3 ສະຖານະການຮ້ອນປັດຈຸບັນ ໃນ 3 ປະເທດອາຊຽນ ຈຸດແຕກຫັກລະຫວ່າງລັດຖະບານ ແລະ ປະຊາຊົນ


ຕອນນີ້ສະຖານະການໃນ 3 ປະເທດອາຊຽນ ກຳລົງຢູ່ໃນຈຸດທີ່ປະຊາຊົນໃກ້ຈະແຕກຫັກກັບລັດຖະບານ ຈາກການອອກກົດໝາຍ ຫຼື ບັງຄັບໃຊ້ກົດໝາຍທີ່ໄປໃນທາງທີ່ຍຶດເອົາສິດທິຂອງປະຊາຊົນ ຈົນເກີດເຫດການປະທ້ວງຂຶ້ນໃນຫຼາຍພື້ນທີ່.

ປະເທດໄທ: ຜູ້ຊຸມນຸມຄະນະຣາຊະດອນ ປະທ້ວງຂັບໄລ່ລັດຖະບານ, ຮຽກຮ້ອງໃຫ້ແກ້ໄຂລັດຖະທຳມະນູນ ໂດຍສະເພາະໝວດທີ່ກ່ຽວຂ້ອງກັບຣາຊະວົງ ຈົນມີການປະກາດສະຖານະການສຸກເສີນໄປເມື່ອ 15 ຕຸລາ 2020 ໂດຍມາຮອດປັດຈຸບັນ ຍັງມີການຊຸມນຸມກະຈັດກະຈາຍເປັນຫລາຍພື້ນທີ່ ແລະມີການຮວມໂຕທຸກມື້ ແບບສັນຕິວິທີ ຢູ່ຕາມສະຖານທີ່ສຳຄັນຕ່າງໆໃນກຸງເທບ ແລະການຊຸມນຸມດັ່ງກ່າວຍັງບໍ່ມີທ່າທີຈະຢຸດລົງ ນັບມື້ນັບເພີ່ມຂຶ້ນເປັນຫຼາຍແສນຄົນ ແລະ ການຊຸມນຸມເປັນໄປດ້ວຍຄວາມສັນຕິ ເຖິງວ່າຝ່າຍ ລັດຖະບານ ຈະພະຍາຍາມສະກັດກັ້ນ ທັງໃຊ້ກອງກຳລັງເຂົ້າປາບກຸ່ມຜູ່ຊຸມນຸມ ມີການແບນສື່ຕ່າງໆ ຮວມທັງມີການພະຍາຍາມບລັອກການເຂົ້າເຖິງເວັບໄຊບາງເວັບ.

ອິນໂດເນເຊຍ: ການຊຸມນຸມປະທ້ວງກົດໝາຍ ‘RUU CIPTA KERJA’ ເປັນກົດໝາຍທີ່ເອື້ອຕໍ່ການລົງທຶນ ແລະ ດຶງດູດນັັກລົງທຶນຕ່າງຊາດເຂົ້າມາອິນໂດເນເຊຍ ແຕ່ໃນເນື້ອຫາທາງກົດໝາຍຊ້ຳພັດຫຼຸດສິດທິຂອງແຮງງານໃນປະເທດ ເຮັດໃຫ້ຄົນເຮັດວຽກພາຍໃນກົດໝາຍສະບັບນີ້ບໍ່ສາມາດຈະຮຽກຮ້ອງຂໍຄ່າແຮງງານຂັ້ນຕໍ່າໄດ້, ຍົກເລີກການຈ່າຍຄ່າແຮງງານໃນປະເທດ ຊຸກຍູ້ສິດທິພິເສດຂອງ Outsource ໃຫ້ເໜືອກວ່າພະນັກງານປະຈຳ, ເປັນການເອື້ອປະໂຫຍດໃຫ້ກຸ່ມນັກລົງທຶນ ຕອນນີ້ການຊຸມນຸມຍືດເຍື້ອຍາວນານມາອາທິດກວ່າແລ້ວ ຄວາມຮຸນແຮງຍິ່ງທະວີຂຶ້ນ ເຜົາລົດ BRT ສະຖານີລົດໄຟຟ້າໃນນະຄອນຈາກາຕາ, ເຜົາລົດ,ທຳລາຍອາຄານຕ່າງໆ ໃນຫຼາຍເມືອງໃຫຍ່ຂອງປະເທດຕັ້ງແຕ່ມື້ທຳອິດທີ່ມີການຊຸມນຸມ ເຈົ້າໜ້າທີ່ປາບປາມຜູ້ຊຸມນຸມໄດ້ຮັບບາດເຈັບຈຳນວນຫຼາຍ ເພາະໃນເວລານີ້ເຖິງຂັ້ນຍິງກະສຸນຢາງກັນແລ້ວ.

ໂຄສົກຕຳຫຼວດຈາກນະຄອນຈາກາຕາລາຍງານວ່າ ຂະນະນີ້ໄດ້ຈັບກຸມຜູ້ຊຸມນຸມ 1,377 ຄົນ ເຊິ່ງເກືອບເຄິ່ງໜຶ່ງໃນຜູ້ທີ່ຖືກຈັບເປັນນັກສຶກສາປະມານ 800 ຄົນ ແລະເມື່ອອາທິດທີ່ຜ່ານມາມີຄົນງານຈາກສະຫະພາບແຮງງານ ແລະ ສະຫະພັນ ໄດ້ນັດກັນພັກວຽກເປັນເວລາ 3 ມື້ເພື່ອປະທ້ວງການຮ່າງກົດໝາຍດັ່ງກ່າວ ເຊິ່ງນັບຕັ້ງແຕ່ເດືອນຕຸລາທີ່ຜ່ານມາມີການປະທ້ວງທີ່ຮຸນແຮງມາແລ້ວ 8 ຄັ້ງ ນຳໄປສູ່ການຈາລະຈົນ ແລະ ຜູ້ປະທ້ວງຫຼາຍກວ່າ 5000 ຄົນໄດ້ຖືກຄວບຄຸມຕົວ.

ຟິລິບປິນ: ລັດຖະບານຟິລິບປິນໄດ້ຜ່ານບົດບັນຍັດຕໍ່ຕ້ານການກໍ່ການຮ້າຍ ຫຼື Junk Terror Bill ໂດຍເນື້ອຫາທີ່ຄອບຄຸມໄປເຖິງ ການຊຸມນຸມປະທ້ວງຕ່າງໆ ບໍ່ວ່າຈະເປັນການຊຸມນຸມທາງການເມືອງ ຫຼື ຊຸມນຸມຮຽກຮ້ອງສິດທິທາງກົດໝາຍຕ່າງໆ ອາດຖືເປັນ “ການກໍ່ການຮ້າຍ” ໄດ້ ພາຍໃຕ້ຄຳຈຳກັດຄວາມກົດໝາຍນີ້ ເຊິ່ງຖືກວິພາກວິຈານວ່າເປັນການກ້າວກ່າຍສິດທິຂັ້ນພື້ນຖານຂອງປະຊາຊົນຕາມລະບອບປະຊາທິປະໄຕຢ່າງຮ້າຍແຮງ.

ພາບໃຕ້ມາດຕາ 4 ຂອງ Republic Act 11479 ຫຼື ບົດບັນຍັດຕໍ່ຕ້ານການກໍ່ການຮ້າຍໃນປີ 2020 ລະບຸວ່າ ການກໍ່ການຮ້າຍຈະຕ້ອງບໍ່ລວມເຖິງການສະໜັບສະໜຸນການປະທ້ວງ, ຄວາມບໍ່ເຫັນດີ, ການຢຸດວຽກ, ການດຳເນີນການທາງອຸດສາຫະກຳ, ການໃຊ້ສິທິທາງກົດໝາຍແພ່ງ ແລະ ການເມືອງ…ທີ່ມີຄ້າຍຄືກັນ ຕາບໃດທີ່ການຊຸມນຸມເຫຼົ່ານັ້ນບໍ່ໄດ້ມີເຈດຕະນາທີ່ຈະກໍ່ໃຫ້ເກີດຄວາມສຸ່ມສ່ຽງຕໍ່ລັດ ແລະ ເປັນອັນຕະລາຍຕໍ່ບຸກຄົນ ຫຼື ກໍ່ໃຫ້ເກີດ “ຄວາມສ່ຽງຮ້າຍແຮງ” ຕໍ່ຄວາມປອດໄພສາທາລະນະ.

ກະຊວງຍຸດຕິທຳຂອງຟິລິບປິນ ໄດ້ຂະຫຍາຍບົດບັນຍັດນີ້ໂດຍກ່າວວ່າ ຜູ້ທີ່ມີສ່ວນຮ່ວມໃນການກະທຳເຫຼົ່ານີ້ ອາດຈະໄດ້ຮັບໂທດໃນລະດັບເປັນອາດຊະຍາກອນຂອງການກໍ່ການຮ້າຍ ເມື່ອຈຸດປະສົງຂອງການກະທຳເຂົ້າຂ່າຍສິ່ງໃດສິ່ງໜຶ່ງຕໍ່ໄປນີ້:

  • ຂົ່ມຂູ່ ແລະ ຄຸກຄາມຄວາມເປັນສ່ວນຕົວຂອງປະຊາຊົນທົ່ວໄປ
  • ສ້າງບັນຍາກາດ ຫຼື ເຜີຍແຜ່ຂໍ້ຄວາມທີ່ສ້າງຄວາມຢ້ານກົວ
  • ຍຸຍົງ ຫຼື ມີອິດທິພົນໂດຍໃຊ້ການຂົ່ມຂູ່ລັດຖະບານ ຫຼື ອົງກອນລະຫວ່າງປະເທດ
  • ສ້າງສະຖານະການທີ່ເປັນໄພຕໍ່ຄວາມໝັ້ນຄົງ ຫຼື ທຳລາຍໂຄງສ້າງພື້ນຖານທາງການເມືອງ ເສດຖະກິດ ຫຼື ສັງຄົມຢ່າງຮ້າຍແຮງ
  • ສ້າງເຫດສຸກເສີນສາທາລະນະ ຫຼື ທຳລາຍຄວາມປອດໄພສາທາລະນະຢ່າງຮ້າຍແຮງ

ຜູ່ຊ່ຽວຊານທາງດ້ານກົດໝາຍ ຜູ່ກຳໜົດກອບລັດຖະທຳມະນູນ ແລະ ຜູ້ສະໜັບສະໜູນສິດທິມະນຸດ ໄດ້ຂໍໃຫ້ສານດີກາຍົກເລີກກົດໝາຍດັ່ງກ່າວ ເປັນຍ້ອນການຄຳຈຳກັດຄວາມຂອງການກໍ່ການຮ້າຍທີ່ຂ້ອນຂ້າງ “ຄຸມເຄືອ ແລະ ກວ້າງເກີນໄປ” ແລະ ການຊຸມນຸມກໍບໍ່ຄວນເປັນການກໍ່ການຮ້າຍ.

ການກໍ່ການຮ້າຍພາຍໃຕ້ກົດໝາຍນີ້ຍັງໝາຍເຖິງການກະທຳໃດໆກໍຕາມທີ່ມີເຈດຕະນາເຮັດໃຫ້ບຸກຄົນເສຍຊີວິດ ຫຼື ບາດເຈັບສາຫັດ ແລະ ສ້າງຄວາມເສຍຫາຍ ຫຼືທຳລາຍຊັບສິນຂອງລັດຖະບານ ແລະ ສ່ວນຕົວ ລວມທັງໂຄງລ່າງພື້ນຖານທີ່ສຳຄັນຢ່າງກວ້າງຂວາງ. ຜູ່ກໍ່ການຮ້າຍຍັງລວມເຖິງຜູ້ທີ່ພັດທະນາຜະລິດ, ຄອບຄອງ, ຈັດຫາ, ຂົນສົ່ງ ຫຼື ໃຊ້ວັດຖຸລະເບີດ ແລະ ການປ່ອຍສານອັນຕະລາຍທີ່ມີວັດຖຸປະສົງເພື່ອກໍ່ໃຫ້ເກີດຄວາມເສຍຫາຍ.

ການກະທຳເຫຼົ່ານີ້ ມີໂທດຈຳຄຸກຕະຫຼອດຊີວິດ ໂດຍບໍ່ໄດ້ຮັບປະໂຫຍດຈາກການລໍຖ້າລົງອາຍາ.

ສ່ວນບຸກຄົນທີ່ຄຸກຄາມ, ສົມຄົບຄິດ, ສະເໜີ ແລະ ຍຸຍົງໃຫ້ກະທຳການກໍ່ການຮ້າຍຈະຕ້ອງຮັບໂທດຈຳຄຸກ 12 ປີ ເຊັ່ນດຽວກັບຄົນທີ່ມີສ່ວນຮ່ວມໃນການວາງແຜນ, ຝຶກອົບຮົມ, ກຽມການ ແລະ ການອໍານວຍຄວາມສະດວກໃນການກໍ່ອາດຊະຍາກຳ ບຸກຄົນໃດກໍຕາມທີ່ມີຄວາມຮູ້ກ່ຽວກັບການກະທຳຄວາມປິດກ່ຽວກັບການກໍ່ການຮ້າຍ ເຖິງແມ່ນວ່າຈະບໍ່ມີສ່ວນຮ່ວມກໍຈະຖືກຈຳຄຸກ 12 ປີ.

ມີການກຳໜົດບົດລົງໂທດດຽວກັນກັບທຸກຄົນທີ່ “ສະໝັກໃຈ ແລະ ຮູ້ເທົ່າທັນ” ເຂົ້າຮ່ວມອົງກອນກໍ່ການຮ້າຍ ຫຼື ຮັບສະມາຊິກເຂົ້າຮ່ວມກຸ່ມດັ່ງກ່າວ ອົງກອນກໍ່ການຮ້າຍ ຫຼື ຮັບສະມາຊິກເຂົ້າຮ່ວມກຸ່ມດັ່ງກ່າວ.​ ອົງກອນກໍ່ການຮ້າຍແມ່ນອົງກອນທີ່ສານອຸທອນສັ່ງຫ້າມ ຫຼື ຜິດກົດໝາຍ ເຊິ່ງກຳໜົດໂດຍຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຫຼື ສ້າງຂຶ້ນເພື່ອຈຸດປະສົງເພື່ອການມີສ່ວນຮ່ວມໃນການກໍ່ການຮ້າຍ.
ເຊິ່ງກ່ອນໜ້ານີ້ເມື່ອຊ່ວງຕົ້ນ-ກາງປີ 2020 ທີ່ຜ່ານມາ ປະຊາຊົນໃນນະຄອນມະນິລາ ເຄີຍອອກມາຮຽກຮ້ອງໃຫ້ຍົກເລີກການບັງຄັບໃຊ້ກົດໝາຍດັ່ງກ່າວແລ້ວ ມີການເດີນຂະບວນຕາມຫົນທາງ ແຕ່ສຸດທ້າຍລັດຖະບານໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ກໍຊຸກດັນກົດໝາຍນີ້ຈົນລັດຖະສະພາປະກາດໃຫ້ໃຊ້ກົດໝາຍດັ່ງກ່າວ.

ທີ່ມາ:​ https://www.facebook.com/reporterjourney/photos/a.187089878130012/1574998492672470/?type=3