ ຂຶ້ນໄປເທົ່ານັ້ນ.

ນິວຊີແລນ

ໂດຍຜູ້ທີ່ຝ່າຝືນຈະມີໂທດປັບໄໝສູງສຸດເຖິງ 150.000 ໂດລານິວຊີແລນ. ນອກຈາກນີ້ ກົດໝາຍສະບັບດັ່ງກ່າວຍັງມີເປົ້າໝາຍໃນການລົດປະລິມານ ນິໂຄຕິນ ໃນຢາສູບ ລວມເຖິງລົດຈຳນວນຮ້ານຄ້າຍ່ອຍທີ່ຈະໄດ້ຮັບອະນຸຍາດໃຫ້ຂາຍຢາສູບ. ສຳລັບເປົ້າໝາຍໃນປາຍປີນີ້ ຈາກແຕ່ກ່ອນທີ່ມີຮ້ານຄ້າຂາຍຢາສູບປະມານ 6.000 ຮ້ານ ກໍຈະລົດລົງເຫຼືອພຽງ 600 ຮ້ານ.

ນິວຊີແລນ

ອາເຍຊາ ເວີລໍ (Ayesha Verrall) ລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນຖະແຫຼງການວ່າ: “ກົດໝາຍສະບັບນີ້ຈະຊ່ວຍເລັ່ງໃຫ້ເກີດຄວາມກ້າວໜ້າ ໄປສູ່ອະນາຄົດທີ່ປາສະຈາກຢາສູບ. ຄົນເປັນພັນໆຄົນຈະມີຊີວິດທີ່ຍືນຍາວຂຶ້ນ ແລະ ລະບົບສາທາລະນະສຸກກໍຈະບໍ່ຕ້ອງເສຍເງິນເຖິງ 5 ພັນໂດລາ ຈາກການທີ່ຕ້ອງປິ່ນປົວໂຣກທີ່ເກີດຈາກການສູບຢາ”

ຢ່າງໃດກໍຕາມ ກົດໝາຍດັ່ງກ່າວຈະບໍ່ຖືກຈຳກັດການຂາຍຢາສູບໄຟຟ້າແຕ່ຢ່າງໃດ ເຊິ່ງຈາກຂໍ້ມູນສະຖິຕິກໍພົບວ່າ ຊາວນິວຊີແລນ ໄດ້ເລີ່ມຫັນມາສູບຢາສູບໄຟຟ້າກັນຫຼາຍຂຶ້ນ ຈາກປີກ່ອນໜ້ານີ້ມີຜູ້ສູບ 6,2% ກໍເພີ່ມຂຶ້ນເປັນ 8,3 ໃນປີນີ້. ໃນຂະນະທີ່ຜູ້ສູບຢາສູບນັ້ນ ໃນປີນີ້ລົດລົງເຫຼືອພຽງ 8% ຈາກປີກ່ອນທີ່ມີຢູ່ປະມານ 9,4%.

ຂອບໃຈຂໍ້ມູນຈາກ:​

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/