![](https://laox.la/wp-content/uploads/2021/02/image-170.png)
ຖ້າຈະໃຫ້ປຽບສັດທີ່ເອີ້ນວ່າ “ຄວາຍຕູ້” ໄປເປັນສັດຊະນິດໜຶ່ງ ເຮົາຈະປຽບເປັນສັດຫຍັງ? ບາງຄົນກໍອາດຈະປຽບເປັນສັດເທິງບົກ ບາງຄົນກໍອາດຈະປຽບເປັນສັດໃນນຳ້ ແຕ່ທີ່ບ້ານດອນແດງ ເມືອງຈຳພອນ ແຂວງສະຫວັນນະເຂດ ມີແຫຼ່ງທ່ອງທ່ຽວ “ໜອງປາຝາ” ທີ່ຊາວບ້ານຕ່າງພາກັນເອີ້ນປາຝາໃນໜອງນັ້ນວ່າ “ຄວາຍຕູ້”
ໜອງປາຝາດອນແດງ ຕັ້ງຢູ່ບ້ານດອນແດງ ເມືອງຈຳພອນ ແຂວງສະຫວັນນະເຂດ ເດີນທາງປະມານ 90 ນາທີ ຈາກນະຄອນໄກສອນພົມວິຫານ ໜອງປາຝາແຫ່ງນີ້ເປັນໜອງປາຝາ ທີ່ປະຊາຊົນທ້ອງຖິ່ນມີປະເພນີຄວາມເຊື່ອວ່າ ປາຝາເຫຼົ່ານີ້ແມ່ນບໍ່ມີໃຜແຕະຕ້ອງໄດ້ ເພາະຖືວ່າເປັນປາຝາທີ່ມີຄວາມສັກສິດ ຖ້າຫາກວ່າບັງເອີນມີຜູ້ທຳລາຍຈະຖືກອຸບັດຕິເຫດ ຫຼື ເຈັບເປັນລົ້ມຕາຍໂລດ.
![](https://laox.la/wp-content/uploads/2021/02/image-171.png)
ຈາກການສອບຖາມພໍ່ແມ່ປະຊາຊົນ ໜອງປາຝາແຫ່ງນີ້ມີຄວາມກວ້າງປະມານ 300 ຕາແມັດ ມີປາຝາທັງນ້ອຍແລະໃຫຍ່ ປະມານ 400-500 ໂຕ (ປີ 2019), ໂຕໃຫຍ່ສຸດແມ່ນຈະມີອອງເທົ່າກັບແຜ່ນກະດົ້ງເຂົ້າ ແລະ ໜັກປະມານ 50 ກວ່າກິໂລ.
ດ້ວຍຄວາມທີ່ມີນັກທ່ອງທ່ຽວ ແລະ ຜູ້ຄົນມາຢ້ຽມຢາມຢູ່ສະເໝີ ເຮັດໃຫ້ບັນດາເຫຼົ່າປາຝາມີຄວາມລຶ້ງເຄີຍກັບຄົນດີ, ເວລາແຂກຄົນມາຢ້ຽມຢາມເພິ່ນຈະມີເຂົ້າຕົ້ມເຂົ້າໜົມໄປເກືອ ເຊິ່ງສາມາດຍ່າງໄປເກືອຕາມຂົວເຖິງກາງໜອງໄດ້ ແລະ ປາຍສຸດຂອງຂົວນັ້ນຈະມີສິມທີ່ຜູ້ຊາຍສາມາດເຂົ້າໄປໄຫວ້ພຣະຢູ່ສິມກາງນຳ້ໄດ້.
ທ່ານສາມາດເກືອເຂົ້າໜົມໂດຍໂຮຍລົງນຳ້ ຫຼື ໃຊ້ໄມ້ຍາວຍື່ນໄປຍົວະເອົາປາຝາຂຶ້ນມາໂຄກໄດ້ ໂດຍປະຊາຊົນ ຫຼື ຊາວບ້ານບ້ານດອນແດງຈະເອີ້ນປາຝາເພື່ອໃຫ້ຂຶ້ນມາເວລາເກືອອາຫານວ່າ “ຄວາຍຕູ້ເອີຍ ຂຶ້ນມາ ກິນເຂົ້າ ເດີ ເດີ ເດີ” ເຊິ່ງພາຍໃນເວລາຕໍ່ມາໄດ້ກາຍເປັນປະໂຫຍກທີ່ຜູ້ມາຢ້ຽມຢາມຕ້ອງໄດ້ເວົ້າເມື່ອຈະເກືອບັນດາປາຝາ.
![](https://laox.la/wp-content/uploads/2021/02/image-172.png)
“ເມື່ອປາຝາຂຶ້ນມາກິນອາຫານ ທ່ານສາມາດລູບຈັບບາຍອອງປາຝາໄດ້ ແຕ່ຢ່າຍື່ນມືເຂົ້າໄປໃກ້ກັບປາກປາຝາເດັດຂາດ ເພາະມັນຈະກັດບໍ່ຍອມປ່ອຍ” ເປັນຄຳເຕືອນທີ່ນັກທ່ອງທ່ຽວຄວນຮູ້ ເພາະປາຝາເຫຼົ່ານີ້ ຖ້າຫາກໄດ້ກັດແລ້ວ ມັນກັດບໍ່ປ່ອຍອີຫຼີ.
ເຊິ່ງປາຝາເຫຼົ່ານີ້ຈະວາງໄຂ່ໃນໄລຍະເດືອນເມສາ ແລະ ເດືອນພະຈິກຫາເດືອນກໍລະກົດ ພວກມັນຈະວາງໄຂ່ຕາມປ່າໄມ້ຢູ່ເທິງໂຄກບໍລິເວນອ້ອມຮອບ ຫຼັງຈາກໄຂ່ແລ້ວກໍຈະຊະດິນຖົມໄຂ່ໄວ້ ເຊິ່ງປາຝາໂຕໜຶ່ງສາມາດໄຂ່ໄດ້ປະມານ 25-30 ໜ່ວຍ ແລະ ມີຂະໜາດເທົ່າລູກປິງປອງ. ເມື່ອຮອດລະດູຝົນ ໄຂ່ຈະອອກເປັນໂຕແລ້ວແມ່ປາຝາກໍຈະຂຶ້ນອອງເອົາລູກຂອງຕົນລົງໄປຢູ່ໜອງນຳ້ ເຊິ່ງແນ່ນອນວ່າ ໄຂ່ປາຝາສັກສິດເຫຼົ່ານີ້ບໍ່ມີໃຜກ້າແຕະຕ້ອງ.
ສຳລັບໃຜທີ່ມັກປາໂດຍພື້ນຖານ ໂດຍສະເພາະປາຝາ ບອກໄດ້ເລີບວ່າແຫຼ່ງທ່ອງທ່ຽວ “ໜອງປາຝາ” ແຫ່ງນີ້ກໍເປັນຕົວເລືອກໜຶ່ງ ທີ່ທ່ານບໍ່ຄວນພາດ.
![](https://laox.la/wp-content/uploads/2021/02/image-173.png)
![](https://laox.la/wp-content/uploads/2021/02/image-174.png)
![](https://laox.la/wp-content/uploads/2021/02/image-175.png)
![](https://laox.la/wp-content/uploads/2021/02/image-176.png)
![](https://laox.la/wp-content/uploads/2021/02/image-177.png)