ດ່ານພາສີສາກົນຂົວມິດຕະພາບ II ຄາດໝົດປີ 2023 ນີ້ ຈະເກັບລາຍຮັບເຂົ້າງົບປະມານໄດ້ຫຼາຍກວ່າ 1.052 ຕື້ກີບ


ດ່ານພາສີສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ ຄາດຄະເນໝົດປີ 2023 ນີ້ ຈະສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 1.052,212 ຕື້ກີບ ເທົ່າກັບ 118,23% ຂອງແຜນການປີ ແລະ ເພີ່ມຂຶ້ນ 13,16% ຈາກປີ 2022.

ທ່ານ ຂວັນໄຊຊະນະ ຟອງສະມຸດ ຫົວໜ້າາດ່ານພາສີສາກົນຂົວມິດຕະພາບ II ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານພາສີ ກໍຄືການຈັດຕັ້ງປະຕິບັດແຜນລາຍຮັບງົບປະມານສົກປີ 2023; ເຊິ່ງໃນໄລຍະ 07 ເດືອນຕົ້ນປີ 2023 ດ່ານພາສີສາກົນຂົວມິດຕະພາບ II ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ຈໍານວນ 751,999 ຕື້ກີບ ເທົ່າກັບ 84,49% ຂອງແຜນການປີ ( ຈໍານວນ 890 ຕື້ກີບ ), ທຽບໃສ່ການເກັບລາຍຮັບໄລຍະດຽວກັນຂອງ ປີ 2022 ( ຈໍານວນ 401,791 ຕື້ກີບ ) ເທົ່າກັບ 187,16% ເພີ່ມຂຶ້ນ 87,16% ເປັນເງິນຈໍານວນ 350,208 ຕື້ກີບ; ໃນນັ້ນໄດ້ຈາກ ນໍ້າມັນເຊື້ອໄຟ 309.931 ຕື້ກີບ, ກວມ 41,21% ຂອງລາຍຮັບທັງໝົດ; ພາຫະນະ ( ເປັນຄັນ ) 86,907 ຕື້ກີບ, ກວມ 11,56% ຂອງລາຍຮັບທັງໝົດ; ພາຫະນະ ( ເປັນຊິ້ນສ່ວນ ) 52.966 ຕື້ກີບ, ກວມ 07,04% ຂອງລາຍຮັບທັງໝົດ; ສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ 65,335 ຕື້ກີບ, ກວມ 08,69% ຂອງລາຍຮັບທັງໝົດ; ຄ່າທໍານຽມຕ່າງໆ 165,757 ຕື້ກີບ, ກວມ 22,04% ຂອງລາຍຮັບທັງໝົດ ແລະ ອື່ນໆ 71,1,3 ຕື້ກີບ, ກວມ 09,46% ຂອງລາຍຮັບທັງໝົດ. ໃນນັ້ນ: ຄັງແຮນໍ້າມັນກວມເອົາ 88,89% ຫຼື 147,346 ຕື້ກີບ.

ປັດຈຸບັນ ດ່ານພາສີສາກົນຂົວມິດຕະພາບ II ສາມາດຫັນເປັນທັນສະໄໝ ສ້າງຄວາມສະດວກໃຫ້ຜູ້ປະກອບການ ໃນການດໍາເນີນງານ, ການແຈ້ງ ແລະ ຊໍາລະຄ່າພາສີ-ອາກອນ ຕ່າງໆທັນກັບເວລາ ເຊັ່ນ: ລະບົບແຈ້ງພາສີແບບເອເລັກໂຕຣນິກ ( Asycuda ); ລະບົບສະມາດແທັກ ( Smarts Tax ) ແລະ ລະບົບຟາດແທັກ ( Fast Tax ) ຊໍາລະຄ່າ ພາສີ-ອາກອນ, ຄ່າທໍານຽມ ແລະ ຄ່າບໍລິການ ຜ່ານທະນາຄານ; ກວດກາສິນຄ້າ ດ້ວຍລະບົບສາຍແສງ ( Scanner ); ລະບົບການຄຸ້ມຄອງ ບ.53 ສໍາລັບພາຫະນະນໍາເຂົ້າມາທ່ອງທ່ຽວຢ້ຽມຢາມ ແລະ ຂົນສົ່ງສິນຄ້າ ລວມທັງຕູ້ Containers; ລະບົບການຄຸ້ມຄອງຫັກລົບແຜນນໍາເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ; ລະບົບຄຸ້ມຄອງການເຄື່ອນຍ້າຍພາຍໃນ Module ( T1 ); ລະບົບອີຊີພັດສ ( Easy Pass ) ເກັບຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ຜ່ານທະນາຄານ; ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ( Lao National Single Window ).

ທ່ານ ຂວັນໄຊຊະນະ ຟອງສະມຸດ  ກ່າວອີກວ່າ ໃນອະນາຄົດຍັງຈະໄດ້ສືບຕໍ່ຍົກລະດັບ ແລະ ພັດທະນາລະບົບທັນສະໄໝອື່ນໆຕື່ມອີກ ເຊິ່ງທັງໝົດນີ້ ເພື່ອເປັນການອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ທັງເປັນການສ້າງຄວາມເຂັ້ມແຂງ, ໂປ່ງໃສ ແລະ ຍຸຕິທໍາໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບເຂົ້າງົບປະມານ ຕາມນະໂຍບາຍຂອງລັດຖະບານ.

ດ່ານພາສີສາກົນຂົວມິດຕະພາບ II ແມ່ນກົງຈັກໜຶ່ງ ຂອງພາສີ ປະຈໍາແຂວງສະຫວັນນະເຂດ ແລະ ກົມພາສີ ກະຊວງການເງິນ ເຊິ່ງປະຈໍາຢູ່ຂັ້ນທ້ອງຖິ່ນ ທີ່ຂຶ້ນກັບການຄຸ້ມຄອງໂດຍກົງທາງດ້ານວິຊາສະເພາະ, ເປັນເສນາທິການໃຫ້ພາສີປະຈໍາ ແຂວງສະຫວັນນະເຂດ, ກົມພາສີ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບການເຄື່ອນໄຫວວຽກງານພາສີ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ.

https://www.mof.gov.la/index.php/2023/09/28/dan-pha-see-sa-kon-khua-mith-ta-phap-ii/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/