ລັດຖະບານໄຕ້ຫວັນຫັນມາສະໜັບສະໜູນການໃຊ້ລົດຈັກສະກຸ໊ດເຕີໄຟຟ້າ ຫວັງຈະລົດປະລິມານຝຸ່ນ PM 2.5


ໃນໄຕ້ຫວັນມີປະຊາກອນທັງໝົດ 23 ລ້ານຄົນ ແຕ່ສະກຸ໊ດເຕີ ມີເຖິງ 14 ລ້ານຄັນ ນັ້ນເທົ່າກັບວ່າ ໃນປະຊາກອນ 2 ຄົນ ເປັນເຈົ້າຂອງສະກຸ໊ດເຕີ້ 1 ຄັນ,​ ແຕ່ສະກຸ໊ດເຕີທີ່ກ່າວເຖິງແມ່ນຂັບເຄື່ອນດ້ວຍພະລັງງານເຊື້ອໄຟ ບໍ່ແມ່ນສະກຸ໊ດເຕີໄຟຟ້າ.

ມົນລະພິດ PM 2.5 ຫຼາຍກວ່າ 20% ມາຈາກການໃຊ້ລົດຈັກໃນໄຕ້ຫວັນ ເຖິງວ່າລົດຈັກຈະປ່ອຍຄາບອນໄດອອກໄຊໜ້ອຍກວ່າລົດໃຫຍ່ ແລະ ປະຢັດນ້ຳມັນກວ່າ ແຕ່ປ່ອຍໄຮໂດຣຄາບອນຫຼາຍກວ່າ ເຊິ່ງຈະສ້າງໝອກຄວັນໄນໂຕຣເຈນອອກໄຊ ແລະ ຄາບອນມໍນອກໄຊ ທີ່ເປັນສາເຫດໃຫ້ເກີດແກ໊ສເຮືອນແກ້ວ.

ລັດຖະບານໄດ້ມີແຜນລົດການປ່ອຍແກ໊ສເຮືອນແກ້ວໃຫ້ໄດ້ 50% ພາຍໃນປີ 2050 ຈຶ່ງສະໜັບສະໜູນໃຫ້ມີການສ້າງນະວັດຕະກຳໃໝ່ໆທີ່ເປັນມິດຕໍ່ສິ່ງແວດລ້ອມ ບໍ່ສະເພາະແຕ່ລະດັບອົງກອນໃຫຍ່ໆເທົ່ານັ້ນ ແຕ່ລັດຖະບານພ້ອມທີ່ຈະສະໜັບສະໜູນນະວັດຕະກຳຍ່ອຍ ແລະ ສະຕາດອັບໃໝ່ໆຢ່າງເຕັມທີ່.

ສະກຸ໊ດເຕີໄຟຟ້າໃນໄຕ້ຫວັນຍັງບໍ່ໄດ້ຮັບຄວາມນິຍົມປານໃດ ເພາະວ່າແບັດເຕີຣີໃຊ້ເວລາຊາຈດົນກວ່າຈະເຕັມ ແລະ ໃສ່ແບັດເຕີຣີກັບລົງໄປຄືນ,​ Gogoro ບໍລິສັດສະຕາດອັບນ້ອຍໆຈຶ່ງເກີດຄວາມຄິດສ້າງ Gogoro GoStation ຫຼື ເຄືອຂ່າຍສະຖານີສະຫຼັບແບັດເຕີຣີ ທີ່ອຳນວຍຄວາມສະດວກໃຫ້ກັບຜູ່ໃຊ້ສະກຸ໊ດເຕີໄຟຟ້າ ເມື່ອແບັດເຕີຣີໝົດ ກໍພຽງສະຫຼັບປ່ຽນໄດ້ເລີຍ ບໍ່ຕ້ອງລໍຖ້າຊາຈຈົນເຕັມ.

ກອງທຶນພັດທະນາແຫ່ງຊາດຂອງລັດຖະບານໄຕ້ຫວັນ ເຫັນວ່າການຂັບເຄື່ອນຕະຫຼາດສະກຸ໊ດເຕີນັ້ນມີຄວາມຈຳເປັນ ຈຶ່ງຮ່ວມລົງທຶນໃນສະຕາດອັບ Gogoro ໃນການສ້າງສະຖານີແບັດເຕີຣີ, ລັດຖະບານໄດ້ເຂົ້າມາຮັບຜິດຊອບການຈັດຫາທີ່ດິນ ແລະ ຄ່າໃຊ້ຈ່າຍ ຈົນຮອດຕອນນີ້ເມືອງຫຼວງໄທເປ ແລະ ເມືອງໃຫຍ່ມີສະຖານີ Gogoro GoStation ເຖິງ 1,820 ສະຖານີ ຫ່າງກັນທຸກໆ 5 ກິໂລແມັດ.

ນອກຈາກນັ້ນ ໄຕ້ຫວັນຍັງປະກາດວ່າ ຈະຢຸດການຊື້ຂາຍລົດຈັກທີ່ໃຊ້ນ້ຳມັນໃຫ້ໄດ້ຖາວອນພາຍໃນປີ 2035.

ທີ່ມາ: https://ngthai.com/environment/33056/taiwan-electric-scooters/?fbclid=IwAR2L1oFCZKdTH8rMzn4FpM2A2Xeagf5q4AcTgK7EZs6hraa47aRDDahkax4