ເອີ້ນໄດ້ວ່າມີຂໍ້ຫ້າມອອກມາເລື້ອຍໆກັບການແຂ່ງຂັນບານໂລກທີ່ກາຕ້າ 2022 ນີ້ ເພາະຫຼ້າສຸດຕຳຫຼວດໃນປະເທດອັງກິດໄດ້ອອກມາເຕືອນແຟນບານທີ່ຈະເດີນທາງໄປເບິ່ງການແຂ່ງຂັນທີ່ປະເທດກາຕ້າ ວ່າໃຫ້ປະຕິບັດຕາມລະບຽບຢ່າງເຄັ່ງຄັດ.

ໂດຍໜຶ່ງໃນກົດທີ່ລັດຖະບານອັງກິດໄດ້ອອກມາເຕືອນໃຫ້ແຟນບານລະມັດລະວັງຢ່າງເຄັ່ງຄັດ ກໍຄືເລື່ອງຂອງການມີເພດສຳພັນກັບຄົນທີ່ບໍ່ແມ່ນຄູ່ຄອງຂອງຕົນເອງ ຫຼື ໃນລັກສະນະຂອງ ONE NIGHT STAND ເຊິ່ງຖ້າຖືກຈັບໄດ້ອາດມີໂທດເຖິງ 7 ປີ.

ໃນລາຍງານອ້າງເຖິງກໍລະນີຕົວຢ່າງເຖິງການຊື້ຖົງຢາງອະນາໄມໃນ ກາຕ້າ ເຊິ່ງຫາກເຈົ້າໜ້າທີ່ຕຳຫຼວດຈັບໄດ້ວ່າ ຜູ້ໃດໄດ້ຊື້ຖົງຢາງອະນາໄມຮ່ວມກັບບຸກຄົນອື່ນທີ່ບໍ່ແມ່ນຄູ່ຊີວິດຂອງຕົນ ອາດຕ້ອງໂທດຈຳຄຸກ ແລະ ຮຸນແຮງທີ່ສຸດແມ່ນປະຫານຊີວິດ ເພາະເຂົ້າເກນການມີເພດສຳພັນກັບບຸກຄົນທີ່ບໍ່ແມ່ນຄູ່ຄອງ.

ຕຳຫຼວດໃນກາຕ້າ ເຄີຍບອກວ່າ: “ໃນອະດີດມີຄົນເຄີຍຕິດສິນບົນໃຫ້ກັບພະນັກງານຂາຍຖົງຢາງອະນາໄມ, ເມື່ອມີຄົນເຂົ້າມາຊື້ຖົງຢາງອະນາໄມ ພວກເຂົາຮູ້ວ່າຄົນທີ່ມາຊື້ນັ້ນຍັງບໍ່ໄດ້ແຕ່ງງານກັນ. ທີ່ປະເທດ ກາຕ້າ ມີກ້ອງວົງຈອນປິດຢູ່ທຸກບ່ອນ ແລະ ຕຳຫຼວດຈະຈັບຜູ້ກະທຳຜິດຕ່າງໆ ແຟນບານຕ້ອງຈື່ເອົາໄວ້”.

ເບິ່ງຄືວ່າ ບານໂລກເທື່ອນີ້ທີ່ກາຕ້າ ຈະເປັນງານເທສະການທີ່ແຕກຕ່າງຈາກບານໂລກແຕ່ລະເທື່ອທີ່ຜ່ານມາ ເພາະກ່ອນໜ້ານີ້ທາງກາຕ້າໄດ້ອອກມາຫ້າມບໍ່ໃຫ້ນຳເອົາເຄື່ອງດື່ມ ແອລກໍຮໍ ເຂົ້າໄປໃນສະໜາມ ໂດຍຈະກຳນົດສະຖານທີ່ສຳລັບດື່ມ ແລະ ຂາຍ ແອລກໍຮໍ ໄວ້ຕ່າງຫາກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ