ຈາຊິນດາ ອາເດິນ: ນາຍົກແຫ່ງນິວຊີແລນຜູ່ໃຫ້ຄວາມສຳຄັນກັບຄວາມເທົ່າທຽມຂອງປະຊາຊົນ


17 ຕຸລາທີ່ຜ່ານມາ ປະເທດນິວຊີແລນເລືອກຕັ້ງສະພາຜູ້ແທນປະຊາຊົນ 121 ບ່ອນນັ່ງ (ສະພາຜູ້ແທນປະຊາຊົນກຳນົດໄວ້ທີ່ 120 ບ່ອນນັ່ງ ແຕ່ຄຳນວນແບບສັດສ່ວນເຮັດໃຫ້ມີຜູ້ແທນເກີນມາ 1 ຄົນ) ໂດຍພັກທີ່ຊະນະການເລືອກຕັ້ງແມ່ນ ພັກແຮງງານ ເຊິ່ງເປັນພັກທີ່ເປັນລັດຖະບານໃນຄັ້ງກ່ອນໜ້ານີ້ ນັ້ນເຮັດໃຫ້ຫົວໜ້າພັກຄື ອາຊິນດາ ອາເດິນ (Jacinda Ardern) ນາຍົກລັດຖະມົນຕີຍິງ ຄົນທີ 3 ຂອງນິວຊີແລນໄດ້ເປັນຜູ້ນຳລັດຖະບານຕໍ່ອີກສະໄໝໜຶ່ງທັນທີ.


ຜົນການເລືອກຕັ້ງນັ້ນ ພັກແຮງງານກວາດເອົາ ສ.ສ.ໄດ້ເຖິງ 64 ຄົນເຮັດໃຫ້ສາມາດຕັ້ງລັດຖະບານສຽງຈຳນວນຫຼາຍໄດ້ສຳເລັດ ເຊິ່ງເປັນສິ່ງທີ່ເກີດຂຶ້ນໄດ້ຍາກໃນລະບົບການເລືອກຕັ້ງຂອງປະເທດ ທີ່ຜ່ານມາລັດຖະບານນິວຊີແລນຈະເປັນລັດຖະບານປະສົມ ແຕ່ການເລືອກຕັ້ງຄັ້ງນີ້ພັກແຮງງານກວາດຄະແນນສຽງ ສາມາດຈະຕັ້ງລັດຖະບານພັກດຽວໄດ້ ແຕ່ພັກແຮງງານກໍຍັງຈັບມືກັບພັກ ກຣີນ ຕັ້ງລັດຖະບານປະສົມເພື່ອບໍລິຫານປະເທດຕໍ່ໄປ.

ເມື່ອ 3 ປີກ່ອນ ພັກແຮງງານເປັນລັດຖະບານສຽງຈຳນວນໜ້ອຍ ເນື່ອງຈາກໄດ້ຄະແນນເລືອກຕັ້ງມາເປັນອັນດັບທີ 2 ແຕ່ກໍຈັບມືກັບພັກການເມືອງອື່ນໆ ທີ່ອຽງຊ້າຍ ແລະ ຮັກສິ່ງແວດລ້ອມບຽດເອົາຊະນະພັກຝ່າຍຂວາ ຊິງຕັ້ງລັດຖະບານໄດ້ສຳເລັດ.

3 ປີທີ່ຜ່ານມາ ຈາຊິນດາ ອາເດິນ ພົບພໍ້ກັບວິກິດທີ່ຍາກລໍາບາກຫຼາຍ ບໍ່ວ່າຈະເປັນເຫດການຜູ່ຮ້າຍຍິງປືນທີ່ມັດສະຍິດມີຜູ້ເສຍຊີວິດ 51 ຄົນ, ວິກິດພູເຂົາໄຟລະເບີດໃນເກາະໄວທ໌ ມີຜູ້ເສຍຊີວິດ ແລະ ບາດເຈັບອີກຈຳນວນໜຶ່ງ, ຫລ້າສຸດຍັງພົບກັບວິກິດ ໂຄວິດ-19 ລະບາດ ນັບເປັນວິກິດທີ່ໜັ້ກໜາພໍສົມຄວນເທົ່າທີ່ນັກການເມືອງຈາກການເລືອກຕັ້ງຈະຮັບມືໄຫວ ແຕ່ລາວກໍແກ້ໄຂ ແລະ ພາປະເທດຊາດກ້າວຜ່ານວິກິດນີ້ໄດ້ຢ່າງດີຫຼາຍ ຈົນເຖິງຂັ້ນມະຫາວິທະຍາໄລຮາວາດ ນຳເອົາລັກສະນະການບໍລິຫານວຽກຂອງລາວໄປເປັນກໍລະນີສຶກສາໃນເລື່ອງຜູ້ນຳທາງການເມືອງ.

ນີ້ແມ່ນປະຫວັດຊີວິດຂອງຈາຊິນດາທີ່ຫຼາຍປະເທດຕ່າງກໍຢາກໃຫ້ລາວມາເປັນຜູ້ນຳປະເທດຕົນເອງ

ຈາຊິນດາ ອາເດິນ ເກີດໃນຄອບຄົວທີ່ມີພໍ່ເປັນຕຳຫຼວດ ແລະ ແມ່ເປັນແມ່ຄົວໃນໂຮງຮຽນ ລາວເກີດໃນປີ 1980 ໃນຄອບຄົວທີ່ນັບຖືສາສະໜາຄຣິສນິກາຍມໍມອນ. ຊ່ວງສະໄໝຍັງນ້ອຍລາວໄດ້ຮຽນຮູ້ເຖິງບັນຫາຂອງນິວຊີແລນ ໂດຍສະເພາະບັນຫາຄວາມທຸກຍາກ ກາຍເປັນການປູກຝັງມຸ່ງໝັ້ນໃນອຸດົມການທີ່ລາວຢາກຈະແກ້ໄຂບັນຫານີ້.

ເມື່ອລາວອາຍຸ 17 ປີປ້າຂອງລາວໄດ້ຊວນເຂົ້າຮ່ວມກັບພັກແຮງງານ ຫຼັງຈາກເຫັນວ່າລາວສົນໃຈໃນປະເດັນສັງຄົມຈຶ່ງພາເຂົ້າໄປໃນໂລກການເມືອງ ໂດຍຈາຊິນດາເຄີຍເປັນອາສາສະໝັກໄປເຄາະປະຕູຕາມບ້ານເຮືອນເພື່ອຊ່ວຍພັກແຮງງານຫາສຽງດ້ວຍ.

“ບໍ່ສໍາຄັນວ່າທ່ານຈະມີຊີວິດທີ່ດີຂຶ້ນ ຫຼື ບໍ່ ລາວຍັງຄົງປະຕິບັດຕໍ່ທ່ານຄືເກົ່າຕະຫຼອດເວລາ”

ນີ້ແມ່ຄຳນິຍາມຂອງຈາຊິນດາ ທີ່ປ້າຂອງລາວກ່າວກັບນັກຂ່າວລະຫວ່າງການໃຫ້ສໍາພາດໃນຫຼາຍປີກ່ອນ

ເມື່ອຈາຊິນດາຮຽນຈົບມະຫາໄລໃນຄະນະສື່ສານທາງການເມືອງ ແລະ ປະຊາສຳພັນ ກໍໄດ້ເຮັດວຽກໃນຖານະນັກວິໄຈກັບ ເຮເລັນ ຄລາກ ນາຍົກລັດຖະມົນຕີຍິງ ພັກແຮງງານຂອງສະຫະລາຊະອານາຈັກໃນຊ່ວງປ່ຽນຖ່າຍອໍານາດໃຫ້ແກ່ ກໍດອນ ບຣາວ.

ດ້ວຍອຸດົມການອັນແຮງກ້າ ມີທ່າທີກະລຸນາ ແລະ ເນັ້ນແນວທາງປະຕິບັດ ນັ້ນເຮັດໃຫ້ເມື່ອຄວາມເຊື່ອທາງການເມືອງປະທະກັບຄວາມເຊື່ອທາງສາສະໜາ ໂດຍສະເພາະເມື່ອນິກາຍມໍມອນປະຕິເສດເລື່ອງເພດທາງເລືອກ ແລະ ການແຕ່ງງານໃນເພດດຽວກັນ ລາວຈຶ່ງປະກາດປະຖິ້ມນິກາຍນີ້ ແລະ ປະກາດຕົວເປັນຄົນທີ່ບໍ່ເຊື່ອໃນສາສະໜາທັນທີ.

ຫຼັງການເຮັດວຽກໃນສະຫະລາຊະອານາຈັກມາໄລຍະໜຶ່ງ ລາວໄດ້ຕັດສິນໃຈກັບມານິວຊີແລນ ແລະ ລົງເລືອກຕັ້ງເປັນ ສ.ສ.ທັນທີ. 9 ປີທີ່ເປັນຜູ້ແທນປະຊາຊົນ ຈາຊິນດາ ມຸ່ງເນັ້ນແກ້ບັນຫາຄວາມທຸກຍາກ ແລະ ໃນປີ 2017 ກ່ອນການເລືອກຕັ້ງພຽງ 2 ເດືອນປາຍ ຜູ້ນຳພັກແຮງງານຕັດສິນໃຈລົງຈາກຕຳແໜ່ງ ແລະ ຊຸກຍູ້ໃຫ້ລາວໄປເປັນຫົວໜ້າພັກເພື່ອສູ້ເສິກເລືອກຕັ້ງແທນ.

ເຖິງວ່າຜົນການເລືອກຕັ້ງພັກແຮງງານຈະໄດ້ຄະແນນສຽງເປັນລຳດັບທີ 2 ແຕ່ໃນເມື່ອບໍ່ມີພັກໃດໄດ້ສຽງທີ່ຂາດລອຍ ແລະ ມີຄົນແຫ່ມາລົງຄະແນນໃຫ້ພັກແຮງງານຫຼາຍກວ່າການເລືອກຕັ້ງຄັ້ງກ່ອນໆ ເຮັດໃຫ້ລາວຈັບມືກັບພັກການເມືອງອື່ນໆ ຮວມສຽງເລືອກຕັ້ງລັດຖະບານສຽງຂ້າງໜ້ອຍໄດ້ສຳເລັດ ກາຍເປັນນາຍົກລັດຖະມົນຕີຍິງທີ່ອາຍຸພຽງ 37 ປີເທົ່ານັ້ນ.

3 ເດືອນຫຼັງການເລືອກຕັ້ງ ລາວປະກາດວ່າຕົນເອງໄດ້ຖືພາ ນັບເປັນຄົນທີ 2 ຂອງໂລກທີ່ຖືພາ ລະຫວ່າງທີ່ດຳລົງຕໍາແໜ່ງ( ຄົນທຳອິດແມ່ນນາງ ເບນີຊີ ບຸດໂຕ ນາຍົກລັດຖະມົນຕີປາກີສະຖານ) ໂດຍຜົວຂອງລາວເປັນພິທີກອນຊື່ດັງ ເມື່ອລາວໃຫ້ກຳເນີດລູກສາວ ລາວໄດ້ໃຫ້ຮອງນາຍົກລັດຖະມົນຕີປະຕິບັດໜ້າທີ່ແທນໃນຊ່ວງໜຶ່ງ ນອກຈາກນີ້ ຈາຊິນດາຍັງໄດ້ພາລູກສາວໄປເຂົ້າຮ່ວມປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບການຈັບຕາຈາກຄົນທັງໂລກເປັນຈຳນວນຫຼວງຫຼາຍ.

ເວລາທີ່ມີຄົນຍ້ອງຍໍຊົມເຊີຍວ່າລາວເປັນຍິງເກັ່ງປານວ່າຊຸບເປີ້ວູແມນ ຈາກການລ້ຽງລູກ ແຖມຍັງບໍລິຫານປະເທດໄປດ້ວຍ ທາງຈາຊິນດາຈະປະຕິເສດຄຳຊົມນີ້ ໂດຍບອກວ່າຜູ້ຍິງບໍ່ຄວນຖືກຄາດຫວັງໃຫ້ເປັນແບບນີ້ເລີຍ.

ເມື່ອເດືອນມີນາ 2019 ເກີດເຫດຊາຍນິຍົມຄົນຜິວຂາວກໍ່ການຮ້າຍດ້ວຍການໃຊ້ປືນຍິງຖະຫຼົ່ມມັດສະຍິດທີ່ເມືອງໄຄຣເຊິດ ມີຜູ້ເສຍຊີວິດໄປ 51 ສົບ ເຫດການນີ້ເປັນບົດທົດສອບສຳຄັນຂອງຜູ້ນຳການເມືອງ ຈາຊິນດາໄດ້ເດີນທາງໄປທີ່ມັດສະຍິດແຫ່ງນີ້ໂດຍການສວມຜ້າຄຸມຫົວເຂົ້າໄປກອດພ້ອມກັບໂອ້ລົມກັບຜູ່ສູນເສຍ, ການກະທຳຂອງລາວໄດ້ຮັບຄວາມນິຍົມເພິ່ມຂຶ້ນອີກ ເມື່ອລາວປະກາດຈະບໍ່ເອີ່ຍນາມຂອງມືສັງຫານໃຫ້ກັບສາທາລະນະຊົນຮູ້.

“ຂ້າພະເຈົ້າຂໍວິງວອນທຸກທ່ານ ໃຫ້ເອີ່ຍນາມຂອງຜູ້ທີ່ຈາກໄປຫຼາຍກວ່າຊື່ຂອງຊາຍທີ່ເອົາຊີວິດພວກເຂົາ ເຂົາເປັນຜູ່ກໍ່ການຮ້າຍ ເຂົາເປັນອາດຊະຍາກອນ ເຂົາເປັນພວກຫົວຮຸນແຮງ ດັ່ງນັ້ນເວລາທີ່ຂ້າພະເຈົ້າເວົ້າເຖິງເຂົາ ຈະບໍ່ມີການເອີ່ຍນາມ”

ຈາຊິນດາ ໃຊ້ເວລາ 3 ວັນຫຼັງເຫດການຄັ້ງນີ້ ເຂັ້ມງວດກົດໝາຍຄວບຄຸມອາວຸດປືນ ໂດຍໃນນິວຊີແລນມີຄົນປະມານ 2 ແສນກວ່າຄົນທີ່ມີອາວຸດປືນລ້ານກວ່າກະບອກທີ່ຍັງບໍ່ໄດ້ລົງທະບຽນ, ວິທີແກ້ໄຂຂອງລາວມີຕັ້ງແຕ່ ການເກັບຊື້ປືນຄືນ ແບນອາວຸດສົງຄາມ ປືນເຄິ່ງອໍໂຕເມຕິກ ລວມເຖິງນິລະໂທດສະກຳຜູ້ຄອບຄອງອາວຸດປືນ ຖືເປັນການແກ້ໄຂບັນຫາເລື່ອງອາວຸດປືນໄດ້ຢ່າງດີ.

ຈາກນັ້ນໃນເດືອນຕຸລາໃນປີດຽວກັນ ເກີດເຫດພູເຂົາໄຟລະເບີດທີ່ເກາະໄວທ໌ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ ໂດຍເປັນນັກທ່ອງທ່ຽວຈາກອອສເຕເຣຍ ແລະ ສະຫະລັດ ອາເມຣິກາ ຈາຊິນດາໄດ້ນຳຄະນະລັດຖະມົນຕີໄຫວ້ອາໄລແກ່ຜູ້ເສຍຊີວິດ ແລະ ດຳເນີນການຊ່ວຍເຫຼືອຮີບດ່ວນ.

ວິກິດການທັງ 2 ຄັ້ງນີ້ສ້າງຄວາມສົນໃຈໃຫ້ກັບຄົນທັງໂລກ ທີ່ໄດ້ເຫັນຜູ່ນຳທີ່ມີຄວາມກ້າວໜ້າ ແລະ ບໍລິຫານງານພາກລັດໄດ້ຢ່າງເດັດຂາດ, ໄວວາ ຈົນຄົນທັງໂລກຕົກຕະລຶງ.

ເຖິງຂະໜາດຄົນອາເມຣິກາຮຽກຮ້ອງຢາກໄດ້ຜູ້ນຳແບບຈາຊິນດາໄປບໍລິຫານປະເທດຫຼາຍ

ໃນຊ່ວງ ໂຄວິດ-19 ລະບາດ ລາວໄດ້ສັ່ງໃຫ້ປິດປະເທດໃຫ້ຄົນຢູ່ບ້ານ ອະນຸຍາດໃຫ້ບາງອາຊີບສາມາດເຮັດວຽກໄດ້ ແລະ ຍັງຫຼຸດເງິນເດືອນຕົວເອງ ແລະ ຄະນະລັດຖະມົນຕີ 20% ເປັນເວລາ 6 ເດືອນ ທີ່ສຳຄັນລາວຍັງດຳເນີນການໃຫ້ຜູ້ແທນສະພາະຊາຊົນເລື່ອນການເລືອກຕັ້ງໄປ 4 ອາທິດ ເພື່ອຫວັງວ່າການແຜ່ໂຣກລະບາດນ້ອຍລົງ ອັນຈະເຮັດໃຫ້ຄົນອອກມາໃຊ້ສິດເລືອກໄດ້ຫຼາຍຂຶ້ນ ແລະ ບໍ່ຕ້ອງກັງວົນກັບໂຣກນີ້.

ມາດຕະການປິດປະເທດທີ່ໄວວາ ເຮັດໃຫ້ນິວຊີແລນມີຜູ້ເສຍຊີວິດຈາກ ໂຄວິດ-19 ໜ້ອຍຫຼາຍ ເຊິ່ງການປິດຊາຍແດນທັນທີນັ້ນ ເຮັດໃຫ້ປະເທດນິວຊີແລນທີ່ມີປະຊາກອນພຽງ 5 ລ້ານຄົນ ແລະ ລາຍໄດ້ສ່ວນໃຫຍ່ຢູ່ກັບການທ່ອງທ່ຽວ ໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງ ແຕ່ເພື່ອເປັນການປົກປ້ອງປະຊາຊົນໃນຊາດ ຈາຊິນດາຕ້ອງເຮັດ.

ພາຍໃຕ້ການປິດປະເທດ ນິວຊີແລນດຳເນີນການກວດ ໂຄວິດ-19 ໃຫ້ກັບປະຊາຊົນທົ່ສໄປຢ່າງກວ້າງຂວາງ ເຮັດໃຫ້ພົບຜູ່ຕິດເຊື້ອຈຳນວນຫຼວງຫຼາຍ ແຕ່ມີຍອດເສຍຊີວິດຕໍ່າ ເພາະສາມາດລະບຸຕົວຄົນຕິດເຊື້ອໄດ້ທັນ ແລະ ປ້ອງກັນການລຸກລາມໄດ້ຢ່າງມີປະສິດທິພາບ ເຖິງວ່າຈະມີສຽງວິຈານ ແຕ່ລາວຢືນຢັນວ່າຕ້ອງດຳເນີນການຢ່າງເຂັ້ມຂຸ້ນ ແລະ ຈະບໍ່ເອີ່ຍຄຳຂໍໂທດໃນການໃຊ້ມາດຕະການເຄັ່ງຄັດເພື່ອຄວບຄຸມໂຣກໂດຍເດັດຂາດ.

ແນວທາງການຄິດຂອງຈາຊິນດານັ້ນ ເປັນພວກກ້າວໜ້າ ລາວເຊື່ອໃນຄວາມເທົ່າທຽມກັນຂອງມະນຸດ ເຊື່ອໃນເພດສະພາບ ແລະ ສະພາບສັງຄົມທີ່ຫຼາກຫຼາຍເປັນພະຫຸວັດທະນະທຳ ແລະ ເຊື່ອໃນລັດສະຫວັດດີການ.

ຢ່າງໃດກໍຕາມ ລາວຖືກວິຈານວິບໍ່ສາມາດແກ້ໄຂບັນຫາຄວາມທຸກຍາກໃນເດັກໄດ້ດີເທົ່າທີ່ຄວນ ເພາະຍັງມີເດັກນິວຊີແລນປະມານ 25% ຢູ່ໃນສະຖານະຍາກລຳບາກ ນອກຈາກນີ້ລາວຍັງຖືກວິຈານວ່າແກ້ໄຂບັນຫາຄົນພື້ນເມືອງຊົນເຜົ່າເມົາຣີຊ້າເກີນໄປ ເພາະວ່າຄົນກຸ່ມນີ້ຍັງຄົງຢູ່ໃນສະຖານະຍາກຈົນກວ່າຊາວນິວຊີແລນຜິວຂາວ ເຖິງແມ່ນວ່າຖານະຂອງຊົນເຜົ່າເມົາຣີຈະດີຂຶ້ນກວ່າແຕ່ກ່ອນ ແຕ່ຄົນກໍຍັງວິຈານວ່າຈາຊິນດາຍັງແກ້ບັນຫາເລື່ອງນີ້ໄດ້ບໍ່ດີເທົ່າທີ່ຄວນ.

ຜົນງານໃນຊ່ວງເວລາ 3 ປີຂອງຈາຊິນດາທີ່ຜ່ານວິກິດມາໄດ້ຢ່າງບໍ່ໜ້າເຊື່ອ ສ້າງຄວາມປະທັບໃຈໃຫ້ກັບປະຊາຊົນນິວຊີແລນເປັນຢ່າງຍິ່ງ ສົ່ງຜົນຕໍ່ໄຊຊະນະເລືອກຕັ້ງແບບຖະຫຼົ່ມຖະລາຍຂອງພັກແຮງງານ ເຮັດໃຫ້ຈາຊິນດາໄດ້ເປັນຜູ້ນຳສະໄໝທີ 2 ໃນໄວ 40 ປີ.

ຫຼັງຈາກຊະນະການເລືອກຕັ້ງລາວໄດ້ກ່າວຄຳຂອບໃຈຜູ່ໃຊ້ສິດທິເລືອກຕັ້ງທີ່ໄດ້ລົງຄະແນນສຽງໃຫ້ກັບພັກແຮງງານ ໂດຍສະເພາະຄົນທີ່ບໍ່ເຄີຍສະໜັບສະໜູນພັກແຮງງານມາກ່ອນ ແລະ ໄດ້ກາເລືອກພັກແຮງງານນັ້ນ ລາວໄດ້ຂອບໃຈຄົນເຫຼົ່ານີ້ເປັນຢ່າງໃຫຍ່ ເພາະຜົນການເລືອກຕັ້ງຄັ້ງນີ້ຖືເປັນຄວາມສຳເລັດຂອງພັກແຮງງານທີ່ກວາດ ສ.ສ. ໄດ້ເປັນຈຳນວນຫຼາຍໃນຮອບ 50 ປີເລີຍ.

ຍ້ອນຄວາມເປັນຜູ້ນຳທາງການເມືອງທີ່ເລືອກຈະໃຊ້ຄວາມເຫັນອົກເຫັນໃຈ ເຊື່ອໃນຄວາມຫຼາກຫຼາຍ ຕັ້ງຫຼັກຮັບມືກັບວິກິດການໄດ້ຢ່າງໄວວາ ເຊິ່ງເຮັດໃຫ້ນິວຊີແລນຜ່ານຄວາມໂຫດຮ້າຍເຫຼົ່ານັ້ນມາໄດ້ ນັ້ນຈຶ່ງເປັນເຄື່ອງພິສູດຕາມລະບອບປະຊາທິປະໄຕທີ່ເຮັດໃຫ້ຄົນຕັດສິນໃຈລົງຄະແນນສຽງໃຫ້ລາວເປັນຜູ້ນຳອີກ 3 ປີຕໍ່ຈາກນີ້.

ທີ່ມາ: https://thematter.co/thinkers/jacinda-ardern-prime-minister-of-new-zealand/126503?fbclid=IwAR32ENR1VSIK8J11HI7dxO6V7419kajcyOwHYDy4646Hf3CPLRjQ0D7ANqc