ຄືເຮັດແນວນັ້ນ! ແຟນບານຕົວນ້ອຍຂໍຖ່າຍຮູບກັບ Darwin Nunez ກ່ອນຈະແກ້ເສື້ອ ໂຊວ່າເປັນແຟນ ແມນຢູ ໃສ່ຕໍ່ໜ້າ

ຄືເຮັດແນວນັ້ນ

ດາວິນ ນູນເນສ ກອງໜ້າທີມຊາດ ອຸຣຸໄກວ ຈາກສະໂມສອນ ລິເວີ້ພູລ ທີ່ປັດຈຸບັນກຳລັງຢູ່ໃນຄວາມໝັ້ນໃຈແບບສຸດ ຫຼັງເຮັດຜົນງານໄດ້ດີຢ່າງຕໍ່ເນື່ອງກັບຕົ້ນສັງກັດ ແຕ່ເບິ່ງຄືວ່າ ຄວາມເປັນກອງໜ້າລະດັບໂລກຂອງລາວ ຈະລົດຫາຍໄປເລີຍ ເມື່ອຖືກ ແຟນບານຕົວນ້ອຍຄົນໜຶ່ງ ສ້າງຄວາມປະຫຼາດໃຈໃຫ້ແບບເຕັມໆ ດ້ວຍການຂໍຖ່າຍຮູບ ກ່ອນຈະເປີດເຜີຍວ່າ ຕົນເອງນັ້ນເປັນແຟນບານຂອງແມນຢູ ເຮັດໃຫ້ ນູນເນສນັ້ນ ຕ້ອງຍິ້ມແບບອາຍໆ ກັນໄປເລີຍ.

ໂດຍຕົ້ນເຫດມາຈາກຜູ້ໃຊ້ TikTok ຊື່ບັນຊີວ່າ ronatronz ໄດ້ໂພສວິດີໂອສັ້ນໆລົງ ໃນແພລັດຟອມ ໂດຍໃນວິດີໂອ ເຜີຍໃຫ້ເຫັນ ເດັກຊາຍຄົນໜຶ່ງໃນເສື້ອກັນໜາວສີເທົາ ເຂົ້າໄປຂໍຖ່າຍຮູບກັບ ດາວິນ ນູນເນສ ແລະ ກໍມີການຖ່າຍຮູບນຳກັນປົກກະຕິ ແຕ່ວ່າຫຼັງຖ່າຍຮູບແລ້ວ ໜຸ່ມນ້ອຍຄົນນີ້ ໄດ້ມີການບອກໃຫ້ ຊຸບເປີສະຕາ ເບີ 9 ຢືນຖ້າກ່ອນໜ້ອຍໜຶ່ງ ກ່ອນທີ່ຈະແກ້ເສື້ອກັນໜາວອອກ.

ຄືເຮັດແນວນັ້ນ

ຜົນປາກົດວ່າ ເສື້ອທາງໃນທີ່ໜຸ່ມນ້ອຍຄົນນີ້ໃສ່ຢູ່ນັ້ນ ເປັນເສື້ອຂອງສະໂມສອນແມນຢູ ເຊິ່ງເປັນສະໂມສອນຄູ່ຮັກຄູ່ແຄ້ນຕະຫຼອດການກັບ ລິເວີ້ພູລ ແຖມຍັງຍືດໜ້າເອິກໃສ່ ດາວິນ ນູນເນສ ແບບບໍ່ເກງໃຈກັນເລີຍ.

ຄືເຮັດແນວນັ້ນ

ແຕ່ຢ່າງໃດກໍຕາມ ກອງໜ້າ ອາຍຸ 23 ​ປີ ຄົນນີ້ ກໍຄິດວ່າເປັນການຢອກກັນ ແລະ ຍິ້ມແບບອາຍໆ ໃນຄວາມໜ້າຮັກຂອງໜຸ່ມນ້ອຍຄົນນີ້ ແລະ ຍ່າງອອກໄປ ໂດຍບໍ່ໄດ້ຖືໂທດຫຍັງກັບໜຸ່ມນ້ອຍແຟນຜີສາດແດງຄົນນີ້.

ແນ່ນອນວ່າ ວິດີໂອດັ່ງກ່າວ ກາຍເປັນທີ່ເວົ້າເຖິງໃນທັນທີ ແລະ ຖືກເຜີຍແຜ່ຕໍ່ໆກັນໄປຢ່າງໄວວາ ໂດຍວິດີໂອດັ່ງກ່າວມີຍອດການເຂົ້າເບິ່ງ ກາຍ 2 ລ້ານວິວ ໄປແລ້ວ ໃນໄລຍະເວລາພຽງ 24 ຊົ່ວໂມງ. ພ້ອມກັບມີຄໍາຄິດເຫັນທີ່ຊວນຫົວກ່ຽວກັບຄວາມກວດປະສາດ ຂອງໜຸ່ມໜ້ອຍຄົນນີ້.

ຄືເຮັດແນວນັ້ນ

ສຳລັບ ດາວິນ ນູນເນສ ແມ່ນສາມາດຫາຍດີຈາກອາການບາດເຈັບເປັນທີ່ຮຽບຮ້ອຍແລ້ວ ແລະ ມີຄິວຈະລົງໄປໄລ່ລ່າປະຕູໃນເກມທີ່ຈະພົບກັບ ເຣອັນ ມາດຣິດ ໃນການແຂ່ງຂັນ ຢູຟ່າ ແຊ້ມປ້ຽນລີກ ໃນຄໍ່າຄືນນີ້ ເວລາ 3:00 ເຊົ້າ ຕາມເວລາບ້ານເຮົາ ທີ່ສະໜາມ ແອັນຟິວ ປະເທດອັງກິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/