Whitepaper ແມ່ນຫຍັງ?


Whitepaper ແມ່ນຫຍັງ?

Whitepaper ແມ່ນເອກະສານທີ່ນໍາສະເໜີຂໍ້ມູນ ແລະ ລາຍລະອຽດຕ່າງໆ ຈາກເຈົ້າຂອງໂຄງການ ຫຼື ເຈົ້າຂອງເຕັກໂນໂລຊີ ທີ່​ໂດຍທົ່ວໄປແລ້ວຈະເປັນລາຍລະອຽດ​ພື້ນ​ຖານ​ການ​ອະ​ທິ​ບາຍ​ທາງ​ດ້ານ​ວິ​ຊາ​ການທີ່ຈະບອກວ່າເຕັກ​ໂນ​ໂລ​ຊີນີ້ຖືກສ້າງຂຶ້ນໄວ້ເພື່ອຫຍັງ? ແກ້ໄຂບັນຫາໃນຈຸດໃດ ຫຼື ໂຄງສ້າງຂອງລະບົບທີ່ເຈົ້າຂອງໂຄງການຕ້ອງການພັດທະນາແມ່ນຫຍັງ?

ເປັນຫຍັງຈຶ່ງຕ້ອງມີ Whitepaper?

ເນື່ອງຈາກວ່າໂລກຂອງເຕັກໂນໂລຊີ ສ່ວນໃຫຍ່ຂອງພວກເຂົາແມ່ນຜະລິດຕະພັນທີ່ບໍ່ສາມາດຈັບຕ້ອງໄດ້, ສະນັ້ນມັນຈຶ່ງຈໍາເປັນຕ້ອງມີເອກະສານຄື Whitepaper ເພື່ອສື່ສານຄວາມເຂົ້າໃຈທົ່ວໄປລະຫວ່າງຜູ້ສ້າງ ແລະ ຜູ້ໃຊ້.

ຖ້າຢາກປຽບທຽບເພື່ອໃຫ້ເຂົ້າໃຈງ່າຍຂຶ້ນກໍຄື ໃນກໍລະນີຂອງນັກລົງທຶນຫຼັກຊັບ ພວກເຮົາຈໍາເປັນຕ້ອງອ່ານຂໍ້ມູນຂອງບໍລິສັດ, ລວມທັງບົດລາຍງານທາງດ້ານການເງິນຕ່າງໆ, ເພື່ອສຶກສາ ແລະ ເຂົ້າໃຈວ່າບໍລິສັດທີ່ພວກເຮົາກໍາລັງຈະລົງທຶນເຮັດຫຍັງແດ່? ແລະ ທ່າອ່ຽງໃນການຂະຫຍາຍຕົວແມ່ນຫຍັງ? ຫຼື ຖ້າຢາກລົງທຶນໃນ “ກອງທຶນລວມ”, ກໍຈໍາເປັນຕ້ອງອ່ານສ່ວນສະຫຼຸບຂໍ້ມູນທີ່ສໍາຄັນ (Fund Fact Sheet) ເພື່ອວ່າພວກເຮົາຈະຮູ້ວ່າຜູ້ຈັດການກອງທຶນຈະນຳເງິນທຶນຂອງພວກເຮົາໄປລົງທຶນໃນອັດຕາສ່ວນໃດເທົ່າໃດ? ຄວາມສ່ຽງແມ່ນຫຍັງ? ລວມທັງຄ່າທໍານຽມການຄຸ້ມຄອງກອງທຶນແນວໃດ?

ແລະ ຖ້າພວກເຮົາລົງທຶນໃນ Cryptocurrencies, ການອ່ານ Whitepaper ກໍຈະຊ່ວຍໃຫ້ພວກເຮົາເຂົ້າໃຈເຕັກໂນໂລຊີທີ່ພວກເຮົາກໍາລັງລົງທຶນຫຼາຍຂຶ້ນ. ຢ່າງໃດກໍຕາມ, ເຕັກໂນໂລຊີແຕ່ລະປະເພດຂອງມີຄວາມແຕກຕ່າງກັນຫຼາຍໃນດ້ານຂໍ້ມູນ, ເຮັດໃຫ້ Whitepaper ໃນປັດຈຸບັນບໍ່ມີມາດຕະຖານ ຫຼື ກໍານົດວ່າຄວນມີອົງປະກອບໃດແດ່.

ຫຼັກການເບິ່ງ Whitepaper

ຖ້າສະຫຼຸບເປັນວິທີທີ່ສໍາຄັນ ການລົງທຶນໃນຊັບສິນດິຈິຕອນ ບໍ່ວ່າຈະເປັນການລົງທຶນໄລຍະຍາວ ຫຼື ການຄາດເດົາໄລຍະສັ້ນກໍຕາມ ຄວນມີແນວທາງໃຫ້ພິຈາລະນາດັ່ງຕໍ່ໄປນີ້:

  • ເງິນທີ່ໄດ້ຈາກການລະດົມທຶນຈະຖືກນໍາໃຊ້ໃນປະເພດໃດ? ຄວາມໜ້າເຊື່ອຖື ແລະ ຄວາມເປັນໄປໄດ້ທາງທຸລະກິດຫຼາຍປານໃດ?
  • ເຕັກໂນໂລຊີທີ່ກ່າວໄວ້ໃນ Whitepaper ມີຄວາມທັນສະໄໝ ແລະ ໜ້າສົນໃຈບໍ? ບໍ່ວ່າຈະເປັນປັນຍາປະດິດ (AI) ຫຼື ອິນເຕີເນັດ. ນີ້ແມ່ນເຕັກໂນໂລຊີທີ່ມີໃນກະແສ ແລະ ມີຄວາມເປັນໄປໄດ້ທີ່ແທ້ຈິງ.
  • ມີເປົ້າໝາຍທີ່ຊັດເຈນບໍ່? ໜຶ່ງໃນສິ່ງທີ່ສໍາຄັນທີ່ສຸດໃນ Whitepaper ແມ່ນສິ່ງທີ່ຜູ້ລະດົມທຶນ ຫຼື ເຈົ້າຂອງໂຄງການຕ້ອງເຮັດໃຫ້ສໍາເລັດ. ໂດຍສິ່ງເຫຼົ່ານັ້ນຈໍາເປັນຕ້ອງມີເປົ້າໝາຍສະເພາະເຈາະຈົງສູງ ແລະ ສິ່ງທີ່ນັກລົງທຶນຄວນຮູ້ແມ່ນຂໍ້ມູນທີ່ຜູ້ລະດົມທຶນຈະນໍາສະເໜີເພື່ອຊ່ວຍໃຫ້ພວກເຮົາຕັດສິນໃຈລົງທຶນງ່າຍຂຶ້ນ. ສິ່ງທີ່ສໍາຄັນອີກຢ່າງໜຶ່ງຂອງ Whitepaper ກໍຄືການປະຕິບັດຕາມວິທີເພື່ອໃຫ້ເປົ້າໝາຍລຸລ່ວງໃນWhitepaper ເພື່ອກໍານົດໂຄງຮ່າງເປົ້າໝາຍທີ່ສະເພາະເຈາະຈົງ, ສາມາດວັດຜົນ ແລະ ເຮັດໃຫ້ສຳເລັດໄດ້
  • ຂໍ້ມູນຕ້ອງມີຄວາມໂປ່ງໃສ, ມີຂໍ້ມູນທີ່ຄົບຖ້ວນກ່ຽວກັບໂຄງການຂອງຜູ້ສະເໜີ token. ລວມທັງຄວາມພ້ອມຂອງໂຄງການ ແລະ ການແຈ້ງຜົນປະໂຫຍດຈາກໂຄງການ.
  • ກວດສອບຄວາມໜ້າເຊື່ອຖືຂອງເຈົ້າຂອງໂຄງການ ແລະ ມີຕົວຕົນຢູ່ຈິງ, ມີຄວາມເຂັ້ມແຂງທີ່ສາມາດນໍາພາໂຄງການໄປສູ່ຄວາມສໍາເລັດ ແລະ ຕ້ອງໄດ້ຮັບການອະນຸມັດໂດຍຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບ (SEC) ເພື່ອໃຫ້ສາມາດສະເໜີ tokens ດິຈິຕອນໃຫ້ແກ່ນັກລົງທຶນ

ສະຫຼຸບແລ້ວ

Whitepaper ແມ່ນເອກະສານທີ່ສໍາຄັນທີ່ບອກຂໍ້ມູນທັງໝົດກ່ຽວກັບໂຄງການນັ້ນໆ ທີ່ຈະຊ່ວຍໃຫ້ນັກລົງທຶນເຂົ້າໃຈເຕັກໂນໂລຊີທີ່ພວກເຂົາຈະລົງທຶນຫຼາຍຂຶ້ນ, ຮັບຮູ້ເຖິງບັນຫາທີ່ເຕັກໂນໂລຊີຈະຊ່ວຍແກ້ໄຂ, ການໃຫ້ບໍລິການ ແລະ ຍັງຊ່ວຍໃນການຕັດສິນໃຈໃນການລົງທຶນ

Whitepaper ຈະມີຮູບແບບຫົວຂໍ້ລາຍລະອຽດທີ່ແຕກຕ່າງກັນ ແຕ່ປົກກະຕິແລ້ວມັນກວມເອົາຫົວຂໍ້ຕໍ່ໄປນີ້:

  • ແນະນຳ
  • ບັນຫາ ແລະ ລາຍລະອຽດຂອງບັນຫາ
  • ການ​ແກ້​ໄຂ​ເຕັກ​ໂນ​ໂລ​ຊີ
  • ສັກກະຍະພາບໃນການເຮັດວຽກ
  • ແຜນການ
  • ການຂາຍ token

ທີ່ມາ:

kubix

moneybuffalo

zipmex

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/