ນິວຢອກ ປະກາດພາວະສຸກເສີນ ຫຼັງຈາກນ້ຳຖ້ວມໜັກ


ເມື່ອວັນທີ 29 ກັນຍາ 2023 ບາງສ່ວນໃນມະຫານະຄອນນິວຢອກ ຂອງປະເທດສະຫະລັດອາເມຣິກາ ຖືກນ້ຳຖ້ວມແບບກະທັນຫັນຫຼັງເຈິເຫດການຝົນຕົກໜັກຢ່າງຕໍ່ເນື່ອງຕະຫຼອດທັງຕອນເຊົ້າ ແລະ ຕອນຄ່ຳ ກະທົບລົດໄຟໃຕ້ດິນ, ໂຮງຮຽນ ແລະ ສະໜາມບິນ ຈົນຕ້ອງປະກາດສຸກເສີນ ພ້ອມຄຳເຕືອນຈາກເຈົ້າໜ້າທີ່ວ່າ ນ້ຳຖ້ວມເທື່ອນີ້ອາດເປັນອັນຕະລາຍຕໍ່ໍໍຊີວິດ.

ສຳນັກງານອຸຕຸນິຍິມແຫ່ງຊາດຂອງສະຫະລັດອາເມຣິກາ (NWS) ໄດ້ລາຍງານວ່າ ປະຊາຊົນປະມານ 8,5 ລ້ານຄົນຢູ່ພາຍໃຕ້ຄຳເຕືອນນ້ຳຖ້ວມແບບກະທັນຫັນໃນພື້ນທີ່ຂອງ New York City ພື້ນທີ່ຄອນກີດ ແລະ ທາງຍ່າງຂອງເມືອງ ຖືກນ້ຳຖ້ວມຢ່າງຮຸນແຮງ ເນື່ອງຈາກບໍ່ສາມາດລະບາຍນ້ຳຝົນອອກໄດ້.

ໃນເຂດຂອງ  Bronx, Brooklyn ແລະ Queens ໄດ້ຮັບຜົນກະທົບໜັກເປັນພິເສດຈາກທີ່ນ້ຳຖ້ວມຖະໜົນຫົນທາງ ມີລົດຖືກຖິ້ມຮ້າງ ແລະ ອາຄານບ້ານເຮືອນຕ່າງໆທີ່ຖືກນ້ຳຖ້ວມ ພ້ອມກັນນັ້ນເຄືອຂ່າຍການຂົນສົ່ງສາທາລະນະສ່ວນໃຫຍ່ຕ້ອງຢຸດລົງ ລວມໄປຮອດການສົ່ງຂໍຄວາມຊ່ວຍເຫຼືອຜູ້ຂັບຂີ່ທີ່ຕິດຢູ່ໃນນ້ຳຖ້ວມ.

ເຫດການນ້ຳຖ້ວມແບບກະທັນຫັນສົ່ງຜົນໃຫ້ຕ້ອງປະກາດສະຖານະການສຸກເສິນ ເຖິງແມ່ນວ່າເບື້ອງຕົ້ນຍັງບໍ່ມີລາຍງານຜູ້ເສຍຊີວິດ ຫຼື ຜູ້ບາດເຈັບໃດໆອອກມາ ພ້ອມກັບເຕືອນປະຊາຊົນໃຫ້ລະມັດລະວັງຄວາມປອດໄພ ແລະ ຫຼີກເວັ້ນການເດີນທາງທີ່ຖືກນ້ຳຖ້ວມຂັງໄວ້ຢູ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/