ອາເມເນຍ ແລະ ອາເຊີໄບຈານ ປະທະກັນດຸເດືອດ ໂຈມຕີທາງອາກາດ ລະເບີດລົດຖັງ ແລະ ເຮືອບິນ


ກອງທັບຂອງອາເມເນຍ ກັບ ອາເຊີໄບຈານ ໃຊ້ອາວຸດໜັກໂຈມຕີຕອບໂຕ້ກັນໃນເລື່ອງພື້ນທີ່ພິພາດອີກຄັ້ງ ເມື່ອວັນອາທິດທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດທັສອງຝ່າຍ.

ສຳນັກຂ່າວ BBC ລາຍງານວ່າ ເກີດການປະທະກັນຢ່າງຮຸນແຮງລະຫວ່າງທະຫານປະເທດອາເມເນຍ ແລະ ປະເທດອາເຊີໄບຈານໃນເລື່ອງພື້ນທີ່ພິພາດ ‘ພູມມີພາກນາກໍໂນ-ຄາຣາບັກ’ ທີ່ນາໆຊາດຕ່າງກໍຍອມຮັບວ່າເປັນຂອງອາເຊີໄບຈານ ແຕ່ກຸ່ມຊາດຕິພັນອາເມເນຍ ຄວບຄຸມ ແລະແຍກຕົວອອກມາ ໂດຍທັງສອງຝ່າຍໂຈມຕີກັນໄປມາ ແລະ ຕ່າງກໍອ້າງວ່າເຮັດໄປເພື່ອຕອບໂຕ້ອີກຝ່າຍທີ່ໂຈມຕີມາກ່ອນ ເຮັດໃຫ້ມີພົນລະເຮືອນ ແລະ ທະຫານເສຍຊີວິດທັງ 2 ຝ່າຍ.

ຕາມການເປີດເຜີຍຂອງກະຊວງປ້ອງກັນປະເທດອາເມເນຍ ເກີດການໂຈມຕີທີ່ຢູ່ອາໄສຂອງປະຊາຊົນໃນພູມມີພາກ ນາກໍໂນ-ຄາຣາບັກ ຫຼາຍຈຸດລວມເຖິງເມືອງເອກ ສະເຕພານາແກຣດ ຕັ້ງແຕ່ເວລາ 08:10 ວັນອາທິດທີ 27 ກັນຍາ 2020 ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ້ຍິງ 1 ຄົນແລະ ເດັກນ້ອຍອີກ 1 ຄົນເສຍຊີວິດ ຂະນະທີ່ໜ່ວຍງານປົກຄອງຂອງພູມມີພາກ ນາກໍໂນ-ຄາຣາບັກ ລະບຸວ່າ ເຈົ້າໜ້າທີ່ຂອງພວກເຂົາເສຍຊີວິດ 6 ຄົນ ບາດເຈັບອີກເປັນຮ້ອຍ ອາເມເນຍຈຶ່ງໂຈມຕີຕອບໂຕ້ ໂດຍການຍິງເຮລິຄອບເຕີ ຂອງອາເຊີໄບຈານຕົກໄປ 2 ລຳ, ໂດຣນອີກ 3 ລຳ ແລະ ທຳລາຍລົດຖັງໄດ້ອີກ 3 ຄັນ. ໃນຂະນະທີ່ລັດຖະບານອາເມເນຍປະກາດກົດໄອຍະການສຶກ ແລະ ເຄື່ອນກຳລັງທະຫານເຕັມຮູບແບບ ບໍ່ດົນຫຼັງຈາກໜ່ວຍງານປົກຄອງຂອງພູມມີພາກນາກໍໂນ-ຄາຣາບັກ ປະກາດຄຳສັ່ງດຽວກັນ.

ນາຍົກລັດຖະມົນຕີ ນິໂຄ ປາຊິນຍານ ແຫ່ງອາເມເນຍເຕືອນວ່າ ພູມມີພາກນີ້ໃກ້ເຂົ້າສູ່ສະພາວະສົງຄາມຂະໜາດໃຫຍ່ ກ່າວຫາວ່າ ອາເຊີໄບຈານ ວາງຮຸກຮສນແຜນໄວ້ລ່ວງໜ້າ ແລະ ໂຈມຕີຕຸລະກີ ວ່າມີພຶດຕິກຳກ້າວລ້ຳ ເຂົາຍັງຮຽກຮ້ອງໃຫ້ປະຊາຄົມນາໆຊາດຮ່ວມມືກັນເພື່ອປ້ອງກັນບໍ່ໃຫ້ສະຖຽນລະພາບສັ່ນຄອນໄປຫຼາຍກວ່ານີ້.

ດ້ານກະຊວງປ້ອງກັນປະເທດຂອງອາເຊີໄບຈານລະບຸວ່າ ພົນລະເມືອງຂອງເຂົາບາດເຈັບ ຫຼ ເສຍຊີວິດ ຫຼັງອາເມເນຍຍິງປືນໃຫຍ່ໂຈມຕີຫຼາຍໝູ່ບ້ານ ພ້ອມຢືນຢັນວ່າພວກເຂົາເສຍເຮລິຄອບເຕີໄປພຽງ 1 ລຳ ແຕ່ລູກເຮືອລອດຊີວິດ ພວກເຂົາສາມາດທຳລາຍລະບົບປ້ອງກັນທາງອາກາດຂອງອາເມເນຍໄດ້ 12 ຈຸດ. ຂະນະທີ່ປະທານາທິບໍດີ ອິລຮໍາ ອາລິເຍບ ລະບຸວ່າ ລາວອອກຄຳສັ່ງປະຕິບັດການໂຈມຕີຕອບໂຕ້ຂະໜາດໃຫຍ່ແລ້ວ ເພື່ອຕອບສະໜອງຕໍ່ການໂຈມຕີຂອງອາເມເນຍ.

ທັງນີ້ ຂໍ້ພິພາດເລື່ອງພູມມີພາກ ນາກໍໂນ-ຄາຣາບັກ ນັ້ນແກ້ບໍ່ຕົກມາດົນກວ່າ 3 ທົດສະວັດແລ້ວ ແລະ ເປັນເຫດໃຫ້ອາເມເນຍ ແລະ ອາເຊີໄບຈານ ປະທະກັນເປັນບາງຄັ້ງຄາວເຊັ່ນ ກ່ອນໜ້ານີ້ເມື່ອເດືອນກໍລະກົດ ມີຜູ້ເສຍຊີວິດ 16 ຄົນ ເຮັດໃຫ້ເກີດຂະບວນປະທ້ວງທີ່ໃຫຍ່ທີ່ສຸດໃນເມືອງຫຼວງ ບາກູ ຂອງອາເຊີໄບຈານ ຮຽກຮ້ອງໃຫ້ລັດຖະບານຍຶດດິນແດນແຫ່ງນີ້ກັບຄືນມາ.

ລະຫວ່າງການປະທະກັນຄັ້ງລ່າສຸດນັ້ນ ປະທານາທິບໍດີ ອິວຮໍາ ອາລິເຍບ ແຫ່ງອາເຊີໄບຈານ ອອກມາກ່າວວ່າ ລາວໝັ້ນໃຈວ່າຈະສາມາດຍຶດການຄວບຄຸມ ພູມມີພາກນາກໍໂນ-ຄາຣາບັກ ກັບຄືນມາໄດ້. ຂະນະດຽວກັນ ປະທານາທິບໍດີ ເຣເຈບ ໄຕຍິບ ເອໂດອັນ ແຫ່ງຕຸລະກີ ປະກາດໃຫ້ຫານສະໜັບສະໜຸນອາເຊີໄບຈານ ດ້ານລັດເຊຍ ເຊິ່ງເປັນພັນທະມິດກັບອາເມເນຍ ຮຽກຮ້ອງໃຫ້ທັງສອງຝ່າຍຢຸດຍິງໃນທັນທີ ແລະ ຈັດການເຈລະຈາ ເພື່ອບັນເທົາສະຖານະການ.

ສ່ວນຝັ່ງເສດ ເຊິ່ງໃນປະເທດທີ່ມີຊຸມຊົນຊາວອາເມເນຍຂະໜາດໃຫຍ່ ກໍໄດ້ຮຽກຮ້ອງໃຫ້ທັງ 2 ຝ່າຍຢຸດຍິງ ແລະ ຫັກໜ້າເຈລະຈາເຊັ່ນກັນ. ຂະນະທີ່ອີຣານ ເຊິ່ງມີຊາຍແດນຕິດກັບທັງອາເຊີໄບຈານ ແລະ ອາເມເນຍ ສະເໜີຕົວເປັນກາງເຈລະຈາສັນຕິພາບ.

ແຫຼ່ງທີ່ມາ: https://www.thairath.co.th/news/foreign/1939136