ລັດຖະບານມຽນມາ

ມື້ນີ້ ວັນຈັນທີ  25 ກໍລະກົດ ສື່ຕ່າງປະເທດໄດ້ອ້າງອີງຈາກໜັງສືພິມຂອງລັດຖະບານມຽນມາ Global New Light of Myanmar ໂດຍລາຍງານວ່າ ທາງລັດຖະບານໄດ້ສັ່ງປະຫານນັກເຄື່ອນໄຫວທາງການເມືອງ 4 ຄົນ ໃນຄວາມຜິດທີ່ກ່ຽວກັບການຊ່ວຍເຫຼືອກຸ່ມຕິດອາວຸດຕໍ່ສູ້ກັບກອງທັບ ແລະ ທັງໝົດຖືກຕັ້ງຂໍ້ຫາພາຍໃຕ້ກົດໝາຍຕໍ່ຕ້ານການກໍ່ການຮ້າຍແລະປະມວນກົດໝາຍອາຍາ ເຊິ່ງການປະຫານນັ້ນແມ່ນຈະດໍາເນີນໄປຕາມຂະບວນການຂອງຄຸກທີ່ໄດ້ຄຸມຂັງນັກເຄື່ອນໄຫວກຸ່ມດັ່ງກ່າວ.

ລັດຖະບານມຽນມາ

ລາຍງານດັ່ງກ່າວຍັງໄດ້ລະບຸຊື່ຂອງຄົນສຳຄັນທີ່ຖືກປະຫານ ໂດຍລວມມີ ຢໍ່ ມິນ ຍູ (Kyaw Min Yu) ຫຼື ຮູ້ຈັກກັນດີໃນຊື່ “Jimmy” ນັກຮຽກຮ້ອງປະຊາທິປະໄຕຄົນສໍາຄັນຄົນໜຶ່ງຂອງປະຫວັດສາດການເມືອງມຽນມາ ແລະ ພະໂຍ ຈີຍາ ຕໍ (Phyo Zeya Thaw) ອາຍຸ 41 ປີ ນັກດົນຕີ ແລະ ອະດີດສະມາຊິກຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ເຊິ່ງເປັນພັນທະມິດກັບນາງ ອອງ ຊານ ຊູຈີ ນັກເຄື່ອນໄຫວປະຊາທິປະໄຕທີ່ຄົນທົ່ວໂລກຮູ້ຈັກດີ.

ລັດຖະບານມຽນມາ

ແລະໃນເດືອນມິຖຸນາທີ່ຜ່ານມາ ນັກໂທດທາງການເມືອງທັງສອງແມ່ນເຄີຍໄດ້ຍື່ນອຸທອນຕໍ່ສານ ແຕ່ຖືກສານປັດຕົກໄປ. ດັ່ງນັ້ນເຮັດໃຫ້ພວກເຂົາຕ້ອງໄດ້ຮັບໂທດການປະຫານຊີວິດຈາກຂໍ້ຫາກໍ່ການຮ້າຍ ແລະ ທີ່ຜ່ານມານັ້ນການປະຫານນັກໂທດທາງການເມືອງຂອງມຽນມາແມ່ນຈະເປັນການແຂວນຄໍ.

ຢ່າງໃດກໍຕາມ ບໍ່ມີການລະບຸຊັດເຈນວ່າການປະຫານຊີວິດຈະເກີດຂຶ້ນເມື່ອໃດ ແລະ ວິທີການໃດ ແຕ່ເນັ້ນວ່າ ບຸກຄົນທັງ 4 ມີຄວາມຜິດແທ້ຕາມປະມວນກົດໝາຍອາຍາແລະກົດໝາຍຕໍ່ຕ້ານການກໍ່ການຮ້າຍ. ທັງນີ້ກ່ອນມີການຢືນຢັນການປະຫານຊີວິດ ໂຄສົກລັດຖະບານທະຫານມຽນມາ ກ່າວວ່າມຽນມາບໍ່ໄດ້ເປັນປະເທດດຽວໃນໂລກທີ່ມີການບັງຄັບໃຊ້ບົດລົງໂທດປະຫານຊີວິດ ຍິ່ງໄປກວ່ານັ້ນ ຜູ້ບໍລິສຸດກວ່າ 50 ຄົນ ລວມເຖິງເຈົ້າໜ້າທີ່ລັດເສຍຊີວິດຈາກການກະທຳຂອງກຸ່ມຄົນເຫຼົ່ານີ້ (ຜູ້ປະທ້ວງ) ແລະການທີ່ສານຕັດສິນໃຫ້ຈໍາເລີຍຮັບໂທດສູງສຸດແມ່ນເປັນໄປຕາມກົດໝາຍແລະມີຄວາມເຫັນດີແລ້ວ.

ລັດຖະບານມຽນມາ

ທາງດ້ານໂຄສົກເອກະພົບແຫ່ງຊາດ (NUG) ເຊິ່ງເປັນລັດຖະບານເງົາຂອງມຽນມາໄດ້ເປີດເຜີຍກັບສຳນັກຂ່າວຕ່າງປະເທດວ່າ “ເສຍໃຈຢ່າງຍິ່ງຕໍ່ເຫດການທີ່ເກີດຂຶ້ນແລະຂໍປະນາມຄວາມໂຫດຮ້າຍຂອງລັດຖະບານທະຫານດ້ວຍເງື່ອນໄຂທີ່ຮຸນແຮງທີ່ສຸດຕໍ່ກໍລະນີີນີ້” ພ້ອມຍັງຮຽກຮ້ອງປະຊາຄົມໂລກໃຫ້ອອກມາເຄື່ອນໄຫວຕໍ່ການກະທໍາທີ່ໂຫດຮ້າຍຂອງລັດຖະບານທະຫານມຽນມາອີກພ້ອມ.

ລັດຖະບານມຽນມາ

ທັງນີ້ ສະມາຄົມຊ່ວຍເຫຼືອນັກໂທດທາງການເມືອງເຜີຍວ່າ ມຽນມານັ້ນມີການປະຫານຊີວິດຄັ້ງສຸດທ້າຍໃນໄລຍະທ້າຍທົດສະວັດ 1980 ແລະຕັ້ງແຕ່ກອງທັບລັດຖະປະຫານຍຶດອໍານາດລັດຖະບານພົນລະເຮືອນເມື່ອເດືອນກຸມພາ 2021 ມີຄົນຖືກເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງຂອງລັດຖະບານທະຫານສັງຫານໄປແລ້ວຫຼາຍກວ່າ 2,100 ຄົນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ