ລາວ-ຈີນ

ພິທີເປີດບັ້ນຫັດແອບ, ເຝິກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ກິດຈະກໍາບໍລິການທາງການແພດ ຂະບວນລົດໄຟສັນຕິພາບ ປີ 2022 ຂອງສອງກອງທັບ ລາວ-ຈີນ ໄດ້ຈັດຂຶ້ນຢ່າງເປັນທາງການ ວັນທີ 25 ກໍລະກົດ 2022 ຢູ່ສະຖານີລົດໄຟ ເມືອງໂພນໂຮງ ແຂວງວຽງຈັນ ມີພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຂອງລາວ, ພັນເອກພິເສດ ເສິນ ຊຸນມິງ ຮອງຫົວໜ້າເສນາຮັກ ກົມຮັບປະກັນພະລາທິການ ຂອງຄະນະກໍາມະການທະຫານສູນກາງຂອງຈີນ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ກອງທັບປົດປ່ອຍປະຊາຊົນຈີນ, ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມ ການຫັດແອບ, ເຝິກຊ້ອມກອບກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ ຂະບວນລົດໄຟສັນຕິພາບ ປີ 2022 ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ, ມີທີ່ປຶກສາທູດປ້ອງກັນຊາດຈີນປະຈໍາລາວ, ພ້ອມດ້ວຍຄະນະຊີ້ນໍາລວມ, ອະນຸກໍາມະການ, ພະນັກງານການແພດເຫຼົ່າຮົບເສນາຮັກຂອງກອງທັບລາວ-ຈີນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ລາວ-ຈີນ

ສະຫາຍພົນຈັດຕະວາ ຄໍາແພງ ພູມມະແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໄດ້ລາຍງານກ່ຽວກັບຄວາມພ້ອມຂອງການຫັດແອບ, ເຝິກຊ້ອມໃນຄັ້ງນີ້ວ່າ: ຂະບວນລົດໄຟສັນຕິພາບລາວ-ຈີນ ເລີ່ມຈັດຕັ້ງປະຕິບັດກັນມາແຕ່ປີ 2017 ມາຮອດປີ 2019 ເນື່ອງຈາກມີການແຜ່ລະບາດຂອງພະຍາດ Covid-19 ກິດຈະກໍາດັ່ງກ່າວຈຶ່ງໄດ້ຢຸດເຊົາຊົ່ວຄາວ ແລະ ມາຮອດປີ 2022 ນີ້ ແມ່ນໄດ້ສືບຕໍ່. ພິເສດ ປີນີ້ກອງທັບປົດປ່ອຍປະຊາຊົນຈີນ ໄດ້ນໍາເອົາລົດໄຟການແພດມາຈາກ ສປ ຈີນ 25 ຕູ້ ປະກອບມີ: ລະບົບເຊີດຊູຄົນເຈັບ, ໂຮງໝໍສະໜາມ, ອຸປະກອນການແພດ ແລະ ຫ້ອງວິເຄາະ PCR ມາຈໍາລອງເຫດການ, ການບໍລິການທາງດ້ານການແພດ ແລະ ເພື່ອຊ່ວຍເຫຼືອຜູ້ບາດເຈັບ ຫຼື ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ແລະ ນໍາສົ່ງໄປໂຮງໝໍແນວຫຼັງ. ໃນນີ້ທັງສອງຝ່າຍໄດ້ເອກະພາບທາງດ້ານເນື້ອໃນຫັດແອບ, ການກະກຽມສະຖານທີ່ ສະໜາມເຝິກຊ້ອມ, ໂຮງໝໍສະໜາມຂັ້ນ 2, ມີຈໍານວນພົນເຂົ້າຮ່ວມທັງໝົດ 418 ສະຫາຍ, ກໍາລັງຝ່າຍລາວ 274 ສະຫາຍ, ໃນນັ້ນມີນັກເຝິກຊ້ອມ 100 ສະຫາຍ, ຝ່າຍຈີນເຂົ້າຮ່ວມ 149 ສະຫາຍ ກ່ອນເຂົ້າເຝິກຊ້ອມ 28 ວັນ ນັກເຝິກຊ້ອມຕ້ອງໄດ້ຮັບວັກຊີນອີກເຂັມໜຶ່ງ, ໄດ້ເຂົ້າກັກຕົວ 14 ມື້ ຕາມມາດຕະການປ້ອງກັນພະຍາດໂຄວິດ 19 ແລະ ລະບຽບການເຝິກຊ້ອມຢ່າງເຂັ້ມງວດ. ຮັບປະກັນຄວາມປອດໄພ, ພາຫະນະຮັບໃຊ້ທາງດ້ານການແພດ ແລະ ວຽກງານດ້ານອື່ນໆ ເຊິ່ງມີຄວາມພ້ອມຮອບດ້ານ 100%. ສໍາລັບເນື້ອໃນເຝິກຊ້ອມ ຈະໄດ້ຈໍາລອງເຫດການໄພພິບັດທີ່ເກີດຈາກໄພພິບັດທໍາມະຊາດເຊັ່ນ: ມີຝົນຕົກໜັກ ເກີດມີພາຍຸລົມແຮງແບບກະທັນຫັນ, ມີກໍລະນີທີ່ໄດ້ຮັບຜົນກະທົບເປັນຈໍານວນຫຼາຍ. ໃນນັ້ນມີພໍ່ແມ່ປະຊາຊົນຂາດທີ່ຢູ່ອາໄສ, ຖືກບາດເຈັບແຂນຫັກ, ຂາຫັກ, ກະທົບຫົວ, ກະທົບທ້ອງ, ກະທົບເອິກ, ຊຸດໂຊມລະບົບຫາຍໃຈ ເຊິ່ງການເຝິກຊ້ອມຈະໃຊ້ເວລາ 10 ມື້ຈຶ່ງຈະສໍາເລັດ.

ລາວ-ຈີນ

ໂອກາດນີ້ ສະຫາຍພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມ ການຫັດແອບ, ເຝິກຊ້ອມ ໄດ້ມີຄໍາເຫັນກ່າວເປີດພິທີບັ້ນເຝິກຊ້ອມເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການທາງການແພດ ຂະບວນລົດໄຟສັນຕິພາບ ຂອງສອງກອງທັບ ລາວ-ຈີນ ເພື່ອສືບຕໍ່ຂະຫຍາຍການພົວພັນອັນມີມູນເຊື້ອລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຈີນ ເວົ້າລວມເວົ້າສະເພາະແມ່ນເປັນການຍົກລະດັບຂີດຄວາມສາມາດໃນການແກ້ໄຂເຫດການໄພພິບັດທາງທຳມະຊາດຮ່ວມກັນ ລະຫວ່າງສອງເຫຼົ່າຮົບເສນາຮັກກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງບັນຫາໄພພິບັດທຳມະຊາດ ແລະ ບັນຫາພະຍາດລະບາດ ລ້ວນແຕ່ເປັນໄພຄຸກຄາມຕໍ່ມວນມະນຸດຊາດທີ່ພວກເຮົາຈະຕ້ອງຮ່ວມມືກັນແກ້ໄຂ ໂດຍສະເພາະການລະບາດພະຍາດໂຄວິດ-19 ສະນັ້ນການຮ່ວມຫັດແອບເຝິກຊ້ອມເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດຈາກທຳມະຊາດດ້ານການແພດ ກໍຍິ່ງມີຄວາມສຳຄັນ ເພື່ອກຽມຄວາມພ້ອມຮັບມືກັບເຫດການຕ່າງໆ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ແລະອື່ນໆ.

ລາວ-ຈີນ

ໃນພິທີເປີດບັ້ນຫັດແອບ, ເຝິກຊ້ອມຊ່ວຍເຫຼືອມະນຸດສະທຳ ແລະ ກິດຈະກໍາບໍລິການທາງການແພດ ຂະບວນລົດໄຟສັນຕິພາບ ປີ 2022 ຂອງສອງກອງທັບ ລາວ-ຈີນ ຍັງໄດ້ຮັບຟັງການປະກອບຄໍາເຫັນກ່າວເປີດບັ້ນຫັດແອບ, ເຝິກຊ້ອມໃນຄັ້ງນີ້ຂອງ ສະຫາຍພົນຕີ ເສີນ ຊື້ ຮອງຫົວໜ້າກົມຮັບປະກັນພະລາທິການ, ຄະນະກໍາມະການທະຫານສູງກາງຂອງຈີນ ຜ່ານລະບົບ ວິດີໂອ ທາງໄກ ຈາກ ສປ ຈີນ ໂດຍທັງສອງຝ່າຍຍັງໄດ້ມອບຂອງຂວັນທີ່ລະນຶກເຊິ່ງກັນ ແລະ ກັນ, ຝ່າຍຈີນໄດ້ມອບເຄື່ອງຊ່ວຍເຫຼືອທາງດ້ານການແພດ ໃຫ້ກອງທັບປະຊາຊົນລາວຕື່ມອີກ. ຈາກນັ້ນສະຫາຍພັນເອກພິເສດ ເສິນ ຊຸນມິງ ຮອງຫົວໜ້າເສນາຮັກ ກົມຮັບປະກັນພະລາທິການ ຂອງຄະນະກໍາມະການທະຫານສູນກາງແຫ່ງ ສປ ຈີນ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ຂຶ້ນຍິງປືນ ສົ່ງສັນຍານ ເລີ່ມການຫັດແອບຢ່າງເປັນທາງການ.

ລາວ-ຈີນ

ຂໍ້ມູນຈາກ: https://cutt.ly/DZtegMt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ