ຄົນຮ້າຍ

ໃນວັນອາທິດທີ່ຜ່ານມາ (24 ກໍລະກົດ) ໄດ້ເກີດເຫດ ຊາຍໜຸ່ມໃຊ້ອາວຸດປືນກວາດຍິງບັນດາບັນດິດ ແລະ ຜູ້ຄົນທີ່ມາຮ່ວມງານຮັບປະລິນຍາທີ່ມະຫາວິທະຍາໄລອາເທເນໂອ ເດີ ມະນິລາ (Ateneo de Malina) ຕັ້ງຢູ່ເມືອງເຊກອນ ຂອງປະເທດຟິລິບປິນ ຈາກເຫດດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ບາດເຈັບອີກຫຼາຍຄົນ. ໂດຍທາງເຈົ້າໜ້າທີ່ຕໍາຫຼວດກ່າວວ່າຄົນຮ້າຍຕັ້ງໃຈກໍ່ເຫດລອບສັງຫານນັກການເມືອງທ້ອງຖິ່ນ.

ຄົນຮ້າຍ

ທັງນີ້ ໃນຈໍານວນ 3 ຄົນຂອງຜູ້ເສຍຊີວິດແມ່ນປະກອບມີ ໂຣສິຕາ ຟູຣິເກ (Rosita Furigay) ອະດີດເຈົ້າເມືອງລາມີຕັນ ລວມເຖິງຜູ້ຊ່ວຍຂອງລາວ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງມະຫາວິທະຍາໄລ.

ຄົນຮ້າຍ

ພາຍຫຼັງທີ່ເກີດເຫດນັ້ນ ເຈົ້າໜ້າທີ່ຕໍາຫຼວດສາມາດຄວບຄຸມຕົວຄົນຮ້າຍໄວ້ໄດ້ ໂດຍຊາຍຜູ້ກໍ່ເຫດນີ້ຖືກເຈົ້າໜ້າທີ່ໃຊ້ອາວຸດປືນຍິງສະກັດຈົນໄດ້ຮັບບາດເຈັບ ກ່ອນທີ່ຈະຖືກຈັບກຸມຕົວໃນຂະນະທີ່ພະຍາຍາມຫຼົບໜີອອກຈາກສະຖານທີ່ເກີດເຫດ. ໃນເບື້ອງຕົ້ນເຈົ້າໜ້າທີ່ຕໍາຫຼວດລະບຸວ່າຄົນຮ້າຍຈົງໃຈກໍ່ເຫດລອບສັງຫານ ໂຣສິຕາ ຟູຣິເກ ແລະກຽມຕົວມາແລ້ວລ່ວງໜ້າ ແຕ່ວ່າຍັງບໍ່ຮູ້ແຮງຈູງໃຈໃນການກໍ່ເຫດທີ່ຊັດເຈນ ເຊິ່ງທາງເຈົ້າໜ້າທີ່ຈະເລັ່ງສືບສວນຕໍ່ໄປ.

ໂດຍເມືອງຕາມີລັນນັ້ນຖືເປັນຖານທີ່ໝັ້ນຂອງກຸ່ມກໍ່ການຮ້າຍ ອາບູ ໄຊຍາຟ (Abu Sayyaf) ເຊິ່ງເປັນກຸ່ມທີ່ຕໍ່ສູ້ກັບທາງລັດຖະບານຟິລິບປິນມາເປັນເວລາຫຼາຍທົດສະວັດ ແລະ ຍັງເຄີຍກໍ່ເຫດລັກພາຕົວທີ່ມຸ່ງເປົ້າໄປທີ່ການທຳຮ້າຍເຈົ້າໜ້າທີ່ໃນທ້ອງຖິ່ນຢູ່ຫຼາຍຄັ້ງ.

ຄົນຮ້າຍ

ທາງດ້ານປະທານາທິບໍດີແຫ່ງຟິລິບປິນກໍໄດ້ໃຫ້ຄໍາໝັ້ນວ່າຈະດໍາເນີນການສືບສວນກໍລະນີນີ້ຢ່າງເລັ່ງດ່ວນ ໂດຍກ່າວວ່າ: “ເຮົາມອບໝາຍໃຫ້ໜ່ວຍງານບັງຄັບໃຊ້ກົດໝາຍສອບສວນຄະດີການສັງຫານຄັ້ງນີ້ຢ່າງລະອຽດແລະໄວວາ ພ້ອມແນະນຳໃຫ້ທຸກຄົນທີ່ກ່ຽວຂ້ອງເຂົ້າສູ່ຂະບວນການຍຸຕິທຳ”.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ