EU

ໃນວັນທີ 25 ກໍລະກົດ ອ້າງອີງການລາຍງານຈາກສໍານັກຂ່າວຕ່າງປະເທດໄດ້ລະບຸວ່າ ຄະນະຂອງສະຫະພາບຢູໂຣບ (EU) ໄດ້ປະກາດອະນຸມັດການໃຊ້ວັກຊີນຈາກ “ບາວາຣຽນ ນໍດິກ” (Bavarian Nordic) ເຊິ່ງເປັນບໍລິສັດເທັກໂນໂລຢີຊີວະພາບຂອງເດັນໝາກ ເພື່ອໃຊ້ໃນການປິ່ນປົວໂຣກໝາກສຸກລີງ ເຊິ່ງການປະກາດດັ່ງກ່າວມີຂຶ້ນພຽງໜຶ່ງມື້ ຫຼັງຈາກອົງການອະນາໄມໂລກ (WHO) ປະກາດໃຫ້ໂຣກໝາກສຸກລີງເປັນພາວະສຸກເສີນທາງດ້ານສາທາລະນະສຸກລະດັບໂລກ.

EU

ແລະຈາກຖະແຫຼງການຂອງ ບາວາຣຽນ ນໍດິກ ລະບຸວ່າຄະນະກໍາມາທິການຢູໂຣບໄດ້ຂະຫຍາຍການອະນຸຍາດທາງການຕະຫຼາດສໍາລັບວັກຊີນໝາກສຸກຂອງຕະຫຼາດ, ວັກຊີນອິມວາເນກຊ໌ (Imvanex) ເພື່ອໃຫ້ຄອບຄຸມການປ້ອງກັນໂຣກໝາກສຸກລີງຕາມຄໍາແນະນໍາຂອງໜ່ວຍງານຕິດຕາມສະຖານະການດ້ານຢາຂອງ EU.

“ການອະນຸມັດຄັ້ງນີ້ໃຊ້ໄດ້ກັບທຸກປະເທດສະມາຊິກ EU ເຊັ່ນດຽວກັນກັບໄອແລນ, ລິກເຕນສະໄຕນ໌ ແລະ ນໍເວ”

EU

ສໍາລັບວັກຊີນອິມວາເນກຊ໌ຂອງ ບາວາຣຽນ ນໍດິກ ເປັນວັກຊີນຕົວດຽວທີ່ໄດ້ຮັບອະນຸມັດສໍາລັບການໃຊ້ເພື່ອປ້ອງກັນໂຣກໝາກສຸກລີງໃນສະຫະລັດອາເມຣິກາ ແລະ ແຄນາດາ ສ່ວນໃນ EU ອະນຸມັດໃຊ້ເພື່ອປິ່ນປົວໂຣກໝາກສຸກລີງເທົ່ານັ້ນ.

ຢ່າງໃດກໍຕາມ ກ່ອນໜ້ານີ້ ບາວາຣຽນ ນໍດິກ ໄດ້ຈັດສົ່ງວັກຊີນອິມວາເນກຊ໌ໄປໃຫ້ຫຼາຍປະເທດໃນ EU ໃນໄລຍະທີ່ໂຣກໝາກສຸກລີງແຜ່ລະບາດ ໂດຍລະບຸວ່າເປັນການໃຊ້ຢານອກຂໍ້ບົ່ງໃຊ້ (off-label use) ຫຼື ຢາທີ່ໃຊ້ໃນການປິ່ນປົວນອກເໜືອຈາກທີ່ລະບຸໃນສະຫຼາກຢາ ໂດຍການໃຊ້ຢານັ້ນແມ່ນຂຶ້ນຢູ່ກັບການພິຈາລະນາຂອງແພດໝໍ.

EU

ສະຖານະການໃນປັດຈຸບັນ ໂຣກໝາກສຸກລີງແມ່ນຍັງແຜ່ລະບາດຢ່າງຕໍ່ເນື່ອງ ແລະ ປະເທດທີ່ຢູ່ພາກພື້ນຢູໂຣບແມ່ນມີອັດຕາສ່ວນການແຜ່ລະບາດຫຼາຍກວ່າປະເທດອື່ນໆ ໃນພາກພື້ນຕ່າງໆຂອງໂລກ ໂດຍສະເພາະແມ່ນຢູ່ໃນປະເທດອັງກິດ, ສະເປນ, ເຢຍລະມັນ ແລະ ຝຣັ່ງ ທີ່ໃນຂະນະນີ້ຕົວເລກຜູ້ຕິດເຊື້ອ ຂຶ້ນສູງຫຼາຍກວ່າ 1,500-3,000 ຄົນແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ