Zara Rutherford ແມ່ຍິງອາຍຸ 19 ປີ ທຳລາຍສະຖິຕິໂດຍການເປັນນັກບິນດ່ຽວຮອບໂລກທີ່ອາຍຸນ້ອຍທີ່ສຸດໃນໂລກ


ເມື່ອວັນທີ 20 ມັງກອນທີ່ຜ່ານມາ Zara Rutherford ສາວລູກເຄິ່ງ ອັງກິດ-ເບລຢຽມ ອາຍຸ 19 ປີໄດ້ນຳເຮືອບິນ ລົງຈອດທີ່ສະໜາມບິນ Kortrijk-Wevelgem ໃນເຂດ Flanders ປະເທດ ເບລຢຽມ ບ້ານເກີດຂອງ Zara ຫຼັງຈາກທີ່ລາວໄດ້ເຮັດພາລະກິດບິນດ່ຽວໃນໄລຍະທາງກວ່າ 32,000 ໄມລ໌ ຫຼືປະມານ 52,000 ກິໂລແມັດ ໂດຍໄດ້ບິນຜ່ານ 31 ປະເທດ ແລະ ໃຊ້ເວລາໄປ 155 ມື້ ເຮັດໃຫ້ Zara ກາຍເປັນຜູ້ຍິງທີ່ອາຍຸນ້ອຍທີ່ສຸດໃນໂລກທີ່ສາມາດບິນດ່ຽວຮອບໂລກໄດ້ສຳເລັດ.

“ຂ້ອຍຊື່ Zara Rutherford ເປັນໄວໜຸ່ມຄົນໜຶ່ງ ຂ້ອຍພະຍາຍາມບິນດ່ຽວຮອບໂລກໃນຖານະຜູ້ຍິງທີ່ມີອາຍຸນ້ອຍທີ່ສຸດ ແລະ ຢາກຈະເປັນນັກບິນອະວະກາດອີກນຳ” Zara Rutherford ໄດ້ກ່າວລົງ Facebook ສ່ວນຕົວຂອງລາວ ຫຼັງຈາກກາຍເປັນຜູ້ຍິງທີ່ອາຍຸໜ້ອຍທີ່ສຸດທີ່ສາມາດບິນດ່ຽວຮອບໂລກໄດ້ສຳເລັດ.

ໂດຍໃນປີ 2017 ສະຖິຕິດັ່ງກ່າວເຄີຍເປັນຂອງ Shaesta Waiz ຍິງຊາວອາເມຣິກາ ເຊິ່ງໃນຕອນນັ້ນມີອາຍຸ 30 ປີ ແລະ Shaesta ກໍໄດ້ມາສະແດງຄວາມຍິນດີກັບ Zara ພ້ອມບອກວ່າ “ການເດີນທາງຮອບໂລກຄັ້ງນີ້ສະແດງໃຫ້ເຫັນເລີຍວ່າເພດຫຼືອາຍຸນັ້ນບໍ່ກ່ຽວເລີຍ ການມີຄວາມຄວາມມຸ່ງໝັ້ນຄືສິ່ງທີ່ສຳຄັນ” ເຊິ່ງສະຖິຕິນີ້ Zara ໄດ້ກາຍຜູ້ຍິງຄົນທຳອິດທີ່ບິນຮອບໂລກດ້ວຍເຮືອບິນຂະໜາດນ້ອຍ ແລະເປັນຊາວເບລຢຽມຄົນທຳອິດທີ່ເດີນທາງຮອບໂລກທາງອາກາດອີກພ້ອມ.

Zara ເລົ່າວ່າຕະຫຼອດການເດີນທາງແມ່ນໄດ້ພົບກັບອຸປະສັກຕ່າງໆ ເຊັ່ນ ເຮືອບິນຂອງ Zara ບໍ່ໄດ້ຮັບອະນຸຍາດໃຫ້ບິນໂດຍໃຊ້ເຄື່ອງວັດແທກປະກອບການບິນຄືກັນກັບເຮືອບິນຂະໜາດໃຫຍ່ໄດ້ ແຕ່ຕ້ອງແນມເຫັນທັດສະນະວິໄສໂດຍຮອບດ້ວຍຕົນເອງ ເຮັດໃຫ້ສາມາດບິນໄດ້ແຕ່ຕອນກາງເວັນເທົ່ານັ້ນ ແລະ ກໍຕ້ອງພົບກັບອຸປະສັກຂອງສະພາບອາກາດທີ່ເຮັດໃຫ້ຕ້ອງເຮັດການຢຸດບິນຫຼາຍຄັ້ງ.

ເຊິ່ງໄລຍະເວລາທີ່ຍາກແລະທ້າທາຍທີ່ສຸດຂອງການບິນກໍຄື ຕອນທີ່ບິນຢູ່ເຂດ Siberia ເພາະວ່າເຂດນັ້ນມີອາກາດທີ່ໜາວຫຼາຍ ໂດຍອາກາດຢູ່ເທິງພື້ນດິນມີອຸນຫະພູມຢູ່ທີ່ -35 ອົງສາ ແລະ ຢູ່ເທິງອາກາດ -20 ອົງສາ ຈົນເຮັດ Zara ຕ້ອງໄດ້ປິດຊ່ອງບາງສ່ວນເພື່ອເຮັດໃຫ້ອຸນຫະພູມໃນເຮືອບິນອຸ່ນຂຶ້ນ ແລະ ຖ້າເຄື່ອງຈັກຢຸດເຮັດວຽກລາວກໍຕ້ອງໄດ້ລໍຖ້າຂໍຄວາມຊ່ວຍເຫຼືອເປັນເວລາຫຼາຍຊົ່ວໂມງ ເຊິ່ງ Zara ເອງກໍບໍ່ແນ່ໃຈວ່າຈະມີຊີວິດຢູ່ລອດຫຼືບໍ່.

Zara ເລົ່າຕໍ່ອີກວ່າພາຍຸຫິມະໄດ້ພັດເອົາຕົວລາວໄປທີ່ເມືອງ Magadan ທີ່ຕັ້ງຢູ່ທາງພາກເໜືອຂອງຣັດເຊຍເປັນເວລາໜຶ່ງອາທິດ ແລະຈາກສະພາບອາກາດທີ່ເອີ້ນໄດ້ວ່າຮ້າຍແຮງສຸດໆ ເຮັດໃຫ້ Zara ຕ້ອງຢູ່ໃນເມືອງ Ayan ເປັນເວລາອີກ 3 ອາທິດ ໂດຍເມືອງນີ້ເປັນເມືອງນ້ອຍໆ ທີ່ມີປະຊາກອນພຽງ 800 ຄົນ ເຊິ່ງໃນໝູ່ບ້ານນີ້ມີຄົນເວົ້າອັງກິດໄດ້ບໍ່ຫຼາຍ ແລະ ບໍ່ມີ Wi-Fi ຕະຫຼອດທີ່ຢູ່ທີ່ນັ້ນ “ຊາວບ້ານໃຈດີແລະຊ່ວຍເຫຼືອຂ້ອຍໄດ້ຫຼາຍ” Zara ກ່າວ.

ໃນຂະນະດຽວກັນ Zara ກໍມີເລື່ອງໜ້າປະທັບໃຈໄວ້ໃຫ້ເກັບເປັນຄວາມຊົງຈຳ ໂດຍໃນການເດີນທາງໄປທີ່ Alaska ລາວບອກວ່າ ລາວໄດ້ພົບຄົນທີ່ສຸດແສນຈະໃຈດີ ແລະຕ້ອນຮັບໃຫ້ Zara ພັກຄ້າງຄືນຢູ່ທີ່ເຮືອນ ເຖິງແມ່ນວ່າຄອບຄົວນີ້ຈະມີເດັກນ້ອຍເກີດໃໝ່ກໍຕາມ ເມື່ອຮອດເວລາທີ່ຕ້ອງຈາກລາ Zara ບອກວ່າ ເດັກເກີດໃໝ່ນັ້ນມີອາຍຸໄດ້ 5 ອາທິດແລ້ວ ເຮັດໃຫ້ໄດ້ໃຊ້ເວລາຢູ່ບ່ອນນີ້ຫຼາຍກວ່າເຄິ່ງຊີວິດຂອງເດັກນ້ອຍຄົນນີ້ອີກ.

ຫຼັງຈາກທີ່ຈອດເຮືອບິນລົງທີ່ ເບລຢຽມ Zara ໄດ້ໃຫ້ສຳພາດກັບສື່ວ່າ “ຄືຈະແປກຫຼາຍໆ ທີ່ຈະບໍ່ໄດ້ບິນທຸກມື້ຫຼືພະຍາຍາມອອກບິນທຸກມື້ອີກແລ້ວ ແຕ່ກໍດີໃຈທີ່ໄດ້ກັບມາຢູ່ໃນຈຸດເກົ່ານີ້ ຫຼັງຈາກເວລາຜ່ານໄປບໍ່ເທົ່າໃດເດືອນ” ຫຼັງຈາກນີ້  Zara ວາງແຜນທີ່ຈະຮຽນຕໍ່ໃນສາຂາວິສະວະກຳໄຟຟ້າ ຫຼືບໍ່ກໍຮຽນສາຍວິທະຍາສາດຄອມພິວເຕີ ແລະ ໃນອະນາຄົດ Zara ມີຄວາມຸ່ງໝັ້ນຢາກຈະເປັນນັກບິນອະວະກາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/