ຕິດໂຣກໝາກສຸກລີງ

ໂຣກໝາກສຸກລີງເປັນອີກໂຣກລະບາດໜຶ່ງທີ່ອັນຕະລາຍບໍ່ຕ່າງຈາກໂຄວິດ-19 ເລີຍ ເພາະມັນສາມາດເຮັດໃຫ້ເຮົາເຈັບປ່ວຍ, ມີອາການແຊກຊ້ອນ  ຫຼື ໃນກໍລະນີທີ່ຮຸນແຮງແມ່ນສາມາດເຮັດໃຫ້ເຮົາເສຍຊີວິດໄດ້ເລີຍ.

ຕິດໂຣກໝາກສຸກລີງ

ແລະຈາກກໍລະນີຜູ້ຕິດເຊື້ອໝາກສຸກລີງ ຊາຍຊາວສະຫະລັດອາເມຣິກາຄົນໜຶ່ງໄດ້ໂພສຂໍ້ຄວາມລົງໃນ Twitter ພ້ອມລະບຸເຖິງອາການແລະຄວາມເຈັບປວດຈາກໂຣກນີ້ ໂດຍກ່າວວ່າ ໃນຕອນທໍາອິດທີ່ຕິດເຊື້ອໄປນັ້ນຄິດວ່າມັນຄືຈະບໍ່ເປັນຫຍັງຫຼາຍ ແລະຕຸ່ມແຜທີ່ເກີດຂຶ້ນໃນບໍລິເວນໃບໜ້ານີ້ ແມ່ນຕຸ່ມແຜທີ່ເກີດຂຶ້ນຫຼັງຈາກຕິດເຊື້ອມາແລ້ວ 2 ອາທິດ ເຊິ່ງອາການນີ້ມັນບໍ່ແມ່ນອາການທໍາມະດາ ແຕ່ມັນເຂົ້າຂັ້ນຮຸນແຮງເລີຍກໍວ່າໄດ້ (Brutal).

ຕິດໂຣກໝາກສຸກລີງ

ຜູ້ປ່ວຍຄົນນີ້ເຊື່ອວ່າໂຣກໝາກສຸກລີງເຮັດໃຫ້ລະບົບພູມຕ້ານທານຂອງຮ່າງກາຍຂອງລາວອ່ອນແອລົງໄປນໍາ ເພາະຂະນະທີ່ລາວກັກຕົວປິ່ນປົວຕົນເອງຢູ່ ລາວກໍໄດ້ມີອາການຄໍອັກເສບຈາກເຊື້ອສະເຕຣັບໂທຣດ (Strep throat) ທັ້ງໆທີ່ວ່າລາວບໍ່ເຄີຍມີອາການນີ້ມາກ່ອນເລີຍ.

ຕິດໂຣກໝາກສຸກລີງ

ນອກຈາກນີ້ ຍັງມີສິ່ງທີ່ເຮັດໃຫ້ໜ້າປະຫຼາດໃຈຄື ຢູ່ລ້າໆ ຮ່າງກາຍສ່ວນອື່ນ ເຊັ່ນບໍລິເວນຂາ ກໍມີຕຸ່ມໃສຂຶ້ນມາອີກ ທັ້ງໆທີ່ວ່າຕຸ່ມທີ່ບໍລິເວນໃບໜ້ານັ້ນເກີດຂຶ້ນມາແລ້ວ 2 ອາທິດແລະຄິດວ່າມັນໜ້າຈະເຊົາໄດ້ແລ້ວ. ແຕ່ວ່າຕຸ່ມທີ່ເກີດຂຶ້ນໃໝ່ນີ້ມີຂະໜາດບໍ່ໃຫຍ່ເທົ່າກັບຕຸ່ມຕອນທຳອິດທີ່ເກີດຂຶ້ນທີ່ໜ້າ ເພາະພູມຕ້ານທານໂຣກ ໜ້າຈະຊ່ວຍໃນການລົດປະລິມານໄວຣັສແລະລົດຂະບວນການອັກເສບໄດ້.

ທັງນີ້ ຜູ້ປ່ວຍຄົນດັ່ງກ່າວໄດ້ບັນຍາຍເຖິງຄວາມເຈັບປວດທີ່ລາວກໍາລັງປະເຊີນຢູ່ມັນຮຸນແຮງຂະໜາດທີ່ວ່າ “ຄວາມເຈັບປວດທີ່ຂ້ອຍໄດ້ຮັບເຮັດໃຫ້ຕາຂອງຂ້ອຍເຕັມໄປດ້ວຍນ້ຳຕາເລີຍ” ແລະປະສົບການນີ້ເປັນສິ່ງທີ່ບໍ່ຄວນພົບໃນຊີວິດ.

ຕິດໂຣກໝາກສຸກລີງ

ສໍາລັບສະຖານະການໃນປັດຈຸບັນ ໂຣກໝາກສຸກລີງ ຫຼື Monkey ໄດ້ແຜ່ລະບາດໄປແລ້ວກວ່າ 75 ປະເທດທົ່ວໂລກ ແລະພົບຈໍານວນຜູ້ຕິດເຊື້ອແລ້ວກວ່າ 16,000 ຄົນ ເຊິ່ງນັ້ນເຮັດໃຫ້ອົງການອະນາໄມໂລກໄດ້ປະກາດໃຫ້ໂຣກໝາກສຸກລີງ ກາຍເປັນພາວະສຸກເສີນດ້ານສາທາລະນະສຸກລະດັບໂລກ.




ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ