ກາຕ້າ ຈະປິດໂຮງຮຽນ 1 ເດືອນ ໃນລະຫວ່າງຈັດການແຂ່ງຂັນບານໂລກ


ທ້າຍປີນີ້ຈະມີການຈັດແຂ່ງຂັນບານໂລກ 2022 ເຊິ່ງເຈົ້າພາບໃນປີນີ້ຄືປະເທດ ກາຕ້າ ຈະແຂ່ງຂັນໃນລະຫວ່າງວັນທີ 21 ພະຈິກ-18 ທັນວາ.

ລະດັບການແຂ່ງຂັນບານໂລກແລ້ວ ບໍ່ວ່າຈະປະເທດໃດເປັນເຈົ້າພາບ ຕ່າງກໍມີແບບແຜນມີລະບຽບໃນການຈັດງານ ເພື່ອຕ້ອນຮັບຜູ້ຄົນຈາກຫຼາຍປະເທດເຂົ້າມາຮັບຊົມມາເຊຍນັກກິລາປະເທດຂອງຕົນ ລວມໄປເຖິງນັກທ່ອງທ່ຽວກໍມາເປັນຈຳນວນຫຼວງຫຼາຍ ເຊິ່ງຄົນທີ່ເຂົ້າມາໃນປະເທດໃນໄລຍະນັ້ນອາດຈະເພີ່ມຂຶ້ນ.

ສະນັ້ນ ທາງເຈົ້າພາບຈຶ່ງຕ້ອງໄດ້ມີມາດຕະການຢ່າງເໝາະສົມ ເພື່ອເປັນການຕ້ອນຮັບຜູ້ຊົມຕ່າງປະເທດ ພ້ອມຫາວິທີແກ້ໄຂຫຼາຍວິທີດ້ວຍກັນ, ໜຶ່ງໃນນັ້ນ ກໍຄືການໃຫ້ນັກຮຽນປະເທດຂອງຕົນເອງຢຸດການຮຽນປະມານ 39ມື້  ໃນລະຫວ່າງການແຂ່ງຂັນ.

ວິທີນີ້ເປັນອີກວິທີໜຶ່ງທີ່ສາມາດເຮັດໃຫ້ສະພາບບໍ່ແອອັດ ສະດວກສະບາຍໃນການສັນຈອນໄປມາໃຫ້ແກ່ຜູ້ມາຮັບຊົມບານ. ໃນການແຂ່ງຂັນບານໂລກໃນປີນີ້ ຄາດວ່າຈະມີຜູ້ເຂົ້າຮັບຊົມຫຼາຍກວ່າ 1.2 ລ້ານຄົນ ແລະ ຄັ້ງນີ້ເປັນການຈັດແຂ່ງຂັນບານໂລກຄັ້ງທຳອິດໃນຕາເວັນອອກກາງ ເຊິ່ງໃນໄລຍະນັ້ນຈະເປັນລະດູຮ້ອນ ຈຶ່ງຕ້ອງໄດ້ເລື່ອນຈັດໃນລະດູໜາວ ເພື່ອຫຼີກເວັ້ນຈາກອາກາດຮ້ອນ.

ຂອບໃຈຂໍ້ມູນຈາກ: https://bit.ly/32xjkiy

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/