Wordle ຊ່ວຍຊີວິດຍິງອາຍຸ 80 ປີ ຈາກການຖືກຄົນຮ້າຍຂັງຢູ່ຊັ້ນໃຕ້ດິນຂອງເຮືອນເປັນເວລາ 17 ຊົ່ວໂມງ


ຫຼາຍຄົນອາດຄິດວ່າການຫຼິ້ນເກມເປັນພຽງການຫຼິ້ນເພື່ອຄວາມບັນເທີງ ຫຼື ຜ່ອນຄາຍເທົ່ານັ້ນ ແຕ່ຮູ້ບໍ່ວ່າການຫຼິ້ນເກມບໍ່ພຽງແຕ່ໃຫ້ຄວາມບັນເທີງ ເພາະມັນຍັງສາມາດຊ່ວຍຊີວິດຄົນໄດ້ອີກພ້ອມ ຄືກັນກັບກໍລະນີຂອງແມ່ຕູ້ອາຍຸ 80 ປີຄົນນີ້ ທີ່ຖືກໂຈນຂັງໄວ້ໃນເຮືອນ ແຕ່ລູກສາວລາວກໍສາມາດຊ່ວຍຊີວິດແມ່ໄດ້ ຍ້ອນເກມທີ່ມີຊື່ວ່າ Wordle.

ເລື່ອງລາວນີ້ເປັນຂອງ Denyse Holt ຍິງອາຍຸ 80 ອາໄສຢູ່ໃນ Lincolnwood ລັດ Illinois ສະຫະລັດອາເມຣິກາ ເຊິ່ງລາວເປັນຜູ້ໜຶ່ງທີ່ມັກຫຼິ້ນເກມ Wordle ເປັນຊີວິດຈິດໃຈ ແລະ ໃນແຕ່ລະມື້ ລາວມັກຈະສົ່ງຄະແນນ Wordle ໃຫ້ກັບລູກສາວກົກທີ່ອາໄສຢູ່ ລັດ California. ຢູ່ມາມື້ໜຶ່ງລູກສາວໄດ້ສັງເກດເຫັນວ່າແມ່ຂອງຕົນເອງ ບໍ່ໄດ້ສົ່ງຄະແນນເກມ Wordle ມາໃຫ້ ພ້ອມທັງບໍ່ໄດ້ຕອບຂໍ້ຄວາມ ແລະ ບໍ່ຮັບສາຍໂທລະສັບເລີຍ ເຊິ່ງຖືວ່າມັນເປັນເລື່ອງທີ່ຜິດປົກກະຕິຫຼາຍ ຈົນເຮັດໃຫ້ລາວເລີ່ມເປັນຫ່ວງແມ່ຂອງຕົນເອງ.

ຕໍ່ມາຄວາມເປັນຫ່ວງຂອງລູກສາວຍິ່ງເພີ່ມຂຶ້ນໄປອີກ ເມື່ອລາວພະຍາມຕິດຕໍ່ໝູ່ຂອງແມ່ ແຕ່ກໍພົບວ່າແມ່ບໍ່ໄດ້ໄປພົບຕາມທີ່ໄດ້ນັດໝາຍກັນໄວ້ ດັ່ງນັ້ນຈຶ່ງໄດ້ຕິດຕໍ່ກັບເພື່ອນບ້ານ ທີ່ຊື່ວ່າ Dave ໃຫ້ຊ່ວຍໄປເບິ່ງແມ່ຢູ່ເຮືອນ ວ່າຈະເກີດອັນຕະລາຍຫຍັງກັບແມ່ຫຼືບໍ່.

ເມື່ອ Dave ໄປຮອດເຮືອນ Denyse ກໍໄດ້ກົດກະດິ່ງຫຼາຍຄັ້ງ ແຕ່ກໍບໍ່ມີໃຜອອກມາເປີດປະຕູໃຫ້ ທັ້ງໆທີ່ລົດຍັງຈອດຢູ່ເຮືອນ. ເມື່ອຮູ້ແນວນັ້ນ ລູກສາວຈຶ່ງໄດ້ໂທໄປຫາຕຳຫຼວດໃນເຂົ້າໄປກວດສອບ ແລະ ໄດ້ຮູ້ໃນເວລາຕໍ່ມາວ່າ Denyse ຜູ້ເປັນແມ່ຖືກຂັງເອົາໄວ້ໃນຫ້ອງໃຕ້ດິນຂອງເຮືອນ.

ຫຼັງຈາກຕຳຫຼວດນຳຕົວ Denyse ອອກມາຈາກຫ້ອງໃຕ້ດິນໄດ້ Denyse ກໍໃຫ້ການກັບເຈົ້າໜ້າທີ່ວ່າ ໃນຄືນວັນເສົາ ລາວໄດ້ນອນຫຼັບຢູ່ເທິງຕຽງປົກກະຕິ ຕໍ່ມາໃນເວລາ 01:00 ລາວໄດ້ຕື່ນນອນແລ້ວໄດ້ພົບກັບຊາຍໜຸ່ມແປກໜ້າທີ່ຢືນແກ້ເສື້ອຜ້າ ແລະ ຖືມີດຕັດເອົາໄວ້ໃນມື. ຫຼັງຈາກນັ້ນ ຊາຍໜຸ່ມຄົນດັ່ງກ່າວກໍໄດ້ຂົ່ມຂູ່ບໍ່ໃຫ້ຮ້ອງຫຼືເວົ້າຫຍັງອອກມາ ແລະ ໄດ້ບອກວ່າໜາວ ຢາກໄດ້ຜ້າຫົ່ມທັງໝົດ, ດັ່ງນັ້ນ Denyse ຈຶ່ງໄດ້ຈັດຫາໃຫ້ເພາະຢ້ານວ່າຈະຖືກທຳຮ້າຍ.

ນອກນີ້ຊາຍໜຸ່ມຄົນດັ່ງກ່າວຍັງໄດ້ຖາມຫາໂທລະສັບຂອງ Denyse ເພື່ອບໍ່ໃຫ້ລາວສາມາດໂທແຈ້ງຕໍາຫຼວດໄດ້. ຫຼັງຈາກນັ້ນ ຊາຍໜຸ່ມຜູ້ນີ້ກໍໄດ້ພາ Denyse ລົງໄປຫ້ອງນ້ຳທີ່ຢູ່ໃນຊັ້ນໃຕ້ດິນ ແລະ ຂັງລາວເອົາໄວ້ຢູ່ບ່ອນນັ້ນ.

ແລະກວ່າທີ່ລູກສາວຈະຮູ້ຕົວວ່າບໍ່ສາມາດຕິດຕໍ່ແມ່ຂອງຕົນເອງໄດ້ ແລະ ໂທແຈ້ງຕຳຫຼວດ Denyse ກໍຖືກຂັງຢູ່ໃນນັ້ນເປັນເວລາກວ່າ 17 ຊົ່ວໂມງ. Denyse ເລົ່າຕໍ່ອີກວ່າຕະຫຼອດເວລາທີ່ຖືກຂັງແມ່ນທັງໜາວ ແລະ ຫິວ.

ໃນສ່ວນຂອງຊາຍໜຸ່ມຜູ້ເປັນຄົນຮ້າຍນີ້ ທາງເຈົ້າໜ້້າທີ່ຕຳຫຼວດແມ່ນສາມາດຈັບກຸມຕົວລາວໄດ້ ໃນຂະນະທີ່ລາວນອນຢູ່ໃນຫ້ອງນອນຂອງເຮືອນ Denyse ພ້ອມກັບມີດຫຼາຍເຫຼັ້ມຢູ່ໃກ້ຕົວ. ຕອນທຳອິດຊາຍຄົນນີ້ບໍ່ຍອມອອກມາ ຕຳຫຼວດຈຶ່ງໄດ້ເຮັດການໂອ້ລົມຫຼາຍຊົ່ວໂມງ ຊາຍຄົນດັ່ງກ່າວຈຶ່ງຍອມໃຫ້ຕຳຫຼວດຈັບກຸມຕົວ. ພາຍຫຼັງມີການເປີດເຜີຍຊື່ຂອງຊາຍຄົນນີ້ ໂດຍລາວຊື່ວ່າ James H. Davis III ອາຍຸ 32 ປີ ເຊິ່ງໃນເບື້ອງຕົ້ນຕຳຫຼວດຄາດການວ່າຊາຍຄົນນີ້ມີອາການທາງຈິດ.

ເອີ້ນໄດ້ວ່າເປັນຄວາມໂຊກດີຂອງ Denyse ແທ້ໆ ທີ່ບໍ່ໄດ້ຮັບບາດເຈັບຈາກເຫດການນີ້ ເຊິ່ງກໍຕ້ອງຊົມເຊີຍການສັງເກດ ແລະ ຄວາມມີສະຕິຂອງລູກສາວ ແລະ ອາດເວົ້າໄດ້ວ່າ ເກມ Wordle ສາມາດຊ່ວຍຊີວິດຜູ້ຍິງອາຍຸ 80 ປີ ຜູ້ນີ້ໄດ້ແບບໜ້າເຫຼືອເຊື່ອ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/