ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນເຜີຍອາດຈະປະກາດຍຸບສະພາ ເພື່ອຈັດການເລືອກຕັ້ງຄັ້ງໃໝ່ກ່ອນທີ່ຈະປະກາດຂຶ້ນພາສີ

ຟູມິໂອະ

ໃນວັນທີ 28 ທັນວາ 2022 ສຳນັກຂ່າວໃນຍີ່ປຸ່ນໄດ້ລາຍງານວ່າ ຟູມິໂອະ ຄິຊິດະ ນາຍົກລັດຖະມົນຕີຂອງຍີ່ປຸ່ນອາດຈະປະກາດຍຸບສະພາ ເພື່ອຈັດການເລືອກຕັ້ງຄັ້ງໃໝ່ກ່ອນກຳນົດ ກ່ອນການປະກາດຂຶ້ນພາສີຫາງົບປະມານສະໜັບສະໜູນດ້ານຄວາມໝັ້ນຄົງຂອງປະເທດ ເຊິ່ງຖ້າຫາກເປັນໄປຕາມແຜນທີ່ວາງໄວ້ ຈະຖືວ່າເປັນການເພີ່ມງົບປ້ອງກັນປະເທດຄັ້ງໃຫຍ່ທີ່ສຸດໃນຮອບສະຕະວັດຂອງຍີ່ປຸ່ນ.

ຟູມິໂອະ

ເບື້ອງຕົ້ນ ນາຍົກລັດຖະມົນຕີຍີ່ປຸ່ນເຜີຍວ່າ ລັດຖະບານຍັງບໍ່ໄດ້ຕັດສິນໃຈວ່າຈະໃຫ້ເລີ່ມຈ່າຍພາສີຫຼາຍຂຶ້ນເມື່ອໃດ ແຕ່ຄາດວ່າຈະເກີດໃນໄລຍະເວລາທີ່ເໝາະສົມ ລະຫວ່າງປີ 2024-2027 ແລະ ຈະເກີດຂຶ້ນພາຍຫຼັງການເລືອກຕັ້ງລະດັບຊາດ ກ່ອນກຳນົດການເກົ່າທີ່ຈະມີຂຶ້ນກ່ອນວັນທີ 31 ຕຸລາ 2025.

ຟູມິໂອະ ຄິຊິດະ ເຜີຍວ່າທາງການຍີ່ປຸ່ນມີແຜນຈະປັບເພີ່ມງົບປະມານດ້ານຄວາມໝັ້ນຄົງຂອງປະເທດປະມານ 60% ໃນໄລຍະເວລາ 5 ປີ ຫຼັງຈາກທີ່ສະຖານະການດ້ານຄວາມໝັ້ນຄົງໃນປະຊາຄົມໂລກບໍ່ຄ່ອຍດີປານໃດ. ທັງນີ້ ຫຼາຍຝ່າຍໃນຍີ່ປຸ່ນສະແດງຄວາມກັງວົນຕໍ່ສະຖານະການບັນຫາຄວາມຂັດແຍ້ງຕ່າງໆທົ່ວໂລກ ບໍ່ວ່າຈະເປັນສົງຄາມຣັດເຊຍ-ຢູເຄຣນ, ຄວາມເຄັ່ງຕຶງລະຫວ່າງຈີນກັບໄຕ້ຫວັນ ແລະ ການເດີນໜ້າທົດສອບລູກສອນໄຟຢ່າງຕໍ່ເນື່ອງຂອງເກົາຫຼີເໜືອ ເຊິ່ງນັ້ນເຮັດໃຫ້ເກີດການປ່ຽນແປງຄັ້ງປະຫວັດສາດໃນປະເທດທີ່ມີລັດຖະທຳມະນູນສະບັບສັນຕິຢ່າງຍີ່ປຸ່ນ ທີ່ຈຳກັດຄ່າໃຊ້ຈ່າຍທາງທະຫານໄວ້ທີ່ປະມານ 1% ຂອງຜະລິດຕະພັນລວມພາຍໃນປະເທດມາຫຼາຍສະຕະວັດ.

ຟູມິໂອະ

ຂໍ້ມູນຜົນສຳຫຼວດຈາກຫຼາຍສຳນັກຂອງຍີ່ປຸ່ນຊີ້ວ່າ ພົນລະເມືອງຜູ້ທີ່ມີສິດລົງຄະແນນສຽງສ່ວນໃຫຍ່ ແມ່ຕ້ອງການເພີ່ມງົບປະມານໃນການປ້ອງກັນປະເທດ ແຕ່ແນວຄິດທີ່ຈະຂຶ້ນພາສີເພື່ອຫາງົບສະໜັບສະໜູນ ບໍ່ເປັນທີ່ນິຍົມ ແລະ ໄດ້ຮັບກະແສຕໍ່ຕ້ານ ໂດຍສະເພາະຢ່າງຍິ່ງໃນໄລຍະທີ່ຍີ່ປຸ່ນປະເຊີນກັບວິກິດອັດຕາເງິນເຟີ້ທີ່ຮຸນແຮງທີ່ສຸດໃນຮອບ 40 ປີ. ຂະນະທີ່ຜົນສຳຫຼວດຄວາມຄິດເຫັນທີ່ເຜີຍແຜ່ໂດຍ Sankei Shimbun ແລະ ສະຖານີກະຈາຍສຽງ ແລະ ພາບ FNN ໃນເດືອນທັນວານີ້ພົບວ່າ ເກືອບ 70% ຂອງຜູ້ຕອບແບບສອບຖາມ ແມ່ນບໍ່ເຫັນດີນຳກັບການຂຶ້ນພາສີ ສົ່ງຜົນໃຫ້ຄະແນນນິຍົມຂອງລັດຖະບານຍີ່ປຸ່ນ ພາຍໃຕ້ການນຳຂອງ ຟູມິໂອະ ຄິຊິດະ ຕົກຕໍ່າທີ່ສຸດ ນັບຕັ້ງແຕ່ເຂົ້າຮັບຕໍາແໜ່ງຜູ້ນຳລັດຖະບານຍີ່ປຸ່ນເມື່ອຕົ້ນເດືອນຕຸລາ 2021 ທີ່ຜ່ານມາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/