ນາຍົກລັດຖະມົນຕີນິວຊີແລນ ປະກາດຍົກເລີກງານແຕ່ງຂອງຕົນເອງ ຫຼັງຈາກມີການແຜ່ລະບາດຮອບໃໝ່ຂອງໂຄວິດ-19 ສາຍພັນ Omicron


ໃນວັນອາທິດ ທີ 23 ມັງກອນ ທີ່ຜ່ານມານີ້ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ໄດ້ປະກາດຍົກເລີກງານແຕ່ງຂອງຕົນເອງ ກັບພິທີກອນລາຍການໂທລະພາບ Clarke Gayford ຫຼັງຈາກກວດພົບຜູ້ຕິດເຊື້ອ Omicron ແລະ ໄດ້ມີການປະກາດຍົກລະດັບມາດຕະການຮັບມືກັບເຊື້ອ ໂຄວິດ-19 ສາຍພັນ Omicron ໃຫ້ຢູ່ໃນລະດັບສູງສຸດ.

“ຂ້ອຍບໍ່ແຕກຕ່າງ ຂ້ອຍກ້າເວົ້າມັນ, ປະຊາຊົນນິວຊີແລນຫຼາຍພັນຄົນແມ່ນໄດ້ຮັບຜົນກະທົບຮ້າຍແຮງກວ່າເກົ່າຫຼາຍຈາກໂຣກລະບາດນີ້, ທີ່ໜ້າໂສກເສົ້າທີ່ສຸດກໍຄືການບໍ່ສາມາດຢູ່ກັບຄົນທີ່ເຈົ້າຮັກໃນບາງຄັ້ງເມື່ອພວກເຂົາເຈັບປ່ວຍໜັກ” Jacinda Ardern ນາຍົກລັດຖະມົນຕີຂອງນິວຊີແລນ ໄດ້ກ່າວ.

“ງານແຕ່ງຂອງຂ້ອຍຈະບໍ່ໄດ້ດຳເນີນຕໍ່ໄປ” Jacinda ກ່າວຕື່ມ.

ການປະກາດດັ່ງກ່າວມີຂຶ້ນຫຼັງຈາກ ມີການຢຶນຢັນວ່າພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ Omicron ຈຳນວນ 9 ຄົນ ໂດຍມີຕົ້ນເຫດມາຈາກສະມາຊິກຂອງຄອບຄົວໜຶ່ງເດີນທາງໄປງານແຕ່ງງານທີ່ເມືອງ Oakland ແລະ ໄດ້ກັບມາທີ່ເກາະໃຕ້ ຂອງນິວຊີແລນ. ນອກຈາກນີ້ ຍັງກວດພົບອີກວ່າພະນັກງານຕ້ອນຮັບເທິງເຮືອບິນກໍຕິດເຊື້ອອີກພ້ອມ.

ໂດຍມາດຕະການຮັບມືກັບການແຜ່ລະບາດຂອງໂຄວິດ-19 ສູງສຸດຂອງນິວຊີແລນ ແມ່ນໄດ້ເລີ່ມບັງຄັບໃຊ້ເມື່ອເວລາ 23:00 ໃນວັນອາທິດທີ່ຜ່ານມານີ້ ເຊິ່ງຈະຈຳກັດຈຳນວນຜູ້ຮ່ວມງານອີເວັ້ນຫຼືສະຖານທີ່ຕ່າງໆ ເພື່ອລົດຄວາມສ່ຽງໃນການແຜ່ກະຈາຍຂອງເຊື້ອ ໂດຍອະນຸຍາດໃຫ້ຜູ້ສັກວັກຊີນຄົບໂດສແລ້ວຈຳນວນບໍ່ເກີນ 100 ຄົນ ສາມາດເຂົ້າຮ່ວມງານຕ່າງໆໄດ້, ແຕ່ຖ້າຫາກບໍ່ມີການກຳນົດເງື່ອນໄຂພາສປອດວັກຊີນໃນການເຂົ້າງານ ອາດຈະຈຳກັດຢູ່ທີ່ 25 ຄົນເທົ່ານັ້ນ. ຢ່າງໃດກໍຕາມ ມາດຕະການດັ່ງກ່າວແມ່ນຈະຕ້ອງໃສ່ໜ້າກາກອະນາໄມຂະນະທີ່ຢູ່ໃນຮ້ານອາຫານຕ່າງໆ ລວມໄປຮອດການໃຊ້ບໍລິການຂອງຂົນສົ່ງສາທາລະນະ. ນັກຮຽນ, ນັກສຶກສາ ລວມທັງຄົນທີ່ຮຽນປີ 4 ແລະ ສູງກວ່ານັ້ນຈະຕ້ອງໃສ່ຫນ້າກາກຢູ່ໃນໂຮງຮຽນ.

ນັບຕັ້ງແຕ່ການລະບາດຂອງເຊື້ອໂຄວິດ-19 ສາຍພັນ Delta ກ່ອນໜ້ານີ້ທາງນິວຊີແລນແມ່ນໄດ້ປັບແຜນການກຳຈັດໂຣກລະບາດນີ້ໃຫ້ໝົດໄປ ໂດຍໄດ້ປ່ຽນມາເປັນການສັກວັກຊີນໂຄວິດໃຫ້ໄດ້ຫຼາຍທີ່ສຸດ ພ້ອມກັບການກວດຫາເຊື້ອແລະປິດຊາຍແດນຂອງປະເທດ ເພື່ອປ້ອງກັນການແຜ່ກະຈາຍເຊື້ອ. ຜ່ານມາສອງປີ ນິວຊີແລນມີຜູ້ຕິດເຊື້ອສະສົມພຽງ 15,552 ຄົນ, ເສຍຊີວິດ 52 ຄົນ ຂະນະດຽວກັນນັ້ນປະຊາຊົນທີ່ມີອາຍຸ 12 ປີຂຶ້ນໄປປະມານ 94 % ແມ່ນໄດ້ຮັບວັກຊີນຄົບໂດສ ແລະ 52 %  ແມ່ນໄດ້ບູສເຂັມທີສາມແລ້ວ.

ທາງການຂອງນິວຊີແລນມີແຜນທີ່ຈະຄ່ອຍໆ ເປີດປະເທດອີກຄັ້ງໃນໄລຍະຕົ້ນປີນີ້ ເຊິ່ງກຸ່ມທ່ອງທ່ຽວຕ່າງຊາດແມ່ນກຸ່ມສຸດທ້າຍທີ່ຈະໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າມານິວຊີແລນໄດ້ຕັ້ງແຕ່ວັນທີ 30 ເມສາເປັນຕົ້ນໄປ ຖ້າຫາກບໍ່ມີຄຳສັ່ງປ່ຽນແປງຈາກນິວຊີແລນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/