ສະຫະລັດອາເມຣິກາ

ສືບເນື່ອງຈາກກໍລະນີທີ່ລັດຖະບານມຽນມາໄດ້ສັ່ງປະຫານນັກເຄື່ອນໄຫວທາງການເມືອງເພື່ອປະຊາທິປະໄຕ 4 ຄົນ ໃນຂໍ້ຫາກໍ່ການຮ້າຍ ເຮັດໃຫ້ຫຼາຍພາກສ່ວນອອກມາປະນາມການກະທໍາດັ່ງກ່າວ. ຫຼັງຈາກຂ່າວນີ້ໄດ້ຖືກເຜີຍແຜ່ອອກໄປ ເຮັດໃຫ້ວັນທີ 25 ກໍລະກົດ ທາງການຂອງປະເທດມະຫາອໍານາດຢ່າງສະຫະລັດອາເມຣິກາທີ່ມີ ໂຈ ໄບເດັນ ເປັນຜູ້ນໍາ ໄດ້ເຜີຍວ່າໃນຂະນະນີ້ກໍາລັງພິຈາລະນາລົງໂທດທາງລັດຖະບານມຽນມາ ພ້ອມກັບຮຽກຮ້ອງໃຫ້ປະຊາຄົມໂລກປະນາມຕໍ່ການກະທໍາທີ່ໂຫດຮ້າຍດັ່ງກ່າວ.

ສະຫະລັດອາເມຣິກາ

ໂດຍທາງເຈົ້າໜ້າທີ່ສະຫະລັດອາເມຣິກາລະບຸວ່າ ຂະນະນີ້ “ທາງເລືອກທັງໝົດກໍາລັງຢູ່ເທິງໂຕະເຈລະຈາ” ໂດຍສະເພາະແມ່ນມາດຕະການຂວ້ຳບາດທາງເສດຖະກິດແບບຈິງຈັງ ເພື່ອເປັນການຕັດນ້ຳລໍ່ລ້ຽງທີ່ເປັນຊ່ອງທາງລາຍໄດ້ຂອງລັດຖະບານມຽນມາ ທີ່ໄດ້ນຳມາໃຊ້ເພື່ອສ້າງຄວາມຮຸນແຮງພາຍໃນປະເທດຊາດ.

ທາງດ້ານສື່ທ້ອງຖິ່ນຂອງລັດຖະບານມຽນມາເຜີຍວ່າ ລັດຖະບານມຽນມາປະຫານຊີວິດນັກເຄື່ອນໄຫວທາງການເມືອງ 4 ຄົນ ໂດຍໄດ້ອ້າງວ່າ ພວກເຂົານັ້ນ “ກໍ່ການຮ້າຍ” , ຕໍ່ຕ້ານແລະເປັນປໍລະປັກຕໍ່ລັດຖະບານທີ່ມາຈາກການຍຶດອໍານາດ ເຊິ່ງພວກເຂົາທັງ 4 ຄົນນັ້ນໄດ້ຮັບການຕັດສິນປະຫານຊີວິດໃນລະຫວ່າງໄລຍະພິຈາລະນາຄະດີໃນເດືອນມັງກອນ ແລະ ເດືອນເມສາທີ່ຜ່ານມາ.

ສະຫະລັດອາເມຣິກາ

ແອນໂທນີ ບລິງເຄນ ລັດຖະມົນຕີການຕ່າງປະເທດຂອງສະຫະລັດລະບຸວ່າ ການກະທໍາທີ່ຍອມຮັບບໍ່ໄດ້ນີ້ຊີ້ໃຫ້ເຫັນວ່າ ລັດຖະບານມຽນມາທີ່ກ້າວຂຶ້ນມາຈາກລັດຖະປະຫານຍຶດອໍານາດຈາກປະຊາຊົນບໍ່ເຄີຍຄໍານຶງເຖິງຫຼັກສິດທິມະນຸດແລະຫຼັກນິຕິທຳ. ທັງນີ້ ກະຊວງການຕ່າງປະເທດຂອງສະຫະລັດອາເມຣິກາໄດ້ລາຍງານຕົວເລກຂອງຜູ້ທີ່ຖືກລັດຖະບານມຽນມາສັງຫານໄປແລ້ວກວ່າ 2,100 ຄົນ ແລະ ຈໍານວນ 700,000 ຄົນຕ້ອງກາຍເປັນຜູ້ຫຼົງຖິ່ນ. ນອກຈາກນີ້ ຍັງມີນັກເຄື່ອນໄຫວທາງການເມືອງ, ປະຊາຊົນ ແລະສື່ມວນຊົນຈໍານວນຫຼາຍທີ່ຢູ່ຄົນລະຝັ່ງກັບລັດຖະບານ ຕ່າງກໍຖືກຈັບກຸມຕົວ.

ສະຫະລັດອາເມຣິກາ

ໃນສ່ວນຂອງສະພາຄວາມໝັ້ນຄົງແຫ່ງຊາດສະຫະລັດອາເມຣິກາ ໄດ້ອອກມາຖະແຫຼງການປະນາມໂດຍລະບຸວ່າ: “ສະຫະລັດອາເມຣິກາປະນາມການກະທໍາດັ່ງກ່າວຂອງລັດຖະບານມຽນມາຢ່າງຮຸນແຮງ ທີ່ໄດ້ສັ່ງປະຫານນັກເຄື່ອນໄຫວທາງການເມືອງ ແລະ ຜູ້ທີ່ໄດ້ຮັບເລືອກຈາກສຽງຂອງປະຊາຊົນ” ພ້ອມທັງຮຽກຮ້ອງໃຫ້ລັດຖະບານມຽນມາປ່ອຍຕົວນັກໂທດທາງການເມືອງທຸກຄົນທີ່ຖືກຈັບກຸມແບບບໍ່ຍຸຕິທໍາ ແລະຄືນປະຊາທິປະໄຕໃຫ້ກັບປະຊາຊົນຊາວມຽນມາ.

ສະຫະລັດອາເມຣິກາ

ສໍາລັບປະເທດຈີນທີ່ເອີ້ນໄດ້ວ່າເປັນພັນທະມິດທີ່ດີຂອງມຽນມາ ແມ່ນໄດ້ສວນທາງກັບທ່າທີຂອງປະຊາຄົມໂລກພ້ອມລະບຸວ່າ ທາງການຈີນນັ້ນຍຶດຫຼັກການບໍ່ແຊກແຊງກິດຈະການພາຍໃນຂອງປະເທດອື່ນ ແລະຂໍໃຫ້ທຸກຝ່າຍພາຍໃນມຽນມາຈັດການແກ້ໄຂຂໍ້ຂັດແຍ້ງພາຍໃຕ້ກອບຂອງລັດຖະທໍາມະນູນແລະກົດໝາຍ. ນອກຈາກນີ້ແລ້ວ ຈີນນັ້ນຍັງຖືໄດ້ວ່າເປັນແຫຼ່ງຈັດຫາອາວຸດຕ່າງໆ ໃຫ້ກັບລັດຖະບານທີ່ມາຈາກການລັດຖະປະຫານຊຸດນີ້ອີກພ້ອມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ