ສານສະເປນ ຕັດສິນໃຫ້ອະດີດສາມີ ຈ່າຍເງິນ 2 ແສນ ຢູໂຣ ໃຫ້ພັນລະຍາ ເພື່ອຕອບແທນທີ່ເຮັດວຽກເຮືອນມາຕະຫຼອດເວລາທີ່ແຕ່ງງານກັນ

ສານສະເປນ

ເມື່ອບໍ່ດົນມານີ້ ສານເບເລສ ມາລາກ້າ (Velez-Malaga) ທີ່ຢູ່ທາງຕອນໃຕ້ຂອງປະເທດສະເປນ ໄດ້ມີຄຳສັ່ງຕັດສິນໃຫ້ ນາງ ອີວານາ ໂມຣັລ (Ivana Moral) ແມ່ຍິງອາຍຸ 48 ປີ ໄດ້ຮັບເງິນຊົດເຊີຍຈຳນວນ 204.624,86 ຢູໂຣ ຈາກອະດີດສາມີ ເພື່ອເປັນຄ່າຕອບແທນທີ່ ນາງຕ້ອງທົນເຮັດວຽກເຮືອນວຽກຊານມາຕະຫຼອດໄລຍະເວລາທີ່ແຕ່ງງານກັນ.

ໂດຍສານລະບຸວ່າໃນການແຕ່ງງານຂອງພວກເຂົາລະຫວ່າງເດືອນມິຖຸນາ 1995 ຫາ 2020, ໂມຣັລ ແມ່ນຕ້ອງຮັບໜ້າທີ່ດູແລເຮືອນຊານແຕ່ພຽງຜູ້ດຽວ ຜູ້ພິພາກສາໄດ້ຄິດໄລ່ການຈ່າຍເງິນໂດຍອີງໃສ່ຄ່າແຮງຂັ້ນຕໍ່າຂອງປະເທດສະເປນ.

ສ່ວນເຫດຜົນ​ທີ່​ສົມບັດ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ແມ່ນ​ຍ້ອນ​ສານ​ພິຈາລະນາ​ແລ້ວວ່າ ນາງ​ບໍ່​ສາມາດ​ປະກອບ​ອາຊີບອື່ນ​ໄດ້ ຍ້ອນ​ນາງ​ອຸທິດ​ຕົນທັງຊີວິດ​ເພື່ອຄອບຄົວ.

ໂມຣັລ ກ່າວວ່າ: “ໃນຂະນະທີ່ຄວາມຮັ່ງມີຂອງອະດີດສາມີຂອງນາງເພີ່ມຂຶ້ນ. ຈົນສາມາດຊື້ລົດຫຼູ ຫຼາຍຄັນ ແລະ ຟາມນ້ໍາມັນໝາກກອກ ຈາກເງິນທຸລະກິດຫ້ອງອອກກໍາລັງກາຍຂອງຄອບຄົວ. ແຕ່​ນາງ ​ບໍ່​ສາມາດ​ຊື້ໄດ້ແມ່ນແຕ່​ປຶ້ມ​ບົດເຝິກຫັດໃຫ້​ລູກ​ສາວ​ໄດ້”.

ໂມຣັລ ລະບຸຕື່ມວ່າ: “ຂ້ອຍສະໜັບສະໜູນວຽກງານຂອງຜົວ ແລະ ຄອບຄົວຂອງຂ້ອຍ. ແຕ່ຂ້ອຍບໍ່ເຄີຍໄດ້ຮັບອະນຸຍາດໃຫ້ເຂົ້າເຖິງວຽກງານທາງດ້ານການເງິນຂອງລາວເລີຍ ຊັບສິນທຸກຢ່າງນັ້ນແມ່ນຂຶ້ນຊື່ຂອງຜົວຂ້ອຍໝົດ”

ໃນຕອນທຳອິດ ທີ່ພວກເຂົາແຕ່ງງານກັນໃນ ປີ 1995, ອະດີດສາມີ ແລະ ໂມຣັລ ໄດ້ເຊັນສັນຍາແບ່ງຊັບສິນ. ໂດຍໃນສັນຍາລະບຸວ່າ ຊັບສິນໃດກໍຕາມທີ່​ໄດ້​ມາ​ໃນ​ລະ​ຫວ່າງ​ການ​ແຕ່ງ​ງານ ຊັບສິນນັ້ນຈະເປັນຊັບສິນສ່ວນຕົວຂອງທັງຜົວ ເມຍ. ເຊິ່ງ ໂມຣັລ ກ່າວວ່າ: “ນີ້ແມ່ນການກີດກັ້ນທາງການເງິນຢ່າງສົມບູນ ຂ້ອຍບໍ່ເຫຼືອຫຍັງແລ້ວຫຼັງຈາກງານແຕ່ງງານຈົບລົງ, ຂ້ອຍ ແລະ ລູກສາວຂອງຂ້ອຍບໍ່ເຫຼືອຫຍັງເລີຍຫຼັງ​ຈາກ​ໄດ້​ໃຫ້​ເວລາ, ພະລັງງານ ແລະ ຄວາມ​ຮັກ​ທັງ​ໝົດ​ໃຫ້​ແກ່​ຄອບຄົວ​ຂອງ​ຂ້ອຍ​ໃນ​ຫຼາຍ​ປີ​ຜ່ານ​ມາ.”

ນອກຈາກນີ້, ອີງຕາມຄໍາຕັດສິນຂອງສານ ອະດີດສາມີຂອງ ໂມຣັລ ຍັງຕ້ອງຈ່າຍຄ່າຊົດເຊີຍໃຫ້ນາງ 500 ຢູໂຣ ຕໍ່ເດືອນ, ເຊັ່ນດຽວກັນກັບອີກ 400 ຢູໂຣ ແລະ 600 ຢູໂຣ ໃຫ້ກັບລູກສາວທັງສອງຂອງລາວເຊັ່ນກັນ.

ຢ່າງໃດກໍຕາມ, ເຫດຜົນວ່າເປັນຫຍັງ ໂມຣັລ ອອກມາເວົ້າໃນເລື່ອງນີ້ ແມ່ນນາງຕ້ອງການໃຫ້ແມ່ຍິງຮູ້ວ່າພວກເຂົາສາມາດຂໍຄ່າຈ້າງສໍາລັບການເຮັດວຽກພາຍໃນເຮືອນ, ມາຕ້າ ຟູເອນເຕັສ (Marta Fuentes) ທະນາຍຄວາມຂອງ ໂມຣັລ ກ່າວວ່າ: “ຄໍາຕັດສິນດັ່ງກ່າວເປັນໄຊຊະນະສໍາລັບແມ່ຍິງຜູ້ທີ່ຕ້ອງເຮັດວຽກຢູ່ໃນ ‘ເງົາ’ ຂອງຜູ້ຊາຍ ຫຼື ສາມີ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/