Yeontan

Yeontan ໝາຂອງ Taehyung ຫຼື V ວົງ BTS  ສ້າງສະຖິຕິ ຕິດອັນດັບຮູບພາບທີ່ຄົນກົດ Like ຈຳນວນ 20 ກວ່າລ້ານຄົນໃນແພລັດຟອມ IG ເຊິ່ງຕິດອັນດັບທີ 17 ຂອງໂລກ. V ໄດ້ເປີດບັນຊີ IG ທ້າຍປີ 2021 ທີ່ຜ່ານມາ ກໍໄດ້ສ້າງສະຖິຕິຫຼາຍພໍສົມຄວນ ນອກຈາກຈະສ້າງສະຖິຕິຕົນເອງແລ້ວ ຍັງສ້າງສະຖິຕິໃຫ້ນ້ອງໝາຕົນເອງໄປພ້ອມ, ຫຼ້າສຸດ ຍອດ Like ກາຍເຈົ້າຂອງໄປແລ້ວ.

Yeontan

Kim Yeontan ຫຼື Yeontan ຊື່ທີ່ຫຍໍ້ມາຈາກຄໍາວ່າ “Briquettes” ທີ່ແປວ່າ “ຖ່ານດໍາ” ເຊິ່ງເປັນໝານ້ອຍສາຍພັນ “Pomeranian” ສີດຳປົນສີນ້ຳຕານທີ່ແສນຈະໜ້າຮັກ ນອກຈາກຈະເປັນທີ່ຮັກຂອງ V ແລ້ວ ຍັງເປັນສຸດທີ່ຮັກຂອງແຟນໆອີກດ້ວຍ, ເຊິ່ງທາງ V ໄດ້ເປີດຕົວໃຫ້ແຟນໆໄດ້ເຫັນໃນປີ 2018 ໃນຕອນນັ້ນນ້ອງແມ່ນຍັງນ້ອຍຫຼາຍ, ດ້ວຍຄວາມໜັາຮັກຂອງນ້ອງໝາ ທາງແຟນໆ ແລະ ສະມາຊິກທຸກຄົນໃນວົງ ຕ່າງກໍຮັກ ແລະ ດູແລຢ່າງດີ.

Yeontan

ນອກຈາກນີ້ Taehyung ຫຼື V ວົງ BTS  ຍັງຄອງຕຳແໜ່ງໂພສ Instagram ທີ່ມີຄົນກົດ Like ຫຼາຍທີ່ສຸດ 20 ຄົນອັນດັບທໍາອິດ, ບາງຄົນມີບັນຊີທີ່ເກົ່າກວ່າ ແລະ ບາງຄົນມີຈຳນວນຜູ້ຕິດຕາມຫຼາຍກວ່າ ແຕ່ Taehyung ມີບັນຊີທີ່ອາຍຸພຽງ 6 ເດືອນເທົ່ານັ້ນ ສາມາດທຳລາຍສະຖິຕິໄດ້.

Yeontan

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ