ໃນປັດຈຸບັນ, ອິນເຕີເນັດໄດ້ຖືກນຳໃຊ້ກັນຢ່າງແຜ່ຫຼາຍຈົນປະຕິເສດບໍ່ໄດ້ວ່າໂລກແຫ່ງຄວາມເປັນຈິງ ແລະ ໂລກຂອງອິນເຕີເນັດນັ້ນນັບມື້ນັບທີ່ຈະກາຍເປັນອັນໜຶ່ງອັນດຽວກັນ, ສ່ວນໃນໂລກຂອງທຸລະກິດ ປັດຈຸບັນກໍມີເຕັກໂນໂລຊີທີ່ຫຼາກຫຼາຍເຂົ້າມາອຳນວຍຄວາມສະດວກຫຼາຍຂຶ້ນ ຈົນເຮັດໃຫ້ເກີດຍຸກໃໝ່ຂອງການຕະຫຼາດໃນໂລກທຸລະກິດຄື Marketing 6.0 ຫຼື Marketing in the Metaverse.
ຄຳວ່າ Marketing in the Metaverse ໃນໂລກຂອງ Marketing ນັ້ນແມ່ນການຕະຫຼາດໃນໂລກຫຼາຍໃບແບບໄຮ້ຮອຍຕໍ່ ທັງໃນໂລກຂອງຈິງ (Physical), ໂລກສະເໝືອນຈິງ (Digital) ແລະ ໂລກອື່ນໆ ທີ່ຜູ້ບໍລິໂພກຕ່າງໆໃຊ້ຊີວິດຢູ່ໃນໂລກເຫຼົ່ານີ້ໂດຍບໍ່ມີການແບ່ງແຍກອີກຕໍ່ໄປ, ເຮັດໃຫ້ໂລກຂອງການຕະຫຼາດມີການປ່ຽນແປງໄວ ແລະ ຮຸນແຮງ ຫາກນັກການຕະຫຼາດບໍ່ເຫັນໂອກາດນີ້ ແລະ ບໍ່ສາມາດຄວ້າໂອກາດໄວ້ໄດ້ ກໍອາດຈະຊັອກໄປຕາມໆກັນ
ການພັດທະນາຂອງຕະຫຼາດໃນແຕ່ລະຍຸກ
- Marketing 1.0 (Product Centric) ຜະລິດຕະພັນແມ່ນສູນກາງ, ສຸມໃສ່ການພັດທະນາສິນຄ້າ ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໃຫ້ຫຼາຍທີ່ສຸດ
- Marketing 2.0 (Customer Centric) ລູກຄ້າແມ່ນສູນກາງ, ໂດຍການແບ່ງລູກຄ້າທີ່ເປັນກຸ່ມເປົ້າໝາຍສະເພາະ ແລະ ສຸມໃສ່ການສ້າງຄວາມສໍາພັນໃຫ້ລູກຄ້າກັບມາຊື້ຄືນອີກ
- Marketing 3.0 (Human Centric) ມະນຸດສູນກາງ, ການຕະຫຼາດໃນຍຸກນີ້ໃຫ້ຄວາມສໍາຄັນກັບຄວາມຮັບຜິດຊອບຕໍ່ສັງຄົມ.
- Marketing 4.0 (Traditional to Digital) ເຂົ່້າສູ່ຍຸກ Digital Era ທີ່ມີແຕ່ຄົນກໍເຮັດບໍ່ໄດ້ ຈຳເປັນຕ້ອງມີເຄື່ອງມື ແລະ ເຕັກໂນໂລຊີນຳ
- Marketing 5.0 (Technology for Humanity) ການປະສົມປະສານລະຫວ່າງ Digital ກັບ Marketing ເປັນ Technology for Humanity
- Marketing 6.0 (Marketing in the Metaverse: Immersive Marketing) ສຸມໃສ່ການຂາຍຜ່ານໂລກສະເໝຶືອນຈິງ, ສາມາດທົດລອງສິນຄ້າໄດ້ເຖິງແມ່ນວ່າຈະຂາຍອອນລາຍ, ເປັນການຂາຍຂອງໃນໂລກຈິງ ແລະ ໂລກອອນລາຍທີ່ເທົ່າທຽມກັນ, ເປັນຕະຫຼາດທີ່ມີໂອກາດເຕີບໂຕ ແລະ ມີຄວາມວຸ້ນວາຍສູງ
5 ເຕັກໂນໂລຊີສຳຄັນໃນຍຸກຂອງ Marketing 6.0
ເມື່ອກ້າວເຂົ້າສູ່ Marketing 6.0 : Marketing in the Metaverse ການປະສົມປະສານໂລກຄວາມເປັນຈິງ ແລະ ໂລກສະເໝືອນຈິງເຂົ້າໄວ້ດ້ວຍກັນ, ເຊິ່ງໃນອະນາຄົດອາດຈະມີຄຳຖາມໃໝ່ໆເກີດຂຶ້ນໃນການຕະຫຼາດເປັນຈຳນວນຫຼາຍ. ແຕ່ສິ່ງສຳຄັນທີ່ເຮົາຕ້ອງທຳຄວາມເຂົ້າໃຈພຶດຕິກຳຂອງຜູ້ບໍລິໂພກມີ 5 ເຕັກໂນໂລຊີສຳລັບຄົນທີ່ຢາກຈະເອົາຊະນະໃນຍຸກນີ້ກໍຄືຄົນທີ່ໃຊ້ເຄື່ອງມືເປັນ ເພາະມັນຈະຊ່ວຍປະຢັດແຮງງານ, ຕົ້ນທຶນ ແລະ ເວລາກໍຄື
- IoT (Internet of Things) ສິ່ງຂອງອ້ອມຮອບຕົວຜູ້ບໍລິໂພກຈະເຊື່ອມຕໍ່ກັບອິນເຕີເນັດ ເພື່ອເຮັດໜ້າທີ່ດຶງຂໍ້ມູນລູກຄ້າແລ້ວນຳມາວາງແຜນການຕະຫຼາດ ສ້າງປະສົບການໂລກຈິງໃຫ້ຢູ່ໃນໂລກສະເໝຶອນຈິງ, ການຮູ້ຂໍ້ມູນລູກຄ້າຫຼາຍຈະສາມາດນຳໄປວາງແຜນເພື່ອເອົາຊະນະໃນຍຸກນີ້
- AI ເຊັ່ນ ChatGPT ທີ່ກຳລັງພັດທະນາ ແລະ ເປັນທີ່ນິຍົມໃນປັດຈຸບັນຈະຊ່ວຍໃຫ້ການຕະຫຼາດໂລກຄວາມເປັນຈິງ ແລະ ໂລກສະເໝືອນຈິງສາມາດຢ່າງຄຽງຄູ່ກັນໄປ ເພາະມັນສາມາດເຂົ້າເຖິງຜູ້ບໍລິໂພກໄດ້ໃນທຸກ GEN ຈາກຈຸດຮ່ວມທີ່ມີຄວາມສົນໃຈ, ຄວາມຄາດຫວັງ ແລະ ຄວາມຕ້ອງການດຽວກັນ
- 3D Asset Creation ເຕັກໂນໂລຊີທີ່ໃຊ້ໃນການອອກແບບກົນລະຍຸດ ແລະ ຜະລິດຕະພັນ, ທີ່ຊ່ວຍໃຫ້ເຫັນຮູບພາບທີ່ກຳລັງເກີດຂື້ນໃນໂລກສະເໝືອນ. ໃນອະນາຄົດ, ຮູບເງົາໂຄສະນາ ແລະ ການຜະລິດສິລະປະຈະໃຊ້ AI ເປັນເຄື່ອງມືໃນການສ້າງສັນ ແລະ ຜະລິດວຽກງານຢ່າງໄວວາ.
- Blockchain ເຕັກໂນໂລຊີທີ່ຈະຊ່ວຍຈັດເກັບ ແລະ ດູແລຂໍ້ມູນ ທີ່ສ້າງຂຶ້ນໃນໂລກສະເໝືອນຈິງໃນຮູບແບບ 3D, ເຊິ່ງເປັນກຸນແຈລັອກຂໍ້ມູນເພື່ອບໍ່ໃຫ້ສູນຫາຍ
- AR/VR ເຕັກໂນໂລຊີເຊື່ອມໂລກສະເໝືອນຈິງເປັນ Interface ຫຼື ອຸປະກອນສຳລັບການປ້ອນຂໍ້ມູນຜ່ານ AR ຫຼື VR, ເຊັ່ນ Apple Vision Pro.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/