TikTok ເປີດໂຕ Campaign ໃຫຍ່ແຫ່ງປີ #ItStartsOnTikTok ຕອກຍໍ້າຕຳແໜ່ງຜູ້ນຳ Platform ແຫ່ງການແຈ້ງເກີດກະແສຮິດທົ່ວໂລກ.


TikTok Platform ສ້າງວີດີໂອສັ້ນທີ່ກຳລັງຄອບຄອງຄວາມນິຍົມໃນທົ່ວໂລກ ທີ່ມາພ້ອມວິໄສທັດໃນການຈຸດປະກາຍຄວາມຄິດສ້າງສັນ ແລະ ມອບຄວາມສຸກໃຫ້ກັບຜູ້ຄົນນັບຕັ້ງແຕ່ການເປີດຕົວ Platform TikTok ທົ່ວໂລກໃນຊ່ວງປາຍປີ 2017 ຕາມມາດ້ວຍການເປີດຕົວໃນປະເທດເຮົາໃນຊ່ວງປາຍປີ 2018 ຕະຫຼອດເວລາທີ່ຜ່ານມາ TikTok ໄດ້ສ້າງຄວາມປ່ຽນແປງຫຼາກຫຼາຍໃນການເປັນ Platform ທີ່ເປິດປະສົບການໃຫມ່ຂອງການສົ່ງຕໍ່ເລື່ອງລາວແຫ່ງແຮງບັນດານໃຈ ແລະ ຄວາມສຸກໃຫ້ກັບຜູ້ຄົນດ້ວຍຮູບແບບ Content ວີດີໂອສັ້ັ້ນທີ່ສ້າງສັນແບບທີ່ບໍ່ເຄີຍເກີດຂື້ນມາກ່ອນ ພ້ອມດ້ວຍການເປີດໂອກາດໃຫ້ຜູ້ສ້າງສັນ Content ໃນການນຳສະເໜີ Content ເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍເຫຼົ່ານີ້ຄືເຫດຜົນສຳຄັນທີ່ເຮັດໃຫ້ TikTok ໄດ້ກາຍເປັນຈຸດກຳເນີດຂອງປາກົດການຊື່ດັງຕ່າງໆ ທັ້ງໃນລະດັບໂລກ ແລະ ໃນປະເທດເຮົາບໍ່ວ່າຈະເປັນ Trend ໄວຣັດດັງ, ເພງຮິດຕິດກະແສ, ແຮັດແທັກສຸດຮັອດມາແຮງ ລວມໄປເຖິງການແຈ້ງເກີດຂອງ Creator ໜ້າໃຫມ່ຈຶ່ງເປັນທີ່ມາຂອງການສ້າງສັນ Campaign #ItStartsOnTikTok ເພື່ອຕໍ່ຍອດຄວາມສຳເລັດຂອງ TikTok ໃນການເປັນ Platform ແຫ່ງການແຈ້ງເກິດກະແສຮິດຫຼາກຫຼາຍໃນຊ່ວງທີ່ຜ່ານມາ.

Surayot Iamla-or Head of Marketing, TikTok ໄດ້ເວົ້າເຖິງທີ່ມາຂອງ Campaign #ItStartsOnTikTok ຖືວ່າເປັນ Campaign ໃຫຍ່ລະດັບໂລກທີ່ມີເປົ້າໝາຍສໍາຄັນເພື່ອເປັນການຕໍ່ຍອດຄວາມສຳເລັດຂອງ TikTok ໃນການເປັນ Platform ທີ່ເປັນພື້ນທີ່ແຈ້ງເກີດຂອງປາກົດການຕ່າງໆຫຼາກຫຼາຍໃນຊ່ວງເວລາທີ່ຜ່ານມາ ເຊິ່ງສິ່ງທີ່ເກີດຂື້ນໄດ້ທຳລາຍກຳແພງແຫ່ງເຊື້ອຊາດ ພາສາ ແລະ ການສື່ສານ ເຮັດໃຫ້ຜູ້ຄົນທົ່ວໂລກໄດ້ເຊື່ອມໂຍງກັນ.

ພ້ອມຮ່ວມສົ່ງຕໍ່ຄວາມສຸກໃຫ້ມີຮ່ວມກັນ ແລະ ບໍ່ພຽງເທົ່ານັ້ນຍັງລວມເຖິງການມີສ່ວນຮ່ວມກັບການສ້າງສັນສິ່ງທີ່ເປັນປະໂຫຍດຕໍ່ຜູ້ຄົນ ແລະ ຊຸມຊົນຕ່າງໆ ເຊິ່ງເຫັນໄດ້ຈາກໃນຊ່ວງທີ່ມີການແພ່ລະບາດຂອງ COVID-19 ໃນຊ່ວງຫຼາຍເດືອນທີ່ຜ່ານມາ TikTok ໄດ້ສ້າງສັນ Campaign #HappyAtHome ເຊິ່ງສົ່ງຜົນມາເຖິງການເປີດຕົວ Campaign #ເມສາAtHome ໃນປະເທດເຮົາເພື່ອປຸກລະດົມໃຫ້ຜູ້ຄົນກັກໂຕຢູ່ບ້ານເພື່ອລົດການລະບາດຂອງ COVID-19 ຜ່ານ Campaign ສຸດສ້າງສັນທີ່ຈະຊ່ວຍບັນເທົາຄວາມຄຽດໃນສະຖານະການ ແລະ ຊ່ວຍເຮັດໃຫ້ການກັກໂຕຢູ່ບ້ານການເປັນເວລາແຫ່ງຄວາມສຸກຂອງທຸກຄົນໂດຍໃນປະເທດເຮົາ ກະແສການຕອບຮັບຂອງ Campaign #ເມສາAtHome ໄດ້ສ້າງ Trend ແລະ ກະແສໄວຣັດທີ່ເປັນ Talk of the Town ຫຼາກຫຼາຍທັ້ງປາກົດການ ການເຂົ້າຮ່ວມ Campaign ຂອງບັນດາ Celebrity ຊື່ດັງຕ່າງໆ ແລະ ການແຈ້ງເກີດຂອງ Creator ໜ້າໃຫມ່ຫຼາຍຂື້ນ ເຊິ່ງ Campaign ນີ້ໄດ້ຮັບຍອດວິວລວມສູງເຖິງ 1.9 ພັນລ້ານ ແລະ ຍັງລວມເຖິງ Campaign #SafeHands ໃນລະດັບໂລກເຊິ່ງຕໍ່ຍອດມາເຖິງ Campaign  #ລ້າງມື40ວິນາທີ ໃນປະເທດເຮົາທີ່ໄດ້ສ້າງສັນຂື້ນພາຍໃຕ້ຄວາມຮ່ວມມືກັບອົງການອານາໄມໂລກ ແລະ ກະຊວງສາທາລະນະສຸກ ເພື່ອຊ່ວຍນຳສະເໜີຂັ້ນຕອນການລ້າງມືທີ່ຖືກຕ້ອງ ຈື່ງຖືໄດ້ວ່າໃນຊ່ວງທີ່ຜ່ານມາ TikTok ໄດ້ເຂົ້າມາເປັນສ່ວນໜື່ງຂອງຊີວິດຜູ້ຄົນ ແລະ ໄດ້ກາຍເປັນຈຸດກຳເນີດຂອງປາກົດການຊື່ດັງຫຼາກຫຼາຍທີ່ໄດ້ສ້າງປະໂຫຍດຄວບຄູ່ຄວາມບັນເທີງໃຫ້ກັບຜູ້ຄົນທົ່ວໂລກຮວມທັ້ງໃນປະເທດເຮົາ.

ຖ້າໃຫ້ເວົ້າເຖິງຄວາມໂດດເດັ່ນຂອງ TikTok ອີກໜຶ່ງເລື່ອງລາວທີ່ເປັນເອກະລັກຈົນຜູ້ຄົນຕ້ອງເວົ້າເຖິງນັ້ນກໍ່ຄືກະແສແຮັດແທັກ Challenges ທີ່ເກິດຂື້ນ ເຊິ່ງ TikTok ເປັນ Platform ແຫ່ງການສ້າງສັນ ແລະ ການມີສ່ວນຮ່ວມຈົນເຮັດໃຫ້ແຮັຈແທັກ ຫຼື Challenges ດັງໆທີ່ແຈ້ງເກີດເປັນກະແສຮິດທົ່ວບ້ານທົ່ວເມືອງ ສ່ວນໃຫຍ່ມັກມີຈຸດເລີ່ມຕົ້ນຈາກ Platform TikTok ເຊິ່ງຖືເປັນອີກກົນລະຍຸດທາງການຕະຫຼາດ ຫຼື ກິດຈະກໍາທາງ Online ທີ່ກຳລັງມາແຮງເປັນຢ່າງຫຼາຍໃນປັດຈຸບັນ ເຊິ່ງທີ່ຜ່ານມາມີແຮັຈແທັກດັງທີ່ເກິດຂື້ນຈາກ Platform TikTok ໄດ້ແກ່:

  • #igoge ກະໂດດແບບໃດໃຫ້ໂລກຈໍາ ກັບການສ້າງສັນ Content ພ້ອມກະໂດດຕາມຈັງຫວະເພງທີ່ເວົ້າໄດ້ວ່າມີຜູ້ຄົນຈຳນວນຫຼາຍຕ່າງພາກັນໃຫ້ຄວາມສົນໃຈ ແລະ ເຂົ້າຮ່ວມຈົນຖືກເວົ້າເຖິງກັນຫຼາຍ ບາງຄົນ Create content ໄດ້ຄັກຈົນຕ້ອງອ້າປາກຄ້າງ ຂະນະທີ່ບາງຄົນກໍ່ສ້າງສັນ content ໄດ້ຕອບໂຈດໃຜໆອີກຫຼາຍໆຄົນດ້ວຍມຸມມອງທີ່ໂດດເດັ່ນ ບໍ່ພຽງແຕ່ອອກມາໜ້າຮັກຕະລົກ ຈົນເຮັດໃຫ້ຍອດວິວສູງທະລຸເຖິງ 5.9 ພັນລ້ານ.
  • Wipeitdown ແລ້ວປຸບປ່ຽນປັບເພື່ອໂຊລຸກທີ່ດີທີ່ສຸດຂອງຕົນເອງໃຫ້ຜູ້ຄົນໄດ້ເຫັນກັບ content ທີ່ເລົ່າເລື່ອງຜ່ານແວ່ນໂດຍລຸກທຳອິດຂອງຜູ້ຄົນສ່ວນໃຫຍ່ເລືອກເປັນລຸກທີ່ບາງຄົນຫາກໍ່ຕື່ນຈາກບ່ອນນອນ ບາງຄົນກຳລັງສີຟັນ ແຕ່ເມື່ອເຊັດແວ່ນກັບຕ້ອງປ່ຽນລຸກທີ່ດີຂື້ນກວ່າເກົ່າເຊັ່ນ: ແຕ່ງໂຕງາມໆພ້ອມທີ່ຈະອອກຈາກບ້ານ ເປັນຕົ້ນຈົນສ້າງຍອດວິວໄດ້ຫຼາຍເຖິງ 10.2 ພັນລ້ານວິວ.

TikTok ແຈ້ງເກີດເພງຮິດຕິດກະແສ Go Inter

ປະຕິເສດບໍ່ໄດ້ວ່າເພງໄດ້ກາຍເປັນສ່ວນໜື່ງທີ່ສຳຄັນຂອງການສ້າງສັນ Content ວີດີໂອສັ້ນເທິງ Platform TikTok ເຊິ່ງຖືໄດ້ວ່າເປັນ Platform ທີ່ກໍາລັງມາແຮງໃນອຸດສາຫະກໍາເພງທົ່ວໂລກ ດັງຈະເຫັນໄດ້ຈາກຄວາມສຳເລັດຂອງເພງທີ່ຮິດເປັນກະແສທົ່ວໂລກຢ່າງ Old Town Road ຂອງສິນລະປິນ lil Nas x ທີ່ຜູ້ເບິ່ງນຳໄປປະກອບ Video clip ຫຼາຍເຖິງ 607.4 ແສນເທື່ອ ເຊັ່ນດຽວກັບເພງຮິດຕິດກະແສໃນປະເທດ.

  • ວິບວັບ ສິລະປິນ Mindset x Daboyway x Younggu x Diamond ເຊິ່ງຖືວ່າເປັນເພງແຣັບທີ່ຫຼາຍຄົນຄຸ້ນເຄີຍເປັນຢ່າງດີເຊິ່ງມາພ້ອມກັບ #wipwupchallenge Challenges ທີ່ສ້າງປາກົດການຍອດວິວລວມສູງເຖິງ 204 ລ້ານ ດ້ວຍຈັງຫວະທຳນອງ ແລະ ທ່າປະກອບທີ່ຖືກໃຈເຮັດໃຫ້ຜູ້ຄົນສາມາດເຮັດຕາມໄດ້ຢ່າງງ່າຍດາຍ ແລະ ມ່ວນ ສົ່ງຜົນໃຫ້ເພງດັ່ງກ່າວມີຜູ້ຄົນນຳໄປປະກອບ Content ຫຼາຍເຖິງ 1.2 ລ້ານເທື່ອ.

TikTok ພື້ນທີ່ແຫ່ງການແຈ້ງເກິດ Creator ໜ້າໃຫມ່.

  • TikTok ເວົ້າໄດ້ວ່າເປັນແຫ່ຼງລວມ Content ວີດີໂອສັ້ນທີ່ມີຄວາມຫຼາກຫຼາຍ ແລະ ສາມາດສ້າງຄວາມນິຍົມໄດ້ຢ່າງວ່ອງໄວໃນຊ່ວງທີ່ຜ່ານມາດ້ວຍການເປັນ Platform UGC (User Generated Content) ຫຼື Platform ສໍາຫຼັບ Content ທີ່ສ້າງຂື້ນຈາກຜູ້ໃຊ້ງານ ຈຸດນີ້ຈຶ່ງເປັນການສ້າງໂອກາດໃຫ້ກັບຜູ້ຄົນທົ່ວໄປໄດ້ສາມາດແຈ້ງເກີດເປັນ Creator ສ້າງສັນ Content ທີ່ຖືກໃຈຜູ້ຄົນກະທັ່ງຕໍ່ຍອດສູ້ການເປັນ Creator ມືອາຊີບໄດ້ໃນອານາຄົດທີ່ຜ່ານມາເວົ້າໄດ້ວ່າມີ Creator ຊື່ດັງຫຼາກຫຼາຍທີ່ໄດ້ແຈ້ງເກີດເທິງ Platform TikTok ດ້ວຍຄວາມໂດດເດັ່ນສະເພາະຕົວ ແລະ ຄວາມສາມາດສະເພາະດ້ານຂອງແຕ່ລະຄົນ.
  • ຊາລີ @Chalee11 Creator ສາຍຕະລົກທີ່ມີຍອດ Follower ສູງເຖິງ 3.4 ລ້ານ ຜູ້ມາພ້ອມກັບຄວາມສາມາດຫຼາກຫຼາຍດ້ວຍຄວາມເປັນຕົວຂອງໂຕເອງ ແລະ ເລົ່າເລື່ອງຜ່ານການສະແດງທີ່ເຮັດໃຫ້ຜູ້ຄົນຕ້ອງຕິດຕາມ ເຊິ່ງເບິ່ງແລ້ວກໍ່ອົດຫົວ ແລະ ຍິ້ມນຳບໍ່ໄດ້ ໂດຍຈຸດເດັ່ນຂອງ @Chalee11 ທີ່ສາມາດຄອງໃຈຜູ້ຄົນໄດ້ເປັນຢ່າງດີນັ້ນຄື ຄວາມສາມາດໃນການສະແດງທີ່ໃຊ້ຕົນເອງເປັນຜູ້ສະແດງນຳໃນຫຼາກຫຼາຍບົດບາດທັ້ງບົດບົດແມ່ ໄຊຍຸດ ແລະ ຍາຍ ຈົນຜູ້ຄົນເຂົ້າໃຈວ່ານັ້ນຄືນັກສະແດງທີ່ມີຢູ່ແທ້ແຕ່ໃນຄວາມຈິງກັບເປັນພຽງແຕ່ການແຕ່ງຕົວ ແລະ ບົດບາດການສະແດງເທົ່ານັ້ນ.
  • ສາວຝ້າຍ @ faiifaii003 Creator ສາຍ Beauty ກັບຍອດ Follower ສູງເຖິງ 2 ລ້ານ ກັບຄວາມໂດດເດັ່ນສະເພາະຕົວຂອງລາວໃນການໃຊ້ຕີນແຕ່ງໜ້າພ້ອມສ້າງສັນ Content ການແຕ່ງໜ້າທີ່ສາມາດສ້າງສັນແຮງບັນດານໃຈໃຫ້ກັບຜູ້ຄົນໄດ້ຫຼາກຫຼາຍ ນອກຈາກນີ້ຍັງມີເລື່ອງລາວທີ່ໜ້າຕິດຕາມທັ້ງໃນແງ່ຂອງການໃຊ້ຊີວິດຢ່າງມີຄວາມສຸກ ຮ່ວມກິດຈະກຳຕ່າງໆຢ່າງສະໜຸກສະໜານໂດຍເລືອກເບິ່ງຂ້າມຂໍ້ຈຳກັດທີ່ອາດເກິດຂື້ນກັບຕົວລາວຈົນເຮັດໃຫ້ລາວມີແຟນຄຣັບ ແລະ ຜູ້ຕິດຕາມຮັບເບິ່ງ Content ເປັນຈຳນວນຫຼາຍ.
  • ໄຈ໋ ຊີຣ່າ @ig_siravariety ຕົວແທນ Creator ສາຍ LGBT ທີ່ມີຍອດ Follower ສູງເຖິງ 563.6K ເຊິ່ງມາພ້ອມຄວາມໂດດເດັ່ນໃນການເລົ່າເລື່ອງພ້ອມລຸດສາວ LGBT ສຸດໝັ້ນທີ່ມາເປັນຕົວແທນເພື່ອບອກໃຫ້ໂລກຮູ້ວ່າເຮົາກໍ່ໂດດເດັ່ນໄດ້ໂດຍບໍ່ມີຂີດຈຳກັດ ເຊິ່ງ Content ທີ່ເປັນເອກະລັກຂອງລາວໜີບໍ່ພົ້ນການແຕ່ງຍິງພ້ອມ Lip sync ເລື່ອງດັງ ເລື່ອງເດັ່ນທີ່ຮິດຕິດເປັນກະແສຈົນເຮັດໃຫ້ມີຜູ້ຄົນຈຳນວນຫຼາຍຕ່າງພາກັນມັກຮັກ ແລະ ໃຫ້ຄວາມສົນໃຈ Content ທີ່ລາວສ້າງຂື້ນຈົນໃນບາງເທື່ອກາຍເປັນຕົ້ນສະບັບແຫ່ງການ Lip sync ເລີຍແຫຼະ.

ສິ່ງຕ່າງໆທີ່ເກິດຂື້ນເທິງ Platform TikTok ມັກຈະເລີ່ມຕົ້ນຈາກປະສົບການສ່ວນຕົວຂອງແຕ່ລະຄົນບໍ່ວ່າຈະເປັນການຫົວກັບຄົນເອງໃນຂະນະທີ່ກຳລັງເບິ່ງວີດີໂອ ຫຼື ການບັນທຶກສິ່ງທີ່ມັກໄວ້ເພື່ອ Shere ກັບຄົນໃນຄອບຄົວ ຫຼື ຄົນອ້ອມຂ້າງລວມເຖິງການບັນທຶກເຫດການຕ່າງໆເປັນຄົນທຳອິດທີ່ເຮັດໃຫ້ຫຼາຍໆເທື່ອທີ່ໄດ້ກາຍເປັນແຮງບັນດານໃຈ ແລະ ຖືກສົ່ງຕໍ່ໄປຍັງຜູ້ຄົນອີກນັບລ້ານຄົນໃນທົ່ວໂລກ ເຊິ່ງສິ່ງທີ່ເກີດຂື້ນເຫຼົ່ານີ້ລ້ວນມີຈຸດເລີ່ມຕົ້ນເທິງ TikTok.

ມາຮ່ວມເປັນສ່ວນໜື່ງກັບ Campaign #ItStartsOnTikTok ພຽງຖ່າຍ Clip ວີດີໂອໂດຍໃຊ້ Campaign stickers ແລະ ເພງປະກອບ It Starts On TikTok ທີ່ເຮົາໄດ້ລວບລວມເພງດັງສຸດຮິດທີ່ເຄີຍເກີດປາກົດການມາແລ້ວ ແລະ ເທື່ອນີ້ເຮົາຈະມາຮ່ວມສ້າງປາກົດການຄັ້ງໃຫມ່ໄປນຳກັນອີກເທື່ອ..

ທີ່ມາ: https://www.ryt9.com/s/prg/3162565 

ຮຽບຮຽງໂດຍ:ກະຕຸກIQ2

ກວດສອບໂດຍ:Tabee vorlasin