????ນັກວິທະຍາສາດ ສາມາດຖ່າຍພາບ DNA ໄດ້ແລ້ວ ????


ເຮົາຄົງຄຸ້ນກັນດີກັບຮູບກຽວ DNA ທີ່ຮຽນໃນວິຊາຊີວະແຕ່ຍັງນ້ອຍ, ຫລ້າສຸດນັກວິທະຍາສາດສາມາດນຳໃຊ້ກ້ອງອີເລັກຕຣອນທີ່ເອີ້ນວ່າ TransmissionElectron Microscopy ສ່ອງເບິ່ງໂຄງສ້າງຂອງ DNA ໂດຍກົງໄດ້ແລ້ວ ໂດຍຮູບຖ່າຍນີ້ສະແດງເຫັນເຖິງກຽວຂອງ DNA ທີ່ກ້ຽວວົນຊ້ຳໆກັນໄປມາທຸກໆ2.7 ນາໂນແມັດ. 60 ກວ່າປີແລ້ວທີ່ເຮົາຮູ້ຈັກ DNA ໃນຍຸກກ່ອນເຮົາບໍ່ສາມາດຖ່າຍພາບໂດຍກົງໄດ້ແບບນີ້ ນັກວິທະຍາສາດຮູ້ຈັກໂຄງສ້າງ DNA ວ່າມີລັກສະນະເປັນກຽວ ແລ້ວຈຳລອງເປັນພຽງຮູບແຕ້ມອອກມາ ໂດຍໃຊ້ວິທີການ ໂດຍໃຊ້ວິທີການສ່ອງຣັງສີເອັກ ເຂົ້າໄປແລ້ວສັງເກດການສະທ້ອນແລະລ້ຽວຂອງແສງ ແລ້ວຈິນຕະນາການເປັນໂຄງສ້າງຂອງ DNA ອອກມາ.ດ້ວຍຄວາມກ້າວຫນ້າຂອງເທັກໂນໂລຍີໃນປັດຈຸບັນ ເຮັດໃຫ້ເຮົາມີອຸປະກອນທີ່ສາມາດຖ່າຍຮູບ ໂຄງສ້າງຂອງ DNA ອອກມາໃຫ້ເຫັນໄດ້ ຫນ້າອັດສະຈັນອີ່ຫລີ. ຜົນງານນີ້ລົງພິມໃນວາລະສານ Nature ໃນປີ 2013 https://www.nature.com/articles/493137e…

ຂອບໃຈທີ່ມາຂອງຂໍ້ມູນຈາກ: https://www.facebook.com/ardwarong/posts/3279364722184683

Page ອ້າຍປ໋ອງແປ໋ງ ໃຜສົນໃຈຕິດຕາມສາລະຫນ້າຮູ້ທາງວິທະຍາສາດ ຢ່າລືມໄປຕິດຕາມໄດ້