Zhu Su ຜູ້ກໍ່ຕັ້ງ Three Arrows Capital ຖືກຈັບໃນສິງກະໂປ ຫຼັງ​ຈາກ​ພະ​ຍາ​ຍາມ​ທີ່​ຈະຫຼົບໜີຄະດີ


ອີງຕາມການລາຍງານຂອງ  Bloomberg ໃນມື້ນີ້, Zhu Su ຜູ້ກໍ່ຕັ້ງ Three Arrows Capital ເຊິ່ງລົ້ມລະລາຍໃນປີ 2022, ໄດ້ຖືກຈັບຢູ່ສິງກະໂປແລ້ວ ແລະ ໄດ້ຖືກສານ​ສິງກະ​ໂປ​ຕັດສິນ​ໃຫ້​ຈຳ​ຄຸກ 4 ​ເດືອນ.

ໂດຍ Teneo ຜູ້​ຊຳລະ​ໜີ້​ຂອງ​ບໍລິສັດ Three Arrows Capital ​ໄດ້ອອກມາ​ຢືນຢັນ​ວ່າ Su Zhu ​ໄດ້​ຖືກ​ຈັບ​ຢູ່​ສະໜາມ​ບິນ​ໃນ​ຕອນ​ບ່າຍຂອງວັນທີ 29 ​ໃນ​ຂະນະ​ທີ່​ພະຍາຍາມ​ຫຼົບໜີອອກ​ຈາກ​ສິງກະ​ໂປ. ​ແລະ​ໃນ​ວັນທີ 25 ກັນຍາທີ່ຜ່ານມາ, Teneo ​ກໍໄດ້​ຮັບ​ການ​ອອກ​ໝາຍ​ຈັບ​ ແລະ​ ຕັດ​ສິນ​ຈຳ​ຄຸກ 4 ​ເດືອນ​ຈາກ​ສານ​ໃນ​ຂໍ້​ຫາທີ່ Zhu Su ​ບໍ່ໃຫ້ຄວາມ​ຮ່ວມ​ມື​ໃນການ​ສືບສວນ​ ແລະ​ ຈົງໃຈທີ່ຈະ​ບໍ່​ປະຕິບັດຕາມ​​ຄຳ​ສັ່ງ​ຂອງ​ສານ. ໂດຍຕົວຂອງເຂົານັ້ນພະຍາຍາມທີ່ຈະຫຼົບໜີກ່ອນທີ່ຈະຖືກຈັບທີ່ສະໜາມບິນໃນຂະນະທີ່ກຳລັງຈະເດີນທາງອອກນອກປະເທດ.

ຈາກຄຳຕັດສິນຂອງສານນີ້ ຜູ້ຊຳລະບັນຊີຂອງ Teneo ສາມາດຍື່ນຄໍາຮ້ອງຂໍຕໍ່ສານໄດ້ ເພື່ອ​ຮັບ​ປະ​ກັນ​ວ່າ Zhu Su ຈະ​ສາ​ມາດ​ປະ​ຕິ​ບັດ​ຕາມ​ຄໍາ​ສັ່ງ​ຂອງ​ສານ​ໄດ້. ລວມເຖິງການໃຫ້ຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງກັບ 3AC ໃນລະຫວ່າງ ແລະ ຫຼັງຈາກການຈໍາຄຸກຂອງລາວ.

ໃນທ້າຍເດືອນມິຖຸນາທີ່ຜ່ານມາ, Crypto hedge fund Three Arrows Capital ໄດ້ຮັບຄຳສັ່ງໃຫ້ຊໍາລະບັນຊີໂດຍສານໃນໝູ່ເກາະ British Virgin. ກ່ອນທີ່ຈະຍື່ນຟ້ອງລົ້ມລະລາຍໃນຕົ້ນເດືອນກໍລະກົດ.

ເຊິ່ງການ​ຍື່ນ​ໃຫ້​ລົ້ມ​ລະ​ລາຍໃນຄັ້ງນັ້ນ ສາເຫດເກີດມາຈາກການສູນເສຍຢ່າງໜັກຂອງກອງທຶນ. ຫຼັງຈາກທີ່ຕ້ອງປະເຊີນກັບການຫຼຸດລົງທີ່ຮ້າຍແຮງໃນຕະຫຼາດ crypto. ລວມເຖິງການທີ່ກອງທຶນດັ່ງກ່າວນັ້ນໄດ້ເປັນຜູ້ໃຫ້ກູ້ຢືມກັບບໍລິສັດ crypto ຫຼາຍແຫ່ງທີ່ບໍ່ສາມາດຊໍາລະຄືນເງິນໄດ້ເຊັ່ນ BlockFi, Celsius, Babel Finance ແລະ Voyager Digital.

ທີ່ມາ:

bitcoinsistemi

techcrunch

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/