ເປັນຄັ້ງທຳອິດ ແລະ ຮູບເງົາລາວເລື່ອງດຽວ ທີ່ໄດ້ຮັບຮາງວັນ ນັກສະແດງດີເດັ່ນ ຫຼື Best Actor ໃນງານເທສະການຮູບເງົາສິລະປະທີ່ເມືອງເບີລິນ ຄັ້ງທີ 8 ໃນປະເທດເຢຍລະມັນ.
ຮູບເງົາລາວເລື່ອງ “ເງົາ (SHADOW)” ຂອງຜູ້ກຳກັບ ທ່ານ ສຸລະຊາດ ສຸວັນນະວົງ ໄດ້ຮັບຮາງວັນນັກສະແດງດີເດັ່ນ ຫຼື Best Actor ໃນງານເທສະການຮູບເງົາສິລະປະທີ່ເມືອງເບີລິນ ຄັ້ງທີ 8 (The 8th Edition Berlin Art Film Festival) ທີ່ປະເທດເຢຍລະມັນ ແລະ ນັກສະແດງດີເດັ່ນຄົນນັ້ນກໍຄື ຄຳຮູ້ ພັນລືເດດ.
ຄຳຮູ້ ພັນລືເດດ ນັກສະແດງສີມືດີທີ່ມີຜົນງານຫຼາກຫຼາຍ ພ້ອມທັງໄດ້ຮັບຮາງວັນມາຫຼາຍການປະກວດ ທັງພາຍໃນ ແລະ ຕ່າງປະເທດ, ເມື່ອບໍ່ດົນມານີ້ກໍໄດ້ຮັບຮາງວັນຊະນະເລີດລະດັບນານາຊາດ ຄືຮາງວັນນັກສະແດງດີເດັ່ນ ໃນງານເທສະການຮູບເງົາສິລະປະທີ່ເມືອງເບີລິນ ປະເທດເຢຍລະມັນ ເຊິ່ງເປັນໜຶ່ງໃນນັກສະແດງຫຼັກຂອງເລື່ອງ ພ້ອມເປັນຄົນດຽວທີ່ໄດ້ຮັບຮາງວັນນີ້.
![](https://laox.la/wp-content/uploads/2022/01/image-267.png)
ທີ່ຜ່ານມາ ຄຳຮູ້ ພັນລືເດດ ຍັງມີຜົນງານການສະແດງທີ່ໂດດເດັ່ນ ເລີ່ມຕົ້ນໃນການເປັນນັກສະແດງຕັ້ງແຕ່ປີ 2011 ຮູບເງົາທຳອິດທີ່ໄດ້ສະແດງແມ່ນຮູບເງົາ “ປາຍທາງ” ແລະ ບໍ່ຄິດວ່າຈະໄດ້ສະແດງ ພໍດີມີໂອກາດມາກໍເລີຍກ້າເປີດໂອກາດໃຫ້ແກ່ຕົນເອງ. ຫຼັງຈາກນັ້ນ ກໍໄດ້ຮັບຮາງວັນນັກສະແດງດີເດັ່ນຂອງລາວ ໃນງານ Enterrement Award 2012 ໃນເລື່ອງ “ປາຍທາງ”. ຈາກນັ້ນເປັນຕົ້ນມາກໍມັກຮັກການສະແດງເປັນຊີວິດຈິດໃຈ ພ້ອມທັງປ່ຽນແປງທັງຊີວິດ ແລະ ມີການພັດທະນາຂຶ້ນຢູ່ສະເໝີ.
![](https://laox.la/wp-content/uploads/2022/01/image-268.png)
ນອກຈາກນີ້ ກໍຍັງມີຜົນງານການສະແດງຮູບເງົາສັ້ນ, ໂຄສະນາຕ່າງໆ ເພີ່ມຂຶ້ນເທື່ອລະກ້າວ, ມີຮູບເງົາສັ້ນແລະມິວສິກວິດີໂອ (MV) ບາງເລື່ອງທີ່ຄົນເບິ່ງແລ້ວນໍ້າຕາຕ້ອງຫຼັ່ງໄຫຼໄປກັບບົດບາດການສະແດງ ແລະ ຕົວລະຄອນ. ການສະແດງຂອງ ຄຳຮູ້ ພັນລືເດດ ນັບໄດ້ວ່າສະແດງໄດ້ເຖິງອາລົມ ຈົນເຮັດໃຫ້ຜູ້ຮັບຊົມຕ່າງກໍອິນໄປຕາມໆກັນ.
ໃນອີກບໍ່ດົນນີ້ ຄຳຮູ້ ພັນລືເດດ ແມ່ນກຳລັງຈະມີຜົນງານ Series ເລື່ອງໃໝ່ ເຊິ່ງຈະໄດ້ຮ່ວມງານກັບນັກຮ້ອງລາວຊື່ດັງຢ່າງ ຕ່າຍ ອາກາດ ອີກຄັ້ງໜຶ່ງ ຫຼັງຈາກທີ່ຮັບບົດເປັນນັກສະແດງຫຼັກຄູ່ກັນໃນເລື່ອງ ປາຍທາງ, ເຊິ່ງຊີຣີ້ຈະສ່ອງແສງເຖິງມຸມມອງຂອງສັງຄົມ, ສື່ເຖິງເລື່ອງຄວາມຮັກຂອງຫຼາຍເພດ, ຄວາມຄາດຫວັງຂອງສັງຄົມ-ຂອງຄອບຄົວ ເປັນອີກເລື່ອງທີ່ໜ້າຕິດຕາມ ແລະ ໜ້າສົນໃຈ.
![](https://laox.la/wp-content/uploads/2022/01/image-269.png)
ໃນການໄດ້ຮັບຮາງວັນນັກສະແດງດີເດັ່ນ ໃນງານເທສະການຮູບເງົາສິລະປະທີ່ເມືອງເບີລິນ ຄັ້ງທີ 8 ໃນປະເທດເຢຍລະມັນ ຄຳຮູ້ ພັນລືເດດ ໄດ້ໃຫ້ຮູ້ວ່າ: ນັບໄດ້ວ່າເປັນອີກບາດກ້າວໜຶ່ງຂອງຮູບເງົາລາວ ທີ່ສາມາດຄວ້າຮາງວັນຊະນະເລີດໃນລະດັບສາກົນ ເຮັດໃຫ້ຜູ້ຄົນໄດ້ຮັບຮູ້ເຖິງຜົນງານຮູບເງົາຂອງຄົນລາວ ເປັນເລື່ອງທີ່ໜ້າຍິນດີ ແລະ ປະທັບໃຈ ທີ່ສາມາດນຳເອົາຄວາມເປັນລາວອອກສູ່ພາຍນອກໄດ້ຮັບຮູ້. ພ້ອມກັນນີ້ ຍັງຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫຼາຍ ເຊິ່ງທີ່ຜ່ານມາບາງບົດບາດຕົນເອງກໍເຮັດມັນອອກມາໄດ້ດີ, ສິ່ງທີ່ຕົນເອງທຸ່ມເທ ແລະ ໃສ່ໃຈ, ຄວາມພະຍາຍາມຕີບົດບາດໃຫ້ເຂົ້າໃຈຕົວລະຄອນ ແລະ ສຸດທ້າຍມີຄົນໄດ້ຮັບຮູ້ ຫຼື ເຫັນ ຄິດວ່າກຳມະການເຫັນໃນຄວາມຕັ້ງໃຈຄວາມພະຍາຍາມຂອງເຮົາ ແລະ ດີໃຈທີ່ “ເງົາ (SHADOW)” ເປັນຮູບເງົາລາວອີກເລື່ອງໜຶ່ງທີ່ໄດ້ຮັບການເຜີຍແຜ່ອອກສູ່ໂລກກວ້າງໃຫ້ຫຼາຍປະເທດໄດ້ເຫັນ.
ສຸດທ້າຍນີ້ ຄຳຮູ້ ພັນລືເດດ ຢາກຈະຝາກ ຫຼື ສົ່ງຕໍ່ກັບບັນດານັກສະແດງ, ໝູ່ຄູ່, ນ້ອງໆ ຫຼື ທຸກຄົນທີ່ມັກໃນການສະແເດງວ່າ ຖ້າເຮົາໃສ່ໃຈຄິດວ່າມັນເປັນສິລະປະຢ່າງໜຶ່ງທີ່ສຳຄັນ ເຮົາຕ້ອງທຸ່ມເທກັບມັນຢ່າງເຕັມທີ່, ໃສ່ໃຈ, ພະຍາຍາມ, ແລ້ວຜົນງານແລະຜົນຕອບຮັບທີ່ເຮົາພູມໃຈກໍຈະຕາມມາໃນທີ່ສຸດ. ສຳລັບຄຳຮູ້ ພັນລືເດດ, ທຸກໆບົດບາດການສະແດງທີ່ໄດ້ຮັບ ປຽບເໝືອນໂອກາດໃນການຮຽນຮູ້ແລະຝຶກຝົນໃຫ້ຕົນເອງພັດທະນາຂຶ້ນໄປເລື້ອຍໆ.
![](https://laox.la/wp-content/uploads/2022/01/4893ab32-79bd-47f8-ac09-18847524c692.jpg)
ລິ້ງຮັບຊົມຮາງວັນ: https://bit.ly/3qX7abU
ຕິດຕາມເພີ່ມເຕີມໄດ້ທີ່:
https://www.facebook.com/SHADOWLAOS
Black Eyes-Sia Sa La ( ເສຍສະຫຼະ ) – [OFFICIAL MUSIC VIDEO]
ຮູບເງົາປາຍທາງ (ເຕັມເລື່ອງ) At the Horizon (Full Movie)
Unlock The National Treasure TVC Film
Series ຄຳຕອບຄືເຈົ້າ Lady Girl
ຂອບໃຈບົດສຳພາດໂດຍ: ຄຳຮູ້ ພັນລືເດດ
ຮຽບຮຽງໂດຍ: Cat_Meo_ManU ແລະ ທີມ LaoX
ສຳພາດວັນທີ 21.1.2022 ເວລາ 17:30-18:12 ນາທີ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/