Polygon ປະກາດເພີ່ມ Google Cloud ເຂົ້າມາເປັນ Validator ຂອງ Polygon Network ເປັນທີ່ຮຽບຮ້ອຍແລ້ວ


ໃນວັນທີ 29 ກັນຍາ, Polygon Labs ໄດ້ອອກມາປະກາດວ່າ Google Cloud ບໍລິສັດຍັກໃຫຍ່ທາງດ້ານເຕັກໂນໂລຊີໄດ້ເຂົ້າມາເປັນສ່ວນໜຶ່ງຂອງ Validator ຂອງເຄືອຂ່າຍ Polygon Proof-of-Stake network. Google Cloud ໄດ້ເຂົ້າຮ່ວມຫຼາຍກວ່າ 100 ເຄືອຂ່າຍເພື່ອກວດສອບທຸລະກຳໃນເຄືອຂ່າຍ Ethereum Layer-2

ອີງຕາມການປະກາດຂອງ Polygon Labs ທີ່ໂພສໃນແພລັດຟອມ X ວ່າ “ໂຄງສ້າງພື້ນຖານດຽວກັນທີ່ໃຊ້ໃນ YouTube ແລະ Gmail ແມ່ນຊ່ວຍເຮັດໃຫ້ເຄືອຂ່າຍ Polygon ມີຄວາມປອດໄພ, ລວມທັງເພີ່ມຄວາມໄວ ແລະ ປະຢັດຕົ້ນທຶນ”

Validator ຢູ່ໃນເຄືອຂ່າຍ Polygon ຈະຊ່ວຍຮັກສາຄວາມປອດໄພຂອງເຄືອຂ່າຍໂດຍຜ່ານການດູແລ nodes, ການ stake ຫຼຽນ MATIC ແລະ ການມີສ່ວນຮ່ວມໃນກົນໄກຄວາມເຫັນດີເຫັນພ້ອມແບບ peer-to-peer.

Google Cloud ຂອງສິງກະໂປໄດ້ອອກມາຢືນຢັນຜ່ານແພລັດຟອມ X ວ່າ “ປັດຈຸບັນ Google Cloud ກໍາລັງເຮັດໜ້າທີ່ເປັນ  Validator ໃນເຄືອຂ່າຍ Polygon PoS, ເພື່ອຊ່ວຍຮັກສາຄວາມປອດໄພຂອງເຄືອຂ່າຍໂດຍລວມ, ຊ່ວຍດູແລຂໍ້ກຳນົດຕ່າງໆ ແລະ ການກະຈາຍອຳນາດຂອງເຄືອຂ່າຍໄປພ້ອມໆກັບການກວດສອບຄວາມຖືກຕ້ອງອື່ນໆຫຼາຍກວ່າ 100 ລາຍການ”

ເຖິງແມ່ນວ່າ Validators ຂອງ Polygon ຫຼາຍຄົນຈະຍັງຄົງບໍ່ທັນເປີດເຜີຍຕົວຕົນ, ແຕ່ Google Cloud ກໍໄດ້ຈັບມືຮ່ວມກັບບໍລິສັດ Deutsche Telekom ຂອງເຢຍລະມັນ ເຊິ່ງເປັນໜຶ່ງໃນບໍລິສັດໂທລະຄົມທີ່ໃຫຍ່ທີ່ສຸດຂອງຢູໂຣບໃນການດຳນເນີນງານໃນຄັ້ງນີ້

ໃນສ່ວນຂອງ Google Cloud ກໍໄດ້ອອກມາອະທິບາຍເຖິງຄວາມສຳພັນກັບ Polygon Labs ວ່າ “ເປັນການຮ່ວມມືໃນເຊີງກົນລະຍຸດ”, ໂດຍນອກຈາກຈະເຂົ້າຮ່ວມເປັນ Validator ແລ້ວ ທາງ Google Cloud Asia Pacific ຍັງໄດ້ເຜີຍແຜ່ວິດີໂອຂອງ Polygon Labs ທີ່ກຳລັງຈະເຂົ້າມາຊ່ວຍແກ້ໄຂບັນຫາ ເພື່ອອະນາຄົດຂອງ Web3

ນອກຈາກນີ້, Polygon Labs ຍັງໄດ້ເປີດຕົວໂຄງການ “Polygon 2.0” ທີ່ມີຫົວຂໍ້ສະເໜີໃນການກັບປັບປຸງ Polygon ທີ່ໃຊ້ຊື່ວ່າ PIPs 17-19, ເຊິ່ງຈະກ່ຽວຂ້ອງກັບການປ່ຽນຈາກຫຼຽນ MATIC ໄປເປັນ POL ແລະ ຂໍ້ມູນຕ່າງໆເຊັ່ນ: ລາຍ​ລະ​ອຽດ​ທາງ​ດ້ານ​ວິ​ຊາ​ການ​ຂອງ​ການ​ປັບ​ປຸງ​ຫຼຽນ​ ແລະ​ ຄ່າ​ອາຍ​ແກ​ັ​ສ POL​, ໂດຍ​ການ​ປ່ຽນ​ແປງ​ນີ້ຈະເກີດຂຶ້ນພາຍໃນ​ Q4 ຂອງ ປີ 2023​.

ທີ່ມາ:

cointelegraph

watcher.guru

deutsche-telekom

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/