ຈີນຍັງເປັນຕະຫຼາດເບີ 1 ຮັບຊື້ສິນຄ້າຈາກລາວ


ສປປ ລາວ ເຮົາແມ່ນໄດ້ເຈລະຈາການຄ້າ ແລະ ການຂາຍຮ່ວມກັນ ກັບຫຼາຍປະເທດໃນໂລກ ແຕ່ໜຶ່ງໃນຕະຫຼາດທີ່ຮັບຊື້ສິນຄ້າຈາກລາວຫຼາຍທີ່ສຸດກໍຄື ສປ ຈີນ ຍິ່ງໄດ້ເປີດເສັ້ນທາງລົດໄຟແລ້ວ ມູນຄ່າການຄ້າສອງປະເທດຍິ່ງທະວີຄູນຂຶ້ນ. ສະເພາະເດືອນສິງຫາ 2023 ນີ້ ມູນຄ່າສົ່ງສິນຄ້າໄປຈີນສູງເຖິງ 210 ລ້ານໂດລາສະຫະລັດ, ຮອງລົງມາແມ່ນ ສສ ຫວຽດນາມ ປະມານ 77 ລ້ານໂດລາສະຫະລັດ ສົ່ງໄປໄທປະມານ 54 ລ້ານໂດລາສະຫະລັດ, ອອສເຕຣເລຍ 38 ລ້ານໂດລາສະຫະລັດ ແລະ ເຢຍລະມັນ ປະມານ 10 ລ້ານໂດລາສະຫະລັດ.

ສຳລັບປະເທດ ສປປ ລາວ ນຳເຂົ້າຫຼາຍເປັນອັນດັບຕົ້ນໆຂອງປະເທດແມ່ນຈີນ 175 ລ້ານໂດລາສະຫະລັດ ຖືວ່າລາວເກີນດຸນການຄ້າກັບຈີນ 35 ລ້ານໂດລາສະຫະລັດ, ໃນຂະນະທີ່ການນຳເຂົ້າສິນຄ້າຈາກຫວຽດນາມມີປະມານ 25 ລ້ານໂດລາສະຫະລັດ ເຫັນວ່າລາວເກີນດຸນການຄ້າກັບຫວຽດນາມຈຳນວນ 52 ລ້ານໂດລາສະຫະລັດ.

ການນຳອອກ-ນຳເຂົ້າ ສິນຄ້າລາວຂອງເດືອນສິງຫາ ທັງໝົດບັນລຸໄດ້ປະມານ 980 ໂດລາສະຫະລັດ ໃນນີ້ມູນຄ່າການສົ່ງອອກປະມານ 446 ລ້ານໂດລາສະຫະລັດ, ມູນຄ່າການນຳເຂົ້າປະມານ 134 ລ້ານໂດລາສະຫະລັດ, ເຮັດໃຫ້ລາວຂາດດຸນການຄ້າກັບຕ່າງປະເທດ 88 ລ້ານໂດລາສະຫະລັດ, ສິນຄ້າສົ່ງອອກທັງໝົດປະມານ 446 ລ້ານໂດລາສະຫະລັດ.

ສິນຄ້າທີ່ສົ່ງອອກ 10 ອັນດັບໄດ້ແກ່: ເກືອກາລີ, ຄຳປະສົມ ແລະ ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ນ້ຳຕານ, ຢາງພາລາ, ເນື້ອໄມ້ ແລະ ເສດເຈ້ຍ, ເຄື່ອງນຸ່ງຫົ່ມ, ແຮ່ເຫຼັກ, ໝາກກ້ວຍ. ສິນຄ້ານຳເຂົ້າທັງໝົດປະມານ 534 ລ້ານໂດລາສະຫະລັດ.

ສິນຄ້ານຳເຂົ້າ 10 ອັນດັບໄດ້ແກ່: ນ້ຳມັນກາຊວນ, ອຸປະກອນກົນຈັກ, ພາຫະນະທາງບົກ, ເຫຼັກກ້າ, ຊິ້ນສ່ວນອາໄຫຼລົດ, ເຫຍື່ອໄມ້ ແລະ ເສດເຈ້ຍ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນແອັດຊັງ, ເຄື່ອງໃຊ້ເຮັດດ້ວຍພາສຕິກ, ເຄື່ອງດື່ມ.

ຂໍ້ມູນຈາກ: ຂ່າວເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/