Google

ບໍລິສັດຍັກໃຫຍ່ດ້ານ IT ແລະ ຍັງຖືເປັນບໍລິສັດທີ່ມີມູນຄ່າສູງທີ່ສຸດເປັນອັນດັບ 2 ຂອງໂລກຢ່າງ Google ໄດ້ຖືກຣັດເຊຍສັ່ງປັບໄໝເປັນເງິນມູນຄ່າ 373 ລ້ານໂດລາ ເນື່ອງຈາກບໍ່ສາມາດຈຳກັດການເຂົ້າເຖິງ ເນື້ອຫາທີ່ຜິດກົດໝາຍ ກ່ຽວກັບສົງຄາມໃນຢູເຄຣນ ໄດ້.

Google

Roskomnadzor ບໍລິສັດຄວບຄຸມການສື່ສານຂອງຣັດເຊຍ ກ່າວວ່າ ຂໍ້ມູນຕ່າງໆ ລວມໄປເຖິງການລາຍງານທີ່ບໍ່ເປັນຄວາມຈິງ ທີ່ເຮັດໃຫ້ກອງທັບຣັດເຊຍສູນເສຍຊື່ສຽງ ແລະ ເຮັດໃຫ້ຜູ້ຄົນອອກມາປະນາມຣັດເຊຍ, ສະນັ້ນ Google ຖືວ່າເປັນບໍລິສັດທີ່ເຮັດຜິດກົດລະບຽບ.

ກ່ອນໜ້ານີ້ ບໍລິສັດທ້ອງຖິ່ນໃນເຄືອຂອງ Google ໄດ້ປະກາດລົ້ມລະລາຍໄປເປັນທີ່ຮຽບຮ້ອຍ ຫຼັງທາງການຂອງຣັດເຊຍ ຍຶດບັນຊີທະນາຄານໃນປະເທດຂອງບໍລິສັດ ຈາກຂໍ້ຫາຄ້າຍໆກັນ ຊ່ວຍໃຫ້ຣັດເຊຍກູ້ຄືນເງິນກັບມາໄດ້ປະມານ 130 ລ້ານໂດລາ ທີ່ທາງບໍລິສັດຕ້ອງຈ່າຍ.

Google

ຄວາມເຂັ້ມຂຸ້ນໃນການພະຍາຍາມຄວບຄຸມ Social Media ແລະ ເວັບໄຊຂ່າວສານຕ່າງໆ ຂອງຣັດເຊຍນັ້ນ ເພີ່ມຂຶ້ນຫຼາຍ ຫຼັງມີສະຖານະການກັບຢູເຄຣນ. ນອກນີ້ລັດຖະບານຍັງໄດ້ອະນຸມັດກົດໝາຍທີ່ອາດເຮັດໃຫ້ຕິດຄຸກສູງສຸດເຖິງ 15 ປີ ຫາກເຜີຍແຜ່ຂໍ້ມູນທີ່ບໍ່ເປັນຈິງຂອງສົງຄາມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ