ນັກກິລາຄົນພິການລາວ

ຮ່ວມເຊຍ ຄະນະນັກກິລາຄົນພິການລາວ ຈໍານວນ 73 ຄົນ ຈາກ 6 ປະເພດກິລາ ທີ່ຈະເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາອາຊຽນພາຣາເກມ ຄັ້ງທີ 11 ປີ 2022 ທີ່ປະເທດອິນໂດເນເຊຍ ລະຫວ່າງວັນທີ 30 ກໍລະກົດ ຫາ 6 ສິງຫາ 2022 ນີ້.

ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການພາຣາລິມປິກແຫ່ງຊາດລາວ ໄດ້ກ່າວໃນພິທີສົ່ງນັກກິລາທີ່ສະໜາມບິນສາກົນວັດໄຕ ເມື່ອວັນທີ 24 ກໍລະກົດ ຜ່ານມານີ້ ວ່າ: ພວກເຮົາ ແມ່ນກໍານົດສົ່ງນັກກິລາ 6 ປະເພດກິລາເປົ້າໝາຍ ເພື່ອເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາອາຊຽນພາຣາເກມ ຄັ້ງທີ 11 ປະກອບມີ ຍົກນໍ້າໜັກ, ລອຍນໍ້າ, ແລ່ນ-ລານ, ບອດເຊຍ, ບານບ້ວງລໍ້ເລື່ອນ ແລະ ໂກນບານ ເຊິ່ງມີຄະນະນໍາ ແລະ ນັກກິລາທັງໝົດ 79 ຄົນ ໃນນີ້ເປັນນັກກິລາ 37 ຄົນ.

ນັກກິລາຄົນພິການລາວ

ຂະນະທີ່ ຜົນງານຂອງທັບນັກກິລາຄົນພິການລາວ ໃນການເຂົ້າຮ່ວມ ອາຊຽນພາຣາເກມ ຄັ້ງຫຼ້າສຸດກໍຄືຄັ້ງທີ 9 ປີ 2017 ຈັດຂຶ້ນທີ່ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ສາມາດຍາດໄດ້ 4 ຫຼຽນເງິນ ແລະ 4 ຫຼຽນທອງ ຖືກຈັດຢູ່ອັນດັບທີ 11 ຂອງຕາຕະລາງຄະແນນສະຫຼຸບຫຼຽນ ສ່ວນຜົນງານໃນງານກິລາອາຊຽນພາຣາເກມ ຄັ້ງທີ 10 ທີ່ປະເທດຟິລິບປິນ ໃນປີ 2020 ແມ່ນຖືກຍົກເລີກເນື່ອງຈາກໄດ້ຮັບການກະທົບຈາກການລະບາດຂອງ ໂຄວິດ-19.

ນັກກິລາຄົນພິການລາວ

ສໍາລັບ ງານມະຫະກຳກິລາອາຊຽນພາຣາເກມ ຄັ້ງທີ 11 ປີ 2022 ທີ່ປະເທດອິນໂດເນເຊຍ ໄດ້ຮັບກຽດເປັນເຈົ້າພາບ ແມ່ນໄດ້ກໍານົດ 14 ປະເພດກິລາ ຮ່ວມແຂ່ງຂັນໃນຄັ້ງນີ້.

ຂອບໃຈຂໍ້ມູນຈາກ: https://cutt.ly/bZia86r

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ