ທົ່ງກາປ່າແປກ ສະຖານທີ່ທ່ອງທ່ຽວທີ່ຄົ້ນພົບໃໝ່ ໃກ້ກັບຊາຍແດນລາວ-ຫວຽດນາມ ແລະ ຍັງມີລະເບີດບໍ່ທັນແຕກຫຼົງເຫຼືອຢູ່

ທົ່ງກາປ່າແປກ-ສະຖານທີ່ທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວ ທົ່ງກາປ່າເເປກ ເປັນແຫຼ່ງທ່ອງທ່ຽວທີ່ຫາກໍຄົ້ນພົບ ເຊິ່ງເປັນທົ່ງກວ້າງໃຫຍ່ໄພສານ ຢູ່ແຂວງສາລະວັນ ພາກໃຕ້ຂອງປະເທດລາວ, ຕັ້ງຢູ່ເຂດຈອມພູຫຼາຍໜ່ວຍເກາະກ່າຍກັນ ແລະ ປົກຫຸ້ມດ້ວຍປ່າແປກເກົ່າແກ່ ທີ່ຫຼົງເຫຼືອຢູ່ແຕ່ສະໄໝສົງຄາມອິນດູຈີນ ເຊິ່ງສາມາດວັດແທກຄວາມສູງຈາກໜ້ານໍ້າທະເລ ໄດ້ 1.000 ກວ່າແມັດ.

ຊາວບ້ານທົ່ງສະ ໄດ້ໃຫ້ຂໍ້ມູນວ່າ: ເຂດດັ່ງກ່າວຕັ້ງບໍ່ຫ່າງໄກປານໃດຈາກຊາຍແດນຫວຽດນາມ, ໃນອະດີດນັ້ນບໍລິເວນດັ່ງກ່າວ ແມ່ນເຂດການເຄື່ອນໄຫວປະຕິວັດ ແລະ ມີການຕໍ່ສູ້ກັນກັບຝ່າຍກົງກັນຂ້າມ ສະນັ້ນພູຫຼາຍຫົວໜ່ວຍ ກໍກາຍເປັນພູຫົວໂລ້ນເປົ່າແປນເຕັມດ້ວຍຫຍ້າຄັງ ແລະ ມີປ່າໄມ້ແປກໃຫຍ່ ຈໍານວນຫຼາຍທີ່ຫຼົງເຫຼືອຢູ່ຈາກພິດຮ້າຍຂອງສະໄໝສົງຄາມອິນດູຈີນ. 3-4 ປີຜ່ານມາ ເມື່ອມີຜູ້ຄົນ ແລະ ພໍ່ແມ່ປະຊາຊົນເຂົ້າໄປຫາກິນ ຫຼື ໄປທ່ອງທ່ຽວ ເຮັດໃຫ້ຄົນຈໍານວນໜຶ່ງຖ່າຍພາບ ແລະ ບັນທຶກການເດີນທາງແລ້ວ ເອົາຂຶ້ນສື່ສັງຄົມອອນລາຍ. ນັ້ນຄືທີ່ມາຂອງຂໍ້ມູນຂ່າວສານ ແລະ ແຫຼ່ງທ່ອງທ່ຽວດັ່ງກ່າວ ໄດ້ເປີດເຜີຍອອກສູ່ສັງຄົມຫຼາຍຂຶ້ນນັບມື້.

ທົ່ງກາປ່າແປກ-ສະຖານທີ່ທ່ອງທ່ຽວ

ສະຖານທີ່ແຫ່ງນີ້ເປັນທໍາມະຊາດທີ່ໜ້າສົນໃຈເພາະອາກາດຈະເຢັນຄ້າຍພາກເໜືອຂອງ ສປປ ລາວ ເປັນຕົ້ນພູຄູນ, ຊໍາເໜືອ ແລະ ຊຽງຂວາງ ຖ້າທ່ານມັກທໍາມະຊາດ ໃນລັກສະນະນອນຄ້າງຄືນຊົມດາວ, ກິນບັນຍາກາດສົດກັບຄວາມງຽບ, ເບິ່ງທະເລໝອກ, ເບິ່ງຕາເວັນຕົກດິນ, ຍ່າງເລາະຊົມປ່າໄມ້ແປກ ແລະ ອື່ນໆ ເຊິ່ງສາມາດໄປສໍາຜັດໄດ້. ອີກຢ່າງໜຶ່ງສະຖານທີ່ແຫ່ງນີ້ ຍັງບໍ່ທັນໄດ້ພັດທະນາເປັນແຫຼ່ງທ່ອງທ່ຽວເທື່ອ ແຕ່ໃນອະນາຄົດອັນໃກ້ນີ້ ອາດຈະພັດທະນາ ໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່, ທີ່ສໍາຄັນຄວນເອົາໃຈໃສ່ເປັນພິເສດຄື: ຍັງມີລະເບີດທີ່ຍັງບໍ່ທັນແຕກ ຢັ່ງຢາຍຢູ່ເປັນຈຳນວນຫຼວງຫຼາຍ ໂດຍສະເພາະແມ່ນລູກບອມບີ້ ສັງເກດໄດ້ວ່າ ມີຂຸມລະເບີດນ້ອຍໃຫຍ່ ທີ່ຢູ່ຕາມທົ່ງຫຍ້າ ແລະ ມີຕົ້ນແປກເກີດຢູ່ອ້ອມປາກຂຸມລະເບີດ. ຂໍ້ຄວນລະວັງທີ່ສຸດ ສຳລັບຄົນທີ່ໄປ ໃຫ້ຍ່າງຕາມເສັ້ນທາງຍ່າງເສັ້ນເກົ່າທີ່ມີຢູ່ ຫ້າມອອກນອກແລວເດັດຂາດ ແລະ ຖ້າທ່ານຈະໄປແທ້ໆ ຄວນສອບຖາມຂໍ້ມູນລະອຽດ ຫຼື ມີຜູ້ຊໍານານທາງນໍາພາທ່ານໄປຈະດີກວ່າ.

ທົ່ງກາປ່າແປກ-ສະຖານທີ່ທ່ອງທ່ຽວ

ສຳລັບການເດີນທາງ ແມ່ນແນະນຳໃຫ້ຂີ່ລົດຈັກ ຫຼື ລົດໃຫຍ່ທີ່ມີລະບົບຟໍວິນ ເຊິ່ງຈະຂັບລົດອອກຈາກສາມແຍກອະນຸສາວະລີອົງແກ້ວ ໄປຕາມເສັ້ນທາງທີ່ຈະເດີນທາງໄປຍັງດ່ານລາໄລ ໄປປະມານ 65 ກິໂລແມັດ ແລ້ວຮອດສາມແຍກກ່ອນ ຈະຮອດເມືອງຕະໂອຍ ປະມານ 10 ກິໂລແມັດ ແລ້ວລ້ຽວຂວາ ໄປຕາມເສັ້ນທາງຕັດໃໝ່ ໄປຫາເມືອງກະລຶມ, ຫຼັງຈາກນັ້ນ ຂັບລົດໄປປະມານ 6 ກິໂລແມັດໃຫ້ລ້ຽວຊ້າຍໄປຍັງບ້ານທົ່ງສະ ເຊິ່ງຂັບໄປປະມານ 23 ກິໂລແມັດ ກໍຈະຮອດ ທົ່ງກາປ່າແປກ.

ແຂວງສາລະວັນ ມີປະຊາກອນພຽງ 400.000 ຄົນ, ມີຊາຍແດນຕິດກັບ 3 ແຂວງ ແລະ 2 ປະເທດຄື: ທິດເໜືອຕິດກັບແຂວງສະຫວັນນະເຂດ, ທິດໃຕ້ຕິດກັບແຂວງຈຳປາສັກ ແລະ ແຂວງເຊກອງ, ທິດຕາເວັນອອກຕິດກັບຫວຽດນາມ ແລະ ທິດຕາເວັນຕົກຕິດກັບໄທ ເປັນແຂວງໜຶ່ງທີ່ມີຄວາມອຸດສົມບູນທາງທໍາມະຊາດ, ປະຫວັດສາດ ແລະ ມີຫຼາກຫຼາຍຊົນເຜົ່າ ກັບຮີດຄອງປະເພນີ ແລະ ວັດທະນະທຳທີ່ໜ້າສົນໃຈ ໂດຍສະເພາະລຳສາລະວັນ, ລຳຜູ້ໄທ, ລຳຕາລີມອນ, ລຳກະເລີ້ຍ ແລະ ອື່ນໆ ໃນການຂັບລຳຕ່າງໆ ກໍມີຄວາມມ່ວນຊື່ນອອນຊອນແຕກຕ່າງກັນ ໄປຕາມ ຈຸດພິເສດຂອງແຕ່ລະເຜົ່າ.

ຂອບໃຈຂໍ້ມູນຈາກ:

https://bit.ly/3yrpBZg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/