KFC

ປັດຈຸບັນກະແສ ຊັອກໂກແລັດ-ມິ້ນ ກຳລັງກາຍເປັນທີ່ນິຍົມ ແລະ ມາແຮງໃນສັງຄົມເກົາຫຼີໃຕ້ ເຊິ່ງບໍລິສັດຕ່າງໆກໍພະຍາຍາມໃຊ້ປະໂຫຍດຈາກມັນ ບໍ່ວ່າຈະເປັນ Starbucks Korea, Haitai Confectionery and Foods ຫຼື Orion ຕ່າງກໍໄດ້ເພີ່ມຜະລິດຕະພັນຣົດຊາດ ຊັອກໂກແລັດ-ມິ້ນລົງໄປໃນລາຍການສິນຄ້າ.

ຫຼ້າສຸດຕອນນີ້ KFC ຍັກໃຫຍ່ດ້ານອາຫານຟາສຟູດ ກໍໄດ້ນຳກະແສໄປຕາມໆກັນ ເຊິ່ງໄດ້ເປີດຕົວຊ໊ອດຈິ້ມໄກ່ ຣົດຊາດ ຊັອກໂກແລັດ-ມິ້ນ ຈືນໄກ່ສູດພິເສດທີ່ມີນໍ້າຊ໊ອດ ສີຟ້າອ່ອນ ແລະ ຄຣີມເຂັ້ມຂຸ້ນ ແລະ ກຳລັງໄດ້ຮັບຄວາມສົນໃຈໃນໂລກອອນລາຍໃນຂະນະນີ້.

KFC

ທາງ KFC ລະບຸວ່າ ນໍ້າຊ໊ອດນີ້ເປັນການປະສົມປະສານກັນລະຫວ່າງຄວາມຫວານຂອງຊັອກໂກແລັດເຂົ້າກັບກິ່ນຫອມຂອງ ມິ້ນ ເຖິງແມ່ນວ່າມັນຈະເບິ່ງຄືວ່າບໍ່ເຂົ້າກັນກັບຈືນໄກ່ປານໃດ ແຕ່ສຽງຕອບຮັບຂອງລູກຄ້າສ່ວນຫຼາຍກໍໄປໃນທິດທາງທີ່ດີ. ສີຂອງມັນອາດຈະເບິ່ງຄືກັບຢາສີແຂ້ວ ແຕ່ຫຼາຍຄົນທີ່ໄດ້ລອງກິນບອກວ່າ ເປັນຣົດຊາດຂອງ ຊັອກໂກແລັດທີ່ຫວານເຂັ້ມຂຸ້ນ ແລະ ມີຄວາມຫອມຂອງ ມິ້ນ ຢູ່ນຳ.

KFC

ຊ໊ອດຈິ້ມໄກ່ຣັດຊາດ ຊັອກໂກແລັດ-ມິ້ນ ຈະວາງຈຳໜ່າຍໃນຮ້ານ KFC ທຸກສາຂາໃນເກົາຫຼີໃຕ້ ຈົນຮອດວັນທີ 8 ສິງຫາ 2022 ນີ້. ໂດຍໃນລາຍງານລະບຸວ່າ ຊ໊ອດຈິ້ມໄກ່ຣົດຊາດ ຊັອກໂກແລັດ-ມິ້ນ ຈະວາງຈຳໜ່າຍຢູ່ທີ່ກະປຸກລະ 900 ວອນ ຫຼື ປະມານ 10,000 ກີບ ແລະ ຍັງມີແຖມມາພ້ອມກັບບາງເມນູຂອງ KFC ອີກນຳ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ