“ຄວາຍຕູ້ເອີຍ ຂຶ້ນມາ ກິນເຂົ້າເດີ ເດີ ເດີ” ເມື່ອຄວາມໝາຍຂອງຄຳວ່າຄວາຍຕູ້ ນັ້ນໝາຍເຖິງປາຝາ ທີ່ໜອງປາຝາບ້ານດອນແດງ ແຂວງສະຫວັນນະເຂດ


ຖ້າຈະໃຫ້ປຽບສັດທີ່ເອີ້ນວ່າ “ຄວາຍຕູ້” ໄປເປັນສັດຊະນິດໜຶ່ງ ເຮົາຈະປຽບເປັນສັດຫຍັງ? ບາງຄົນກໍອາດຈະປຽບເປັນສັດເທິງບົກ ບາງຄົນກໍອາດຈະປຽບເປັນສັດໃນນຳ້ ແຕ່ທີ່ບ້ານດອນແດງ ເມືອງຈຳພອນ ແຂວງສະຫວັນນະເຂດ ມີແຫຼ່ງທ່ອງທ່ຽວ “ໜອງປາຝາ” ທີ່ຊາວບ້ານຕ່າງພາກັນເອີ້ນປາຝາໃນໜອງນັ້ນວ່າ “ຄວາຍຕູ້”

ໜອງປາຝາດອນແດງ ຕັ້ງຢູ່ບ້ານດອນແດງ ເມືອງຈຳພອນ ແຂວງສະຫວັນນະເຂດ ເດີນທາງປະມານ 90 ນາທີ ຈາກນະຄອນໄກສອນພົມວິຫານ ໜອງປາຝາແຫ່ງນີ້ເປັນໜອງປາຝາ ທີ່ປະຊາຊົນທ້ອງຖິ່ນມີປະເພນີຄວາມເຊື່ອວ່າ ປາຝາເຫຼົ່ານີ້ແມ່ນບໍ່ມີໃຜແຕະຕ້ອງໄດ້ ເພາະຖືວ່າເປັນປາຝາທີ່ມີຄວາມສັກສິດ ຖ້າຫາກວ່າບັງເອີນມີຜູ້ທຳລາຍຈະຖືກອຸບັດຕິເຫດ ຫຼື ເຈັບເປັນລົ້ມຕາຍໂລດ.

ຈາກການສອບຖາມພໍ່ແມ່ປະຊາຊົນ ໜອງປາຝາແຫ່ງນີ້ມີຄວາມກວ້າງປະມານ 300 ຕາແມັດ ມີປາຝາທັງນ້ອຍແລະໃຫຍ່ ປະມານ 400-500 ໂຕ (ປີ 2019), ໂຕໃຫຍ່ສຸດແມ່ນຈະມີອອງເທົ່າກັບແຜ່ນກະດົ້ງເຂົ້າ ແລະ ໜັກປະມານ 50 ກວ່າກິໂລ.

ດ້ວຍຄວາມທີ່ມີນັກທ່ອງທ່ຽວ ແລະ ຜູ້ຄົນມາຢ້ຽມຢາມຢູ່ສະເໝີ ເຮັດໃຫ້ບັນດາເຫຼົ່າປາຝາມີຄວາມລຶ້ງເຄີຍກັບຄົນດີ, ເວລາແຂກຄົນມາຢ້ຽມຢາມເພິ່ນຈະມີເຂົ້າຕົ້ມເຂົ້າໜົມໄປເກືອ ເຊິ່ງສາມາດຍ່າງໄປເກືອຕາມຂົວເຖິງກາງໜອງໄດ້ ແລະ ປາຍສຸດຂອງຂົວນັ້ນຈະມີສິມທີ່ຜູ້ຊາຍສາມາດເຂົ້າໄປໄຫວ້ພຣະຢູ່ສິມກາງນຳ້ໄດ້.

ທ່ານສາມາດເກືອເຂົ້າໜົມໂດຍໂຮຍລົງນຳ້ ຫຼື ໃຊ້ໄມ້ຍາວຍື່ນໄປຍົວະເອົາປາຝາຂຶ້ນມາໂຄກໄດ້ ໂດຍປະຊາຊົນ ຫຼື ຊາວບ້ານບ້ານດອນແດງຈະເອີ້ນປາຝາເພື່ອໃຫ້ຂຶ້ນມາເວລາເກືອອາຫານວ່າ “ຄວາຍຕູ້ເອີຍ ຂຶ້ນມາ ກິນເຂົ້າ ເດີ ເດີ ເດີ” ເຊິ່ງພາຍໃນເວລາຕໍ່ມາໄດ້ກາຍເປັນປະໂຫຍກທີ່ຜູ້ມາຢ້ຽມຢາມຕ້ອງໄດ້ເວົ້າເມື່ອຈະເກືອບັນດາປາຝາ.

“ເມື່ອປາຝາຂຶ້ນມາກິນອາຫານ ທ່ານສາມາດລູບຈັບບາຍອອງປາຝາໄດ້ ແຕ່ຢ່າຍື່ນມືເຂົ້າໄປໃກ້ກັບປາກປາຝາເດັດຂາດ ເພາະມັນຈະກັດບໍ່ຍອມປ່ອຍ” ເປັນຄຳເຕືອນທີ່ນັກທ່ອງທ່ຽວຄວນຮູ້ ເພາະປາຝາເຫຼົ່ານີ້ ຖ້າຫາກໄດ້ກັດແລ້ວ ມັນກັດບໍ່ປ່ອຍອີຫຼີ.

ເຊິ່ງປາຝາເຫຼົ່ານີ້ຈະວາງໄຂ່ໃນໄລຍະເດືອນເມສາ ແລະ ເດືອນພະຈິກຫາເດືອນກໍລະກົດ  ພວກມັນຈະວາງໄຂ່ຕາມປ່າໄມ້ຢູ່ເທິງໂຄກບໍລິເວນອ້ອມຮອບ ຫຼັງຈາກໄຂ່ແລ້ວກໍຈະຊະດິນຖົມໄຂ່ໄວ້ ເຊິ່ງປາຝາໂຕໜຶ່ງສາມາດໄຂ່ໄດ້ປະມານ 25-30 ໜ່ວຍ ແລະ ມີຂະໜາດເທົ່າລູກປິງປອງ. ເມື່ອຮອດລະດູຝົນ ໄຂ່ຈະອອກເປັນໂຕແລ້ວແມ່ປາຝາກໍຈະຂຶ້ນອອງເອົາລູກຂອງຕົນລົງໄປຢູ່ໜອງນຳ້ ເຊິ່ງແນ່ນອນວ່າ ໄຂ່ປາຝາສັກສິດເຫຼົ່ານີ້ບໍ່ມີໃຜກ້າແຕະຕ້ອງ.

ສຳລັບໃຜທີ່ມັກປາໂດຍພື້ນຖານ ໂດຍສະເພາະປາຝາ ບອກໄດ້ເລີບວ່າແຫຼ່ງທ່ອງທ່ຽວ “ໜອງປາຝາ” ແຫ່ງນີ້ກໍເປັນຕົວເລືອກໜຶ່ງ ທີ່ທ່ານບໍ່ຄວນພາດ.