ຕໍາຫຼວດເຕືອນ! ປີໃໝ່ນີ້ ໃຫ້ຂັບລົດຢ່າງລະມັດລະວັງ ແລະ ກຽມເອກະສານໃຫ້ຄົບຖ້ວນ ເພື່ອຄວາມປອດໄພ

ຕໍາຫຼວດເຕືອນ! ປີໃໝ່ນີ້

ນັບຖອຍຫຼັງອີກພຽງ 3 ມື້ກໍຮອດມື້ສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີໃໝ່ 2023 ແລ້ວ ພວກເຮົາທຸກຄົນທີ່ຈະເດີນທາງໄປຢ້ຽມຢາມຄອບຄົວບ້ານເກີດ ຫຼື ທ່ອງທ່ຽວຕ້ອງຮັບປະກັນເລື່ອງສຸຂະພາບຂອງຕົນ, ເອກະສານລົດທີ່ຈຳເປັນທຸກຢ່າງ ເນື່ອງຈາກເຈົ້າໜ້າທີ່ຈະກວດກາເຂັ້ມງວດ ເພື່ອປ້ອງກັນບັນຫາອຸບັດເຫດອັນເກີດຈາກຄວາມບົກພ່ອງທາງດ້ານເທັກນິກລົດ  ແລະ ການມຶນເມົາ.

ທ່ານ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໄດ້ເຜີຍຕໍ່ສື່ມວນຊົນ ໃນວັນທີ 26 ທັນວາ ວ່າ: ການສະເຫຼີມສະຫຼອງປີໃໝ່ສາກົນ 2022 ທີ່ຜ່ານມາ ມີອຸບັດເຫດເກີດຂຶ້ນຈາກການຈະລາຈອນທາງບົກຈຳນວນ 197 ລາຍ, ພາຫະນະເປ່ເພ ຈຳນວນ 315 ຄັນ, ໄດ້ຮັບບາດເຈັບ 297 ຄົນ, ເສຍຊີວິດ ຈຳນວນ 43 ຄົນ, ຍິງ 07 ຄົນ, ສ້າງຜົນເສຍຫາຍທາງດ້ານຊີວິດ, ສຸຂະພາບ, ຊັບສິນຂອງລັດ, ຂອງບຸກຄົນ, ລວມໝູ່ ແລະ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຢ່າງມະຫາສານ.

ຕໍາຫຼວດເຕືອນ! ປີໃໝ່ນີ້

ສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດເຫດຈະລາຈອນທາງບົກ ສ່ວນໃຫຍ່ມາຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ ແລະ ການຂັບຂີ່ພາຫະນະຄວາມໄວເກີນກົດໝາຍກຳນົດ. ສະນັ້ນ ເພື່ອຮັບປະກັນຄວາມປອດໄພທາງດ້ານຊີວິດ  ແລະ ຊັບສິນອັນເກີດຈາກອຸບັດເຫດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ປີໃໝ່ສາກົນ 2023 ນີ້ເຈົ້າໜ້າທີ່ແມ່ນຈະໄດ້ຈັດຕັ້ງກຳລັງລົງຕັ້ງຈຸດກວດກາການສັນຈອນຕາມເສັ້ນທາງຫຼວງ, ກວດກາເອກະສານ, ກວດກາຜູ້ຂັບຂີ່ພາຫະນະ, ກວດກາຈັບຄວາມໄວ, ກວດກາທາດເຫຼົ້າ, ກວດກາສະພາບພາຫະນະ ແລະ ອື່ນໆ ທີ່ລະເມີດຕໍ່ກົດລະບຽບການຈະລາຈອນທາງບົກ.

ຕໍາຫຼວດເຕືອນ! ປີໃໝ່ນີ້

ທັງນີ້ກໍເພື່ອເຮັດໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2022 ຕ້ອນຮັບປີໃໝ່ສາກົນ 2023 ມີຄວາມສະຫງົບ, ຄວາມເປັນລະບຽບຮອບຮ້ອຍ ແລະ ປອດໄພໃນການສັນຈອນໄປ–ມາ ປາສະຈາກປາກົດການຫຍໍ້ທໍ້ ແລະ ລົດຜ່ອນຜົນເສຍຫາຍຈາກການເກີດອຸບປະຕິເຫດ.

ສະນັ້ນຂໍໃຫ້ທຸກໆພາກສ່ວນໃນສັງຄົມໃຫ້ເປັນເຈົ້າການ ໃນການປະຕິບັດກົດຈະລາຈອນທາງບົກ, ການຂັບຂີ່ຢ່າງເຂັ້ມງວດ ແລະ ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໃນການຈັດຕັ້ງປະຕິບັດໜ້າທີ່ ການປ້ອງກັນສະກັດກັ້ນອຸບັດເຫດການຈະລາຈອນທາງບົກ ເຮັດແນວໃດໃຫ້ປາສະຈາກໄດ້ຜົນເສຍຫາຍທາງດ້ານຊີວິດ, ສຸຂະພາບ ແລະ ຊັບສິນ ທີ່ເກີດຈາກການເກີດອຸບັດເຫດຈະລາຈອນທາງບົກ ໃນໄລຍະປີໃໝ່ສາກົນ 2023 ປີນີ້.

ຕໍາຫຼວດເຕືອນ! ປີໃໝ່ນີ້

ຂອບໃຈຂໍ້ມູນຈາກ: https://bit.ly/3vmdw6b

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/