ອັ່ງເປົາຄວນໃຫ້ເທົ່າໃດດີ? ແມ່ນໃຜຄວນໃຫ້ອັ່ງເປົາ ໃນວັນກຸດຈີນ


ເມື່ອຮອດມື້ກຸດຈີນແລ້ວ ສໍາລັບຄົນສ່ວນໃຫຍ່ໂດຍສະເພາະໄວໜຸ່ມ ສິ່ງຫຼັກໆເລີຍທີ່ຄິດເຫັນເປັນອັນດັບຕົ້ນໆ ອາດຈະແມ່ນ “ອັ່ງເປົາ” ທີ່ຄອງຄອຍຖ້າເອົານໍາພໍ່ແມ່-ຍາດພີ່ນ້ອງ. ແຕ່ຮູ້ ຫຼື ບໍ່ວ່າຕາມຄວາມເຊື່ອຂອງຄົນຈີນ ບໍ່ແມ່ນແຕ່ພຽງໃຫ້ເງິນເທົ່ານັ້ນ ການໃຫ້ອັ່ງເປົາຍັງມີຄວາມໝາຍດີໆຢູ່ນໍາອີກດ້ວຍ. ນອກຈາກນີ້ ມູນຄ່າຂອງເງິນໃນຊອງນັ້ນ ຈະມີຫຼັກເກນການໃຫ້ອີກວ່າ ຄວນໃສ່ຊອງໄປເທົ່າໃດຈຶ່ງຈະເປັນສິລິມຸງຄຸນ.

ຄວາມໝາຍຂອງອັ່ງເປົາ: “ອັ່ງ” ໝາຍເຖິງ ສີແດງ “ເປົາ” ໝາຍເຖິງ ຊອງ, ຫໍ່ ຫຼື ກະເປົາ. ດັ່ງນັ້ນ ອັ່ງເປົາ ຈຶ່ງໝາຍເຖິງ ສິ່ງຂອງທີ່ຢູ່ໃນຊອງສີແດງ, ການໃຫ້ອັ່ງເປົ່ານັ້ນ ຕາມຄວາມເຊື່ອຂອງຄົນຈີນ ຖືເປັນການອວຍພອນໃຫ້ຜູ້ຮັບ ມີຄວາມໂຊກດີ ມີໂຊກມີລາບ ສຸຂະພາບຮ່າງກາຍແຂງແຮງ.

ໃຫ້ອັ່ງເປົາເທົ່າໃດດີ: ເລກຄູ່ທີ່ເປັນທີ່ນິຍົມຂອງຄົນຈີນ ເພາະຖືໄດ້ວ່າເປັນເລກມຸງຄຸນ ຍົກເວັ້ນເລກ 4 ທີ່ອ່ານວ່າ: ຊື໊ ທີ່ມີຄວາມໝາຍເທົ່າກັບ “ຕາຍ” ດັ່ງນັ້ນ ຈຶ່ງບໍ່ໄດ້ໃສ່ຊອງລົງໄປທີ່ມີເລກ 4 ໂດຍເດັດຂາດ. ແຕ່ໃນເລື່ອງຂອງມູນຄ່າທີ່ຈະໃສ່ລົງໄປນັ້ນ ແມ່ນຈະໃສ່ເປັນເລກຄູ່ ສ່ວນມູນຄ່າແລ້ວແຕ່ກໍາລັງຊັບທີ່ເຮົາມີ ຂໍພຽງແຕ່ເປັນເລກຄູ່ ແລະ ຍົກເວັ້ນເລກ 4, ແຕ່ຖ້າຢາກເພີ່ມຄວາມສີລິມຸງຄຸນ ຕ້ອງແມ່ນເງິນທີ່ມີສີແດງ.

ໃຜທີ່ຄວນໃຫ້ອັ່ງເປົາ: ສ່ວນຫຼາຍແລ້ວ ໄວໜຸ່ມ ຫຼື ເດັກນ້ອຍ ຄົງຄອຍຖ້າທີ່ຈະເອົາອັ່ງເປົານຳຜູ້ໃຫຍ່ແລ້ວ. ເພາະຕາມທໍານຽມຈີນ ນອກຈາກຈະແມ່ນທາງຍາດຕິພີ່ນ້ອງຜູ້ໃຫຍ່ແລ້ວ ຄົນທີ່ເຮັດວຽກມີລາຍໄດ້ເປັນຂອງໂຕເອງ ກໍສາມາດໃຫ້ອັ່ງເປົາເດັກນ້ອຍ, ໄວໜຸ່ມບ່າວ-ສາວ ໃນເຮືອນຂອງຕົນກໍໄດ້ເຊັ່ນກັນ. ສະຫຼຸບກໍຄືຄົນທີ່ຄວນໃຫ້ອັ່ງເປົາ ຄວນເປັນຜູ້ໃຫຍ່ ຫຼື ຄົນທີ່ມີລາຍໄດ້ ໃຫ້ຜູ້ມີອາຍຸນ້ອຍກວ່າ.

ອັ່ງເປົາໃຫ້ວັນອື່ນໆກໍໄດ້: ນອກຈາກວັນກຸດຈີນແລ້ວ ການໃຫ້ ອັ່ງເປົາ ຍັງສາມາດໃຫ້ໃນວັນອື່ນໆອີກກໍໄດ້ເຊັ່ນກັນ ສ່ວນໃຫຍ່ແລ້ວຈະມອບໃຫ້ໃນງານສໍາຄັນຂອງຄອບຄົວເຊັ່ນ: ວັນແຕ່ງງານ ຫຼື ເນື່ອງໃນໂອກາດວັນທີ່ເປີດກິດຈະການໃໝ່ກໍໄດ້ ເພື່ອເປັນການອວຍພອນໃຫ້ມີຄວາມສີລິມຸງຄຸນ ແລະ ຈະເລີນຮຸ່ງເຮືອງນັບມື້ຂຶ້ນເລື້ອຍໆ.

ຂອບໃຈຂໍ້ມູນຈາກ:

https://l.facebook.com/l.php?u=https%3A%2F%2Fmthai.com%2Fcampus%2F113776.html%2Famp%3Ffbclid%3DIwAR2_jWvn7Tvu01aN3Ua9EDLfXVino-_QGFx52F1pIbLg7LVvWFSONpxOSv4&h=AT0gkHUUtqtF4Id11QCiWcaaTkV5C_kzw6G6yo78fr-3NGunDwdwQ3XmM0ePwWv6DXaeR6L-3AXRxhNQa82_VDFFE1bPnWD-X9Zfg2Adw6lXLEKIIMoU18NzSw-aqWmYG5s