Xi Jinping ເດີນທາງຢ້ຽມຢາມ ຊາອຸດີອາຣະເບຍ ຮັດແໜ້ນສາຍພົວພັນ ທ່າມກາງຄວາມສຳພັນທີ່ຖົດຖອຍຂອງ ອາເມຣິກາ ທີ່ມີຕໍ່ທັງສອງຊາດ

Xi Jinping

ທ່າມກາງຄວາມວຸ້ນວາຍທີ່ເກີດຂຶ້ນພາຍໃນປະເທດຈີນ ຈາກການອອກມາລວມຕົວກັນປະທ້ວງມາດຕະການຄວບຄຸມການລະບາດຂອງໂຄວິດ 19 ຂອງລັດຖະບານ,​ ສີ ຈິ້ນຜິງ ຜູ້ນໍາສູງສຸດຂອງ ສປ ຈີນ ໄດ້ເດີນທາງເຂົ້າພົບກັບ ກະສັດ ຊາມານ ບິນ ອັບດຸນ ອາຊິສ ອັນຊາດ ແຫ່ງ ຊາອຸດີອາຣະເບຍ ເພື່ອເດີນໜ້າຂະຫຍາຍການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃນລະດັບສາກົນ.

ສີ ຈິ້ນຜິງກ່າວໃນການພົບປະຄັ້ງນີ້ວ່າ: ການຮ່ວມມືລະຫວ່າງຈີນ ກັບ ຊາອຸດີອາຣະເບຍ ມີອະນາຄົດທີ່ກວ້າງຂວາງ. ຈີນຖືວ່າ ຊາອຸດີອາຣະເບຍ ເປັນກຳລັງສຳຄັນໃນໂລກທີ່ກ້າວໄປສູ່ຫຼາຍຝ່າຍ, ໃຫ້ຄວາມສຳຄັນເປັນຢ່າງສູງໃນການຂະຫຍາຍການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານກັບຊາອຸດີອາຣະເບຍ. ຈີນຍິນດີຮ່ວມກັບ ຊາອຸດີອາຣະເບຍ ເພີ່ມທະວີການແລກປ່ຽນດ້ານຍຸດທະສາດ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ, ຮັບໃຊ້ຜົນປະໂຫຍດແຫ່ງການພັດທະນາຂອງສອງປະເທດ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ.

Xi Jinping

ໂດຍການເດີນທາງມາ ຊາອຸດີອາຣະເບຍ ຄັ້ງນີ້ຂອງ ສີຈິ້ນຜິງ ຖືວ່າເປັນການເດີນທາງທ່າມກາງໄລຍະເວລາທີ່ຄວາມສຳພັນຂອງ ສະຫະລັດ ອາເມຣິກາ ທີ່ມີຕໍ່ຈີນ ແລະ ຊາອຸດີອາຣະເບຍນັ້ນມີຄວາມຂັດແຍ້ງກັນຫຼາຍປະການ ໂດຍຂະນະນີ້ ສະຫະລັດ ອາເມຣິກາ ແລະ ຊາອຸດີອາຣະເບຍຍັງມີຄວາມເຫັນທີ່ຂັດແຍ້ງກັນໃນປະເດັນການລົດກຳລັງການຜະລິດນໍ້າມັນຂອງກຸ່ມ OPEC+ ເມື່ອໄລຍະເດືອນຕຸລາທີ່ຜ່ານມາ ເຮັດໃຫ້ ສະຫະລັດ ອາເມຣິກາ ເກີດຄວາມບໍ່ພໍໃຈເປັນຢ່າງສູງ. ໃນຂະນະທີ່ ຊາອຸດີອາຣະເບຍກໍເບິ່ງວ່າ ບົດບາດດ້ານຄວາມໝັ້ນຄົງຂອງສະຫະລັດ ອາເມຣິກາ ໃນພາກພື້ນຕາເວັນອອກກາງນັ້ນລົດລົງຈາກແຕ່ກ່ອນ ທ່າມກາງໄພຄຸກຄາມທີ່ເພີ່ມຫຼາຍຂຶ້ນຈາກ ອີຣ່ານ ແລະ ກຸ່ມຕິດອາວຸດຂອງ ເຍເມນ.

ໃນສ່ວນຂອງກະສັດຊາມານ ກໍໄດ້ຕີລາຄາການພົວພັນກັບ ສປ ຈີນ ແລະ ໄດ້ເນັ້ນຢໍ້າວ່າ ຊາອຸດີອາຣະເບຍ ນັ້ນພ້ອມຮ່ວມມືແບບຮອບດ້ານກັບ ສປ ຈີນ ໂດຍກ່າວວ່າ: ໃນຊຸມປີມໍ່ໆມານີ້, ຊາອຸດີອາຣະເບຍ ກັບ ສປ ຈີນ ມີຄວາມຄືບໜ້າທີ່ດີງາມໃນການເຊື່ອມຕໍ່ຍຸດທະສາດຂອງສອງປະເທດ ແລະ ການຮ່ວມມືໃນຂົງເຂດຕ່າງໆ, ສອງຝ່າຍມີຄວາມເຫັນທີ່ເປັນເອກະພາບກັນທີ່ສຳຄັນໃນຫຼາຍບັນຫາ. ຂ້າພະເຈົ້າໃຫ້ຄວາມສຳຄັນໃນລະດັບສູງຕໍ່ການພັດທະນາການພົວພັນກັບຈີນ, ຍິນດີຮ່ວມກັບທ່ານປະທານສີຈິ້ນຜິງ, ສຸມຄວາມພະຍາຍາມເຂົ້າໃນການຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຊາອຸດີອາຣະເບຍ-ຈີນ ພັດທະນາກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ, ສ້າງຄວາມສຸກໃຫ້ແກ່ປະຊາຊົນທີ່ມີໄມຕີຈິດມິດຕະພາບຂອງສອງຊາດ, ສິ່ງນີ້ຈະມີຜົນດີຕໍ່ການບັນລຸສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບຂອງພາກພື້ນກໍຄືຂອງໂລກ.

Xi Jinping

ນອກຈາກນີ້ ຜູ້ນຳຂອງທັງສອງປະເທດໄດ້ລົງນາມໃນ “ສັນຍາການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ສປ ຈີນ ກັບ ລາຊະອານາຈັກອາຣັບບີ ຊາອຸດິດ” ແລະເຫັນດີວ່າ: ສອງປີໃດຈະຜັດປ່ຽນກັນຈັດການພົບປະກັນລະຫວ່າງປະມຸກລັດເທື່ອໜຶ່ງຢູ່ສອງປະເທດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/