ຕະຫຼາດຮຸ້ນອິນເດຍ ແລະ ອິນໂດເນເຊຍ ຮ້ອນແຮງ! ເສດຖະກິດເຕີບໂຕ ປະຊາກອນໄວໜຸ່ມເພີ່ມຂຶ້ນກາຍເປັນທີ່ຈັບຕາຂອງນັກລົງທຶນ


ປະຊາກອນໄວເຮັດວຽກທີ່ເພີ່ມຂຶ້ນເປັນແຮງຂັບເຄື່ອນທີ່ສໍາຄັນ. ອີງຈາກຂໍ້ມູນຂອງ Fidelity International ແລະ BlackRock Investment Institute ຊີ້ໃຫ້ເຫັນວ່າ ຕະຫຼາດຫຼັກຊັບອິນເດຍ ແລະ ອິນໂດເນເຊຍໄດ້ກາຍເປັນທີ່ໜ້າຈັບຕາສໍາລັບບັນດານັກລົງທຶນ. ເນື່ອງຈາກປັດໄຈສໍາຄັນດ້ານໂຄງ​ປະ​ກອບ​ການ​ປະ​ຊາ​ກອນ​ດັ່ງ​ຕໍ່​ໄປ​ນີ້​:

  • ປະຊາກອນໄວເຮັດວຽກທີ່ມີການຂະຫຍາຍຕົວເພີ່ມຂຶ້ນ: ທັງສອງປະເທດມີປະຊາກອນໄວໜຸ່ມສາວຈຳນວນຫຼາຍ ເຊິ່ງຈະເຕີບໂຕຂຶ້ນຢ່າງຕໍ່ເນື່ອງໃນອີກຫຼາຍປີຂ້າງໜ້າ.
  • ການເຕີບໂຕທາງດ້ານເສດຖະກິດ: ເສດຖະກິດຂອງທັງສອງປະເທດຄາດວ່າຈະເຕີບໂຕໄດ້ດີຍ້ອນການໃຊ້ຈ່າຍຂອງລັດຖະບານເພື່ອພັດທະນາໂຄງສ້າງພື້ນຖານ.
  • ການເລືອກຕັ້ງ: ທັງອິນເດຍ ແລະ ອິນໂດເນເຊຍ ມີການເລືອກຕັ້ງໃນປີນີ້. ສ້າງ​ແຮງ​ຈູງ​ໃຈ​ໃຫ້​ລັດຖະບານ​ຊຸກຍູ້​​ນະ​ໂຍບາຍ​ເພື່ອກະຕຸ້ນ​ເສດຖະກິດ.
  • ຄວາມໄດ້ປຽບທາງດ້ານປະຊາກອນ: ອິນເດຍ ແລະ ອິນໂດເນເຊຍ ມີປະຊາກອນໄວເຮັດວຽກທີ່ເພີ່ມຂຶ້ນ. ໃນ​ຂະ​ນະ​ທີ່ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ ແລະ ​ຈີນ​ກໍາ​ລັງ​ປະ​ເຊີນ​ກັບ​ສັງ​ຄົມ​ຜູ້​ສູງ​ອາ​ຍຸ.

ສຳລັບໂອກາດໃນພາກທຸລະກິດ:

  • ທຸລະກິດການເງິນ: ທຸລະກິດນີ້ຄາດວ່າຈະໄດ້ຮັບຜົນປະໂຫຍດຈາກປະຊາກອນທີ່ເພີ່ມຂຶ້ນ. ເນື່ອງຈາກວ່າປະຊາກອນຫຼາຍຂຶ້ນຈະຕ້ອງການເຂົ້າເຖິງການບໍລິການທາງດ້ານການເງິນ.
  • ທຸລະກິດອື່ນໆ: ທຸລະກິດຂາຍຍ່ອຍ, ຜະລິດຕະພັນຜູ້ບໍລິໂພກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ທັງໝົດລ້ວນມີແນວໂນ້ມທີ່ຂະຫຍາຍຕົວຈາກພື້ນຖານຜູ້ບໍລິໂພກທີ່ເພີ່ມຂຶ້ນ.

ຂໍ້ຄວນພິຈາລະນາ

  • ຄວາມສ່ຽງທາງດ້ານການເມືອງ: ທັງອິນເດຍ ແລະ ອິນໂດເນເຊຍເປັນປະເທດທີ່ມີລະບົບປະຊາທິປະໄຕ. ເຊິ່ງ​ອາດ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ
  • ການຜັນຜວນຂອງຕະຫຼາດ: ຕະຫຼາດຫຼັກຊັບໃນທັງສອງປະເທດມີແນວໂນ້ມທີ່ຈະຜັນຜວນຫຼາຍກວ່າຕະຫຼາດທີ່ພັດທະນາ.

ໂດຍລວມແລ້ວ, ຕະຫຼາດຫຼັກຊັບອິນເດຍ ແລະ ອິນໂດເນເຊຍສະເໜີໂອກາດການລົງທຶນທີ່ໜ້າສົນໃຈສໍາລັບນັກລົງທຶນທີ່ຊອກຫາການເຕີບໂຕໃນໄລຍະຍາວ.

ຢ່າງໃດກໍຕາມ, ນັກລົງທຶນຄວນສຶກສາຂໍ້ມູນຢ່າງລະອຽດ ແລະ ພິຈາລະນາຄວາມສ່ຽງທີ່ກ່ຽວຂ້ອງກ່ອນຕັດສິນໃຈລົງທຶນ.

ທີ່ມາ:

economictimes.indiatimes

businesstimes

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/